ສະໜາມຮອງຮັບຊີເກມສ໌

new-stadium5gif.gifnew-stadium7gif.gifnew-stadium6gif.gifnew-stadium5gif.gifnew-stadium5gif.gif
new-stadium2gif.gifnew-stadium2gif.gif

( ພາບຈຳລອງ) ສະໜາມໃຫຍ່ ຫລື ສະໜາມກິລາຄົບວົງຈອນ ( Sport Complex) ທີ່ມີການ ກໍ່ສ້າງໃໝ່ ຢູ່ ກິໂລແມັດ ທີ່ 16 ຖະໜົນ 13 ໃຕ້ ທີ່ຈະໃຊ້ໃນພິທີ ເປີດ- ປິດ ມາຮອດປະຈຸບັນ ໄດ້ມີການລົງມື ແລ້ວ ປະມານ 10 ເປີເຊັນ, ຢູ່ ທີ່ ນັ້ນ ນອກຈາກສະໜາມເຕະບານ ໃຫຍ່ ແລ້ວ ຍັງປະກອບມີ ສະໜາມກິລາປະເພດ ອື່ນໆ ອີກ ເຊັ່ນ: ສະໜາມກ໊ອຟ, ເທັນນິສ, ຍີງປືນ, ແລ່ນ-ລານ, ລ້ອຍນ້ຳ, ບານສົ່ງ ແລະ ດອກປີກໄກ ່ ຄາດວ່າສະໜາມທັງໝົດ ທີ່ຈະໃຊ້ໃນການແຂ່ງຂັນ ຊີເກມສ 25 ຈະໃຫ້ສຳເລັດ ກ່ອນການແຂ່ງຂັນຢ່າງຊ້າ 6 ເດືອນ.

new-stadium09.gif new-stadium101.gif

ຮູບຈີງ ( ພາບຖ່າຍຕົ້ນເດືອນ ຕຸລາ 2008 ) ສະໜາມກິລາຄົບວົງຈອນ ຫລື (sports complex for SeaGames 25) ກຽມພ້ອມຮັບໃຊ້ການ ເປີດ-ປິດ ມະຫາກຳກິລາ ຊີເກມ 25 ປີ 2009 ທີລາວຈະເປັນເຈົ້າພາບ.

new-stadium04.gif

new-stadium12.gif

ຮູບຈີງ ( ພາບຖ່າຍຕົ້ນເດືອນ ຕຸລາ 2008 ) ສະໜາມກິລາໃນຮົ່ມ ຕົັ້ງຢູ່ ວິທະຍາເຂດ ມ.ຊ (ດົງໂດກ) ຮັບໃຊ້ຊີເກມ 25 ປີ 2009 ຂອງລາວ ສ້າງສຳເລັດແລ້ວໂດຍພື້ນຖານ, ຍັງເຫລືອພຽງການຕົບແຕ່ງ ແລະ ອະນາໄມ ພ້ອມທີ່ນຳໃຊ້ງານໃນໄວໆນີ້.

new-stadium15.gif

ຮູບຈີງ ( ພາບຖ່າຍຕົ້ນເດືອນ ຕຸລາ 2008 ) ການກໍ່ສ້່າງສູນຝຶກ ກິລາຄົບວົງຈອນ ຕັ້ງຢູ່ບ້ານສີເກີດ ກຳລັງຈະສຳເລັດ ໃນບໍ່ຊ້ານີ້ ແລະ ພ້ອມທີ່ຈະນຳໃຊ້ ເພື່ອເປັນບ່ອນ ຝຶກຊ້ອມ-ເກັບ ໂຕນັກ ກິລາ ກະກຽມຊີເກມ 25 ປີ2009 ແລະ ຕໍ່ໄປ.

new-stadium6gif.gif new-stadium01.gif

ໂຄງການກໍ່ສ້າງ ໝູ່ບ້ານນັກກິລາ ຢູ່ທີ່ ວິທະຍາເຂດ ດົງໂດກ, ຮອງຊີເກມ25 ປີ2009 ຂອງລາວກຳລັງ ເລັ່ງ ມື ເພື່ອໃຫ້ສຳເລັດ ກ່ອນກຳນົດ ( ພາບຖ່າຍຕົ້ນເດືອນ ຕຸລາ 2008 )

new-stadium5.gif new-stadium16.gif

ສະໜາມກິລາ ເປຕັງ ຮັບໃຊ້ຊີເກມ25 ປີ 2009. ຕັ້ງຢູ່ ບໍລິເວັນ ມະຫາວິທະຍາໄລແຫ່ງຊາດລາວ ວິທະຍາເຂດ ດົງໂດກ,  ກຳລັງກໍ່ສ້າງຈະໃຫ້ສຳເລັດ ແລະທົດລອງນຳໃຊ້ໃນໄວໆນີ້ ( ພາບຖ່າຍຕົ້ນເດືອນ ຕຸລາ 2008 )

domsport.gif

ພາບຈຳລອງ ໝູ່ບ້ານ ນັກກິລາຮັບໃຊ້ຊີເກມ25 ປີ 2009 ຂອງລາວ ທີ່ ວິທະຍາເຂດ ດົງໂດກ ປະຈຸບັນ ກຳລັງເລັ່ງ ກໍ່ສ້າງຢ່າງເຄັ່ງຮ້ອນ ເພື່ອໃຫ້ ສຳເລັດກ່ອນ ການແຂ່ງຂັນ ຫລັງຈາກ ຊີເກມແລ້ວ ໝູ່ບ້ານ ນັກກິລາ ແຫ່ງນີ້ ກໍ່ຈະກາຍ ເປັນຫໍພັກ ນັກສຶກສາ ຂອງ ມະຫາວິທະຍາໄລ ແຫ່ງຊາດ.