ໂຄງການກໍ່ສ້າງຮອງຮັບຊີເກມສ໌

traingcenter3.jpg

ບ້ານພັກນັກກິລາ ທີ່ຈະຕ້ອງ ໄດ້ປຸກສ້າງ ຂຶ້ນຕື່ມ ເພື່ອໃຫ້ ພຽງພໍກັບ ການເຂົ້າມາຂອງທັບ ນັກກິລາ ຂອງ 10 ປະເທດ ອາຊຽນ ໃນນີ້ ຄະນະ ທີ່ຈະເຂົ້າມາພັກ ຈະມີ ຜູ້ນຳທີມກິລາ, ຄູຝຶກ, ຄະນະ ຮັບຜິດຊອບ ວຽກ ງານຕ່າງໆ ຂອງທີມ ແລະ ນັກກິລາ ແຕ່ລະ ປະເພດ ຈາກຂໍ້ມູນ ຂອງ ຄະນະກຳມະການ ດ້ານເຕັກນິກ ຈະມີນັກກິລາເຂົ້າຮ່ວມ 6280 ຄົນ. ພາຍຫລັງ ການຄົ້ນຄວ້າ ແລະ ສຶກສາຂໍ້ມູນ ລວມທັງ ສະຖານທີ່ ທີ່ມີຢູ່ ຄະນະກຳມະການ ຈັດການ ແຂ່ງຂັນ ຈະຕ້ອງໄດ້ປຸກສ້າງ ອາຄານທີ່ພັກ ຂອງນັກກິລາ ຂຶ້ນຕື່ມ 300 ຫ້ອງ, ມີເນື້ອທີ່ 50 ເຮັກຕາ. ໂດຍນຳໃຊ້ເຂດກິລາ ທີ່ທາງລັດຖະບານມອບໃຫ້. ເປັນສະຖານທີ່ ປຸກສ້າງ, ເພາະວ່າ ບ່ອນພັກນັກກິລາ ຢູ່ໃກ້ ກັບສະຫນາມແຂ່ງຂັນ ແມ່ນເປັນການປະຫຍັດ ໃນການຂົນສົ່ງ ແລະ ກໍ່ບໍ່ໄກ ຈາກບ່ອນອື່ນໆ ແລະ ໄກສຸດກໍ່ບໍ່ກາຍ 25 ນາທີ ຈາກບ່ອນພັກ. ນອກຈາກ ການ ປຸກສ້າງ ບ້ານພັກນັກກິລາ ຫນຶ່ງແຫ່ງ ແຕ່ກໍ່ຍັງບໍ່ພຽງພໍ ສຳລັບ ຄະນະກິລາທີ ຈະເຂົ້າ, ຄະນະ ຮັບຜິດຊອບ ຍັງໄດ້ ໄດ້ລົງສຳຫລວດ ຫໍພັກ ທີ ມະຫາວິທະຍາໄລ ແຫ່ງຊາດ (ດົງໂດກ) ຊຶ່ງມີ ຫໍພັກ ຂອງນັກຮຽນ ຕ່າງປະເທດ ທີມີລະບົບທີດີຢູ່ແລ້ວ ແລະ ຫໍພັກ ຂອງນັກສຶກສາ ພາຍໃນອາໃສຢູ່ ກໍ່ຈະໄດ້ປັບປຸງ ສ້ອມແປງ ຕື່ມອີກ ເພື່ອໃຫ້ໄດ້ໃນລະດັບທີ ຄະນະກຳມະການ ຊີເກມຮັບຮອງໄດ້.

ການອອກແບບ ແລະ trainingcenter2.jpgແຜນການກໍ່ສ້າງແມ່ນເນັ້ນໃສ່ຄື

ຄວາມປອດໄພ ແລະ ຄວາມສະດວກ ສະບາຍ ບ້ານພັກນັກກິລາ ແມ່ນຄວນຢູ່ໃກ້ກັບ ສະຫນາມ ແຂ່ງຂັນ, ປອດໄພ ແລະ ຢູ່ໃນບໍລິເວນ ດຽວກັນເພື່ອສະດວກ ໃນການພົວພັນ ແລະ ຄຸ້ມຄອງ ຂອງ ຄະນະຮັບຜິດຊອບ, ໃນນີ້ຈະຕ້ອງ ຈັດເປັນເຂດ ສາທາລະນະ, ເຂດ ພົວພັນ ສາກົນ ຊຶ່ງລວມໃຫ້ມີ ການສຶກສາ ຫລື ສະຖານ ທີ່ນຳໃຊ້ ອິນເຕີເນັດ, ເຂດທີ່ພັກອາໃສ. ຊຶ່ງມີ ຄວາມສະດວກໃນການ ເຂົ້າ - ອອກ, ແຕ່ລະເຂດ ຈະຕ້ອງເຊື່ອມຕໍ່ກັນ ຢ່າງຄ່ອງຕົວ ດ້ວຍ ລະບົບ ທາງຈໍລະຈອນ, ແຍກກັນລະຫວ່າງ ການເຂົ້າ ໄປຫາ ເຂດບໍລິການ ສ່ວນບຸກຄົນ ແລະ ຈະຕອ້ງແນ່ໃຈວ່າ ບໍ່ມີສິ່ງໃດ ທີ່ຈະເຮັດໃຫ້ ຄະນະ ຜູ້ແທນ ມີອັນກັງວົນໃຈ. ບ້ານພັກ ນັກກິລາ ຈະຕອ້ງໄດ້ ເຮັດຢ່າງສະດວກ ສະບາຍ ໃຫ້ກັບ ຜູ້ຢູ່ອາໃສ ໃຫ້ຮູ້ສຶກ ຄື ກັນກັບບ້ານ ຂອງ ຕົວເອງ, ຕ້ອງມີໂອກາດ ຢ່າງເຕັມສ່ວນ ໃນການພັກຜ່ອນ ແລະ ພົວພັນ ກັນ ສ້າງ ກິດຈະກຳ ຕ່າງໆ, ມີບໍ ລິເວນກາງແຈ້ງ ໃຫ້ນັກກິລາ ພາຍຫລັງການແຂ່ງຂັນ ແລະ ມີສິ່ງບໍລການ ຕ່າງໆ ໃຫ້ແກ່ພວກເຂົາເຈົ້າ ເປັນຕົ້ນແມ່ນ, ບ່ອນສະແດງລະຄອນ, ບ່ອນຮ້ອງເພັງ, ບ່ອນຊົມຮູບເງົາ, ບ່ອຍຫລິ້ນເກມ ແລະ ອິນ ເຕີເນັດ ແລະ ອື່ນໆ.trainingcenter-1.jpg

ສະໜາມແຂ່ງຂັນແລະຝຶກແອບ:

ເພື່ອກຽມ ຮອງຮັບຊີເກມສ໌ ຄັ້ງທີ XXV ໃນປີ 2009, ຄະນະກຳມະການ ຈັດການແຂ່ງຂັນ ຄາດວ່າ ຈະນຳໃຊ້ ສະໜາມ ແຂ່ງຂັນທັງໝົດ 26 ສະໜາມ, ສະໜາມ​ຝຶກແອບ 30 ສະໜາມ ຈະແຂ່ງຂັນໃນ 3 ແຂວງໃຫຍ່ຄື: ນະຄອນຫລວງວຽງຈັນ, ແຂວງ ຫລວງພະບາງ ແລະ ແຂວງສະຫວັນນະເຂດ.ສຳລັບສະໜາມໃຫມ່ ໄດ້ມາດຕະຖານ ຄົບວົງຈອນ ແລະ ທັນສະໄຫມ ໃນອັດຕາ ບັນຈຸຜູ້ຊົມ 20.000 ທີ່ນັ່ງ ປະຈຸບັນກຳລັງກໍ່ສ້າງ ຢູ່ບ້ານໄຊ, ຫລັກ 16 ເສັ້ນທາງ​ເລກທີ 13 ໃຕ້ໃນເນື້ອທີ່ ກວ່າ 490 ເຮັກຕາ ໂດຍຈະໃຊ້ ເປັນສະໜາມ ເປີດ-ປິດ ແລະ ແຂ່ງຂັນ ເຕະບານຮອບຮອງ ຊະນະເລີດ, ຊີງຊະນະເລີດ ແລະ ກິລາແລ່ນ-ລານ. ນອກຈາກ ສະໜາມໃຫຍ່ດັ່ງກ່າວແລ້ວ, ສປປລາວ ຍັງຈະໃຊ້ສະໜາມໃຫຍ່ອີກ 3 ​ແຫ່ງຄື: ສະໜາມກິລາແຫ່ງຊາດ ( ເດີ່ນສະຕາດ ), ສະໜາມກິລາ ທີ່ແຂວງ​ສະຫວັນນະເຂດ ແລະ ສະໜາມກິລາ ແຂວງຫລວງພະບາງ ເພື່ອຮອງຮັບ ໃຫ້ກັບການແຂ່ງຂັນເຕະບານ ຮອບທຳອິດ ທັງປະເພດ ຊາຍ ແລະ ຍິງ. ສຳລັບກິລາໃນຮົ່ມ, ຄະນະກຳມະການ ຈັດການແຂ່ງຂັນ ໄດ້ກຳນົດເອົາສູນສະແດງ ສິນຄ້າລາວ-​ໄອເຕັກ, ສູນປະຊຸມ ແລະ ເດີ່ນຮົ່ມ ມະຫາວິທະຍາໄລແຫ່ງຊາດ, ສະໜາມ ສະໂມສອນ ກອງທັບຫລັກ 5, ເດີ່ນຮົ່ມນະຄອນຫລວງ.

ສູນຝຶກກິລາຄົບວົງຈອນແຫ່ງຊາດ

ສູນຝຶກ ກິລາແຫ່ງຊາດລາວ ແບບຄົບວົງຈອນ ໂດຍໄດ້ຮັບທຶນ ຊ່ວຍເຫລືອລ້າ ຈາກລັດຖະບານ ຫວຽດນາມ ໃນມູນຄ່າ 4 ລ້ານໂດລາສະຫະລັດ ຈະໄດ້ ມີການລົງມື ດຳເນີນການກໍ່ສ້າງ ເປັນເວລາ 2 ປີ ຈາກ ປີ 2007 ຫາ 2009. ໃນເນື້ອທີ່ດີນ ທັງໝົດ: 11,700 ແມັດ ຢູ່ເຂດບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫລວງວຽງຈັນ. ສູນຝຶກແຫ່ງນີ້ປະກອບມີ:​ຫ້ອງການເຮັດວຽກຂອງສູນ,​ເຮືອນພັກນັກກິລາ ແລະ ຄູຝຶກ, ເຮືອນຄົວລວມ,​ເດີ່ນແລ່ນ ແລະ ລານ,​ເດີ່ນເຕະບານ,​ເຮືອນຝຶກຊ້ອມ ຄົບຊຸດ ສູງ 13 ແມັດ,​ເຮືອນຝຶກຊ້ອມ ຄົບຊຸດ ສູງ 7 ແມັດ,​ເຮືອນຝຶກຊ້ອມ ສຳຮອງ ແລະ ອອກກຳລັງກາຍ, ອ່າງບຳບັດນ້ຳ, ເດີ່ນຈອດລົດ,ເຮືອນປ້ອງກັນ, ປະຕູໂຂງ ແລະ ຮົ້ວກຳແພງອອ້ມຮອບ ຊື່ງສາມາດ ຮັບໃຊ້ນັກກິລາ ແລະ ຄູຝຶກໄດ້ 200 ກວ່າຄົນ