ທ່ອງທ່ຽວ

ແຂວງຫົວພັນ ສະຖານທີ່ໝັ້ນ ປະຫັວດສາດ ແລະ ແຫລ່ງທອງທ່ຽວ ທີ່ໜ້າປະທັບໃຈ

sn1.gif

ຫົວພັນ ເປັນ ແຂວງຫນຶ່ງ ຕັ້ງຢູ່ ທາງພາກເຫນືອ ຂອງປະເທດ ລາວເຮົາ, ຫ່າງຈາກນະຄອນ ຫລວງວຽງຈັນ ປະມານ 650 ກິໂລແມັດ, ມີເນື້ອທີ່ ທັງຫມົດ 16.500 ກິໂລຕາແມັດ; ເປັນ ແຂວງ ທີ່ພູມິປະເທດ ສ່ວນໃຫຍ່ເປັນພູດອຍ ເຕັມໄປດ້ວຍພູ ຜາປ່າໄມ້, ຫ້ວຍນ້ຳ ລຳເຊ ອັນອຸດົມ ສົມບູນ ແຂວງຫົວພັນ ປະກອບ ດ້ວຍ  8 ເມືອງ : ເມືອງ ຊຳເຫນືອ, ເມືອງ ຊຳໃຕ້, ເມືອງ ວຽງໄຊ,   ເມືອງ ສົບເບົາ, ເມືອງ ຊຽງຄໍ້, ເມືອງ ແອດ,  ຫົວເມືອງ ແລະ ເມືອງວຽງທອງ ; ມີປະຊາກອນອາ ໄສຢູ່ຈຳນວນ 284. 869  ຄົນ, ຍິງ 141.287  ຄົນປະກອບດ້ວຍ ຫລາຍ ຊົນເຜົ່າ: ເຜົ່າລາວລຸ່ມ ກວມ ອັດຕາສ່ວນ 64%, ເຜົ່າມົ້ງ 23%, ເຜົ້າກຶມມຸ 10%, ແລະເຜົ່າອື່ນໆ 4%.

vx3.gif

ອາຊີບຕົ້ນ ຕໍຂອງປະຊາຊົນ ແຂວງຫົວພັນ ແມ່ນການປູກຝັງ, ລ້ຽງສັດ, ເຮັດໄຮ່, ເຮັດນາ ແລະ ທຳ ການ  ຄ້າຂາຍ.ດິນແຖບນີ້  ແຕ່ກ່ອນກໍ່ ເຄີຍມີຄົນອາໄສຢູ່ ມາດົນນານ ແລ້ວ ສິ່ງທີ່ຢັ້ງຢືນ ໄດ້ແມ່ນ ຊາກກະດູກ ຄົນບູຮານ ທີ່ຍັງເຫລືອຮ່ອງຮອຍ ຈຳນວນຫນຶ່ງໄວ້ຢູ່ ບົນດິນແດນແຫ່ງນີ້. ໃນປີ 1936 ນັກວັດ ຖຸບູຮານຄົນຝຣັ່ງ 2 ຄົນຊື່ ໂຊແຣງແລະໂຟຣມາແຊ່ ໄດ້ມາຂຸດຄົ້ນຖ້ຳປ່ອງ (ຖ້ຳຮາງ) ທີ່ເມືອງ ວຽງທອງ, ໄດ້ພົບເຫັນໂຄງກະດູກ ມະນຸດທີ່ທີ່ເກົ່າແກ່ອີກບ່ອນຫນຶ່ງທີ່ ໄດ້ພົບເຫັນໃນຂົງເຂດ ອິນ ດູຈີນ. ນອກຈາກນັ້ນກໍ່ມີຫີນຕັ້ງຢູ່ເມືອງຫົວເມືອງ ເຊິ່ງສັນນິຖານ ວ່າເປັນສຸສານຂອງຄົນສະໄຫມບູ ຮານ  ຫລື ຫີນທີ່ຄ້າຍຄືຫີນຕັ້ງຢູ່ວຽງພູແຄ ເມືອງຊຳໃຕ້. ຄົນບູຮານຢູ່ແຂວງຫົວພັນທຳ ອິດສັນນິຖານ ວ່າແມ່ນເຜົ່າເຍຶ້ອຍ. ນັກວັດຖຸບູຮານສັນນິຖານວ່າເຜົ່າເຍຶ້ອຍນີ້ແມ່ນຜູ້ສ້າງຫີນຕັ້ງ ແຕ່ຍັງ ບໍ່ທັນ ມີຫລັກຖານແນ່ນອນ.ສຳລັບໃນເທດສະບານ ເມືອງຊຳເຫນືອມີທິວທັດທຳມະຊາດ ທີ່ສວຍງາມ ອ້ອມຮອບໄປດ້ວຍ ສາຍພູ, ໃນຕົວເມືອງມີສາຍທາງ ທີ່ກໍ່ສ້າງໄດ້ມາດຕະຖານ, ສອງຝາກທາງ ປະກອບ ໄປດ້ວຍຕຶກ ອາຄານ ບ້ານເຮືອນ, ສຳນັກງານຂະແຫນງການ ຕ່າງໆ. ມີຕະຫລາດຫ້າງຮ້ານ ຂາຍເຄື່ອງ, ມີ ໂຮງຫມໍ, ໂຮງຮຽນ ແລະ ວັດວາ ອາຮາມຕ່າງໆ.

vx10.gif

ກ່າວກັນວ່າແຕ່ກ່ອນຊຳເຫນືອເປັນພຽງບ້ານ ນ້ອຍແຫ່ງຫນຶ່ງເອີ້ນກັນວ່າ”ບ້ານບວມສົມ” ເນື່ອງຈາກວ່າ ເປັນບວມ ໄມ້ສົມ ຕໍ່ມາກໍ່ເອີ້ນວ່າເມືອງ ຊຳຕາມຊື່ຂອງ ແມ່ນ້ຳຊຳໄຫລຜ່ານ ສ່ວນບ້ານຢູ່ແຖວແມ່ນ້ຳຊຳຕອນເຫນືອເອີ້ນວ່າ “ຊຳເຫນືອ ສ່ວນບ້ານທີ່ຢູ່ນ້ຳຊຳຕ ອນໃຕ້ ກໍ່ເອີ້ນວ່າ “ບ້ານຊຳໃຕ້”.

ແຂວງ ຫົວພັນ ນອກຈາກຈະມີປະຫວັດທີ່ເກົ່າແກ່ແລ້ວ, ຍັງມີປະຫວັດຄວາມເປັນມາອັນ ຍາວ ນານ ຕິດພັນກັບປະຫວັດສາດ ມູນເຊື້ອແຫ່ງການ ຕໍ່ສູ້ປະຕິວັດປະຊາຊົນໃນແຂວງຫົວພັນມີ ຄວາມສະຫມານສາມັກຄີອັນຫນຽວແຫນ້ນ, ມີວັດທະນະທຳຂະນົບທຳນຽມ ປະເພນີ ອັນດີງາມ, vx7.gif ມີນ້ຳໃຈຮັກຊາດຮັກບ້ານເກີດເມືອງນອນ, ມີນ້ຳໃຈຕໍ່ສູ້ອັນເດັດດ່ຽວຫນຽວແຫນ້ນ. ຖືເປັນດິນ ແດນທີ່ຫລໍ່ຫລອມ ນັກຮົບປະຕິວັດ ບໍ່ຈັກວ່າ ເທົ່າໃດ ຄົນມາແລ້ວ ພາຍໃຕ້ ການນຳພາ ຂອງພັກທີ່ ກຳລັງປະຕິວັດ ໄດ້ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ ຈົນສາມາດ ປົດປ່ອຍແຂວງອອກ ຈາກການຄອບ ງຳຂອງຈັກກະພັດ ຈາກນັ້ນສູນກາງກໍ່ຖືເອົາແຂວງຊຳເຫນືອ ເປັນບ່ອນທົດສອບທຸກແນວທາງ ນະໂຍບາຍຂອງພັກ ເພື່ອສັງລວມ ບົດຮຽນ ໃນການ ຊີ້ນຳ ທົ່ວປະເທດ. ສະນັ້ນ ເຂດປົດປ່ອຍຈິ່ງ ຂະຫຍາຍ ແລະ ເປີດກວ້າງໃນທຸກຂົງເຂດວຽກງານ ເຊັ່ນ: ວຽກງານກໍ່ສ້າງຮາກຖານເສດຖະ ກິດ-ສັງຄົມ ທເຊິ່ງ ທັງຫມົດ ນັ້ນແມ່ນຜົນງານ ແລະ ກຽດສັກສີ, ຄຸນງາມຄວາມດີທີ່ປະຊາຊົນບັນ ດາເຜົ່າຊາວແຂວງຫົວພັນຍາດມາໄດ້. ນັບແຕ່ປະເທດ ລາວໄດ້ຮັບການ ປົດປ່ອຍມາຮອດປະຈຸບັນແຂວງຫົວພັນ ກໍ່ໄດ້ສືບຕໍ່ພັດທະ ນາມາຢ່າງບໍ່ຢຸດຢັ້ງ ໂດຍຖືເອົາວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ເພື່ອສ້າງເງື່ອນ ໄຂໃຫ້ ແຂວງຫົວພັນ ມີຄວາມສະຫງົບ ແລະຖືເອົາວຽກງານປູກຝັງ-ລ້ຽງສັດ ແລະການຄ້າຂາຍ ເພື່ອສ້າງຄວາມຮັ່ງມີ ແລະ ເຂັ້ມແຂງທາງ ດ້ານ ເສດ ຖະກິດ  ເຮັດໃຫ້ບ້ານ ເມືອງມີຄວາມຈະເລີນ ຮຸ່ງເຮືອງ ແລະ ປະຊາຊົນ ມີຊີວິດການເປັນຢູ່ທີ່ອີ່ມຫນຳສຳລານ. ຊີວິດວັດທະນະທຳ ຂອງຊາວ ແຂວງຫົວພັນ ມີຫລາຍຢ່າງທີ່ຫນ້າສົນໃຈເມື່ອເຫັນແລ້ວອາດ ຮູ້ສຶກປະທັບໃຈ

vx4.gif ດ້ວຍຈຸດພິເສດ ຂອງວາດຊົງແບບ ແຜນການດຳລົງຊີວິດ ທີ່ນິ້ມນວນ ອ່ອນຫວານ ໂດຍພື້ນຖານຮີດຄອງປະເພນີ ວັດທະນະທຳຂອງປະຊາຊົນ ບັນດາເຜົ່າທີ່ເປັນເອກະລັກ ສະ ເພາະແບບພື້ນເມືອງຂອງແຂວງ ບໍ່ວ່າປະເພນີ ການເຮັດບຸນສິນກິນທານ, ປະເພນີການນຸ່ງຖື ແລະ ພິເສດແມ່ນການຂັບຊຳເຫນືອ ທີ່ເປັນເອກະລັກສະເພາະປະຈຳແຂວງຫົວພັນຕະຫລອດ ຮອດ ອາຫານ ການກິນເຊັ່ນ: ຫນັງຍຳ, ແຈ່ວປາບ້ຳ, ເຊິ່ງເປັນອາຫານພື້ນເມືອງທີ່ໃຜໆມາເຖິງ ຖິ່ນຊຳເຫນືອ ກໍ່ຕ້ອງໄດ້ຊອກຫາ ຊື້ນຳເພື່ອເປັນຂອງຕ້ອນ ຂອງຝາກໃຫ້ແກ່ຄອບຄົວ ຫລື ຍາດ ຕິພີ່ນ້ອງຂອງຕົນ