ບົດລາຍງານການກະກຽມຊີເກມ
ບົດລາຍງານຄວາມຄືບໜ້າການກະກຽມງານມະຫາກຳກິລາຊີເກມຄັ້ງທີ 25
ປະຈຳເດືອນ ( 3-4/2009 ) ແລະ ແຜນວຽກໃນຕໍ່ໜ້າ
=========%%=========
ໂດຍສືບຕໍ່ປະຕິບັດຕາມເນື້ອໃນຈິດໃຈຂອງກອງປະຊຸມ ຄະນະກຳມະການລະດັບຊາດງານມະ ຫາກຳຊີເກມຄັ້ງທີ 11, ລົງວັນທີ 20/02/2009 ທີ່ຫ້ອງປະຊຸມລັດຖະບານ, ຄະນະກຳມະການຝ່າຍ ຕ່າງໆ ກໍໄດ້ເຄື່ອນໄຫວວຽກງານຢ່າງຕັ້ງໜ້າ ຕາມທິດຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳ ການລັດຖະບານ, ປະທານ ຄະນະກຳມະການຈັດງານມະຫາກຳກິລາຊີເກມຄັ້ງທີ 25, ຕາມ ລາຍການ ດັ່ງນີ້.
I./. ສັງລວມແຜນການເຄື່ອນໄຫວຜ່ານມາ .
1.1. ດ້ານການຈັດຕັ້ງ .
- ໄດ້ຮັບຂໍ້ຕົກລົງຂອງທ່ານ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ, ປະທານ ຄະນະ ກຳມະການຈັດງານມະຫາກຳຊີເກມຄັ້ງທີ 25, ວ່າດ້ວຍການແຕ່ງຕັ້ງທ່ານ ເຄນທອງ ນວນທະສີງ, ຫົວ ໜ້າກົມການຂ່າວ ກະຊວງ ການຕ່າງປະເທດ ເຂົ້າເປັນຮອງຫົວໜ້າກຳມະການ ໂຄສະນາ, ສື່ສານ ແລະ ໂທລະຄົມ ເພື່ອເປັນຜູ້ຮັບຜິດຊອບການຄຸ້ມຄອງນັກຂ່າວຕ່າງປະເທດ.
- ໄດ້ຮັບຂໍ້ຕົກລົງຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ສະບັບເລກທີ 029/ນຍ, ລົງວັນທີ 16 ມີນາ 2009 ກ່ຽວກັບການແຕ່ງຕັ້ງທ່ານ ເຂືອງຄຳ ອິນທະວົງ, ກຳມະການຄະນະ ເລຂາທິການລັດຖະບານ ເປັນຜູ້ຊ່ວຍທ່ານປະທານ ຄະນະກຳມະການຈັດງານມະຫາກຳກິລາຊີເກມ ຄັ້ງທີ 25.
- ໄດ້ຮັບຂໍ້ຕົກລົງຂອງນາຍົກລັດຖະມົນຕີ ສະບັບເລທີ 028/ນຍ, ລົງວັນທີ 13 ມີນາ 2009 ວ່າ ດ້ວຍການປະຕິບັດນະໂຍບາຍຕໍ່ຄູຝຶກ, ນັກກິລາທີມຊາດ, ກຳມະການ, ອາສາສະໝັກ ແລະ ຜູ້ຮັບຜິດ ຊອບໃນອະນຸກຳມະການຕ່າງໆ ຜູ້ທີ່ເປັນນັກຮຽນ, ນັກສຶກສາ, ພະນັກງານ, ທະຫານ ແລະ ຕຳຫລວດ ທີ່ ປະກອບສ່ວນໃນຊີເກມຄັ້ງທີ 25.
- ໄດ້ຮັບຂໍ້ຕົກລົງຂອງປະທານ ຄະນະກຳມະການຈັດງານມະຫາກຳກິລາຊີເກມຄັ້ງທີ 25 ເລກທີ 202/ຄຈກຊ.25-ກລຂ, ລົງວັນທີ 03/04/2009 ວ່າດ້ວຍການແຕ່ງຕັ້ງຄະນະຮັບ ຜິດຊອບຄຸ້ມຄອງບ້ານ ພັກນັກກິລາ.
2.1. ການເຄື່ອນໄຫວວຽກງານຂອງກຳມະການຝ່າຍຕ່າງໆ.
2.1.1. ກຳມະການກອງເລຂາ-ປະສານງານ .
- ໄດ້ຈັດກອງປະຊຸມ ວິສາມັນຜູ້ນຳກິລາທົ່ວປະເທດ ໃນວັນທີ 05 ມີນາ 2009 ເພື່ອສະຫລຸບ ການຈັດຕັ້ງປະຕິບັດວຽກງານກິລາກາຍະກຳ ໃນປີ 2008 ແລະ ວາງທິດທາງວຽກງານຕົ້ນຕໍໃນປີ 2009 ພ້ອມທັງຕິລາຄາບາງບົດຮຽນໃນການຈັດງານແຂ່ງຂັນມະຫາກຳກິລາແຫ່ງຊາດ ຄັ້ງທີ 8 ທີ່ແຂວງ ຈຳປາ ສັກ.
- ໄດ້ຈັດກອງປະຊຸມ ເພື່ອຮັບຟັງການລາຍງານຄວາມຄືບໜ້າໃນການປະຕິບັດໜ້າທີ່ການກະ ກຽມວຽກງານຊີເກມ ໂດຍເຊີນຫົວໜ້າ ແລະ ຮອງກຳມະການຝ່າຍຕ່າງໆເຂົ້າຮ່ວມໃນວັນທີ 20/02 /2009 ພາຍໃຕ້ການເປັນປະທານຂອງທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ, ປະ ທານຄະນະ ກຳມະການຈັດງານມະຫາກຳກິລາຊີເກມຄັ້ງທີ 25.
- ໄດ້ຈັດກອງປະຊຸມໂອ້ລົມບັນດາສະຫະພັນກິລາຕ່າງໆ ກຽມງານມະຫາກຳກິລາຊີເກມ ໃນ ວັນທີ 04/03/2009 ເພື່ອເນັ້ນໜັກໃຫ້ບັນດາສະຫະພັນກິລາຕ່າງໆ ທີ່ເປັນເປົ້າໝາຍເລັ່ງນຳເອົານັກກິ ລາຂອງຕົນເຂົ້າສູນເຝຶກຊ້ອມ.
- ໄດ້ຈັດກອງປະຊຸມຮ່ວມກັບກຳມະການທີ່ພັກ, ອາຫານ, ປະດັບປະດາ ແລະ ທ່ອງທ່ຽວ ໃນ ວັນທີ 01/04/2009 ເພື່ອເອກະພາບກ່ຽວກັບບັນຫາອານາໄມ ແລະ ປະດັບປະດາຕົວເມືອງ ຊື່ງໄດ້ມອບ ຂາດຕົວ ໃຫ້ນະຄອນຫລວງເປັນເຈົ້າການ ໃຫ້ມີເອກະລັກຂອງບັນດາປະເທດສະມາຊິກອາຊຽນ ທີ່ເຂົ້າ ຮ່ວມໃນງານມະຫາກຳກິລາຊີເກມ. ສຳລັບສື່ມວນຊົນ, ໜັງສືພິມ, ວິທະຍຸ, ໂທລະພາບ ແມ່ນມອບໃຫ້ ກຳມະການໂຄສະນາ-ຂ່າວສານ.
- ໄດ້ຈັດກອງປະຊຸມຮ່ວມກັບກຳມະການຂົນສົ່ງ ໃນວັນທີ 12/03/2009 ເພື່ອເອກະພາບທາງ ດ້ານການຈັດຫາພາຫະນະ, ສະຖານີຈອດລົດຢູ່ໝູ່ບ້ານນັກກິລາ, ໂຮງແຮມ ແລະ ຕາມເສັ້ນທາງຕ່າງໆ.
- ໄດ້ຈັດກອງປະຊຸມຮ່ວມກັບສະມາຄົມຫັດຖະກຳລາວ ໃນວັນທີ 13/13/2009 ເພື່ອເອກະ ພາບໃນການຜະລິດເຄື່ອງນຸ່ງຊຸດພິທີການ ແລະທີ່ລະລຶກຈຳນວນໜື່ງ ໂດຍມອບໃຫ້ສະມາຄົມຫັດຖະ ກຳລາວຈັດກອງປະຊຸມ ເພື່ອມອບໃຫ້ກຸ່ມໃດໜື່ງເປັນຜູ້ຜະລິດ ນັກກິລາຕາມການຊີ້ນຳຂອງທ່ານ ປະ ທານ ຄະນະກຳມະການຈັດງານມະຫາກຳກິລາຊີເກມຄັ້ງທີ 25.
- ໄດ້ຈັດກອງປະຊຸມຮ່ວມກັບ 04 ກຳມະການບໍລິຫານ-ບໍລິການ, ກຳມະການເຕັກນິກ ແລະ ຈັດ ການແຂ່ງຂັນ, ກຳມະການກະກຽມນັກກິລາ ແລະ ກຳມະການກອງເລຂາປະສານງານ ເພື່ອແກ້ໄຂບັນ ຫາທີ່ຄົງຄ້າງທີ່ຜ່ານມາ ແລະ ພ້ອມກັນກວດກາວຽກທີ່ໄດ້ເຮັດຜ່ານມາ ແລະ ວາງແຜນວຽກໃນຕໍ່ໜ້າ.
- ໄດ້ຈັດປະຊຸມຮ່ວມກັບກຳມະການຝ່າຍຕ່າງໆ ເພື່ອໃຫ້ແຕ່ລະຝ່າຍວາງແຜນການດຳເນີນງານ ໃນການກະກຽມໜ້າວຽກງານຊີເກມແຕ່ລະໄລຍະສົ່ງໃຫ້ກຳມະການກອງເລຂາ ເພື່ອລາຍງານຂັ້ນເທີງ ຊາບເປັນປົກກະຕິ.
- ໄດ້ຈັດກອງປະຊຸມເຜີຍແຜ່ຄວາມພ້ອມການຖ່າຍທອດສັນຍານໂທລະພາບຊີເກມ 2009 ໃນ ລະຫວ່າງວັນທີ 26-28 ມີນາ 2009 ມີຜູ້ແທນ 16 ສະຖານີໂທລະພາບຈາກ 08 ປະເທດ ອາຊຽນ ໃຫ້ ຄວາມສົນໃຈເຂົ້າຮ່ວມກອງປະຊຸມຄັ້ງນີ້.
- ໄດ້ຈັດພິທີເຊັນສັນຍາໂຄງການຈັດຫາ ແລະ ຕອບສະໜອງອຸປະກອນຕ່າງໆ ເຂົ້າເຮືອນພັກ ນັກກິລາຊີເກມຄັ້ງທີ 25 ໃນວັນທີ 20 ມີນາ 2009 ລະຫວ່າງຄະນະຮັບຜິດຊອບໂຄງການກໍ່ສ້າງເຮືອນ ພັກນັກກິລາຊີເກມຄັ້ງທີ 25 ກັບບໍລິສັດ ທີເອັນເຄ, ບໍລິສັດຈັດຫາ ແລະ ຕອບສະໜອງວັດຖຸອຸປະກອນ ການຄ້າຈຳກັດ.
- ໄດ້ໃຫ້ການຕ້ອນຮັບສົມເດັດ ຊາລມັນບິນ, ເອປຣາຮິມອາລຄາລີຟາ ແຫ່ງປະເທດບາເຣນ ແລະ ເຈົ້າຊາຍອັນດູລາ ອັກມັດຊາ ແຫ່ງປະເທດມາເລເຊຍ ໃນວັນທີ 01 ເມສາ 2009 ເພື່ອແລກປ່ຽນ ແລະ ຖອດຖອນບົດຮຽນກັບຝ່າຍລາວ ໃນວົງການກິລາເຕະບານເອເຊຍ, ກໍຄືການຊຸກຍູ້ພັດທະນາສົ່ງ ເສີມກິລາເຕະບານລາວ.
I./. ກຳມະການ ບໍລິຫານ -ບໍລິການ :
1.1. ໄດ້ຮ່ວມປະຊຸມກັບຊ່ຽວຊານມາເລເຊຍ ແລະ ກຳມະການໂທລະຄົມ-ໄອທີ ໃນວັນທີ 25/02/2009 ເພື່ອກະກຽມຂໍ້ມູນໃຫ້ແຕ່ລະບົບ Software.
1.2. ກວດກາຮູບແບບບັດ ID & AD Card, ແບບ Form Application, Form Family list ໃຫ້ລະອຽດສົມບູນຮ່ວມກັບຊ່ຽວຊານມາເລເຊຍ, ເພື່ອເຊື່ອມລະບົບ Software ຂອງ ID Card ແລະ ແບບຟອມຕ່າງໆໂດຍແມ່ນ ມີວິຊາການລາວເຮັດວຽກຮ່ວມກັບຝ່າຍ IT.
1.3. ໄດ້ປະຊຸມຮ່ວມກັບອະນຸກຳມະການຂື້ນທະບຽນອອກບັດ ເພື່ອປະກອບບຸກຄະລາກອນໃສ່ 3 ສູນ ທີ່ໄດ້ກຳນົດໄວ້, ພ້ອມທັງເຮັດໜັງສືຂໍອະນຸມັດໄປຍັງກະຊວງ ປ້ອງກັນຄວາມສະຫງົບ, ສະຖາບັນຄົ້ນຄວ້າ ແອ໋ງຟອກມາຕິດ ( ອົງການວິທະຍາສາດ ແລະ ເຕັກໂນໂລຊີ ) ພະແນກ IT ຂອງ ມ.ຊ ແລະ ຮ່ວມກັບອະນຸກຳມະການອາສາສະໝັກ ຄັດເລືອກເອົານັກກິລາຝ່າຍ IT ປະ ກອບເຂົ້າແຕ່ລະສູນອອກບັດ.
1.4. ໄດ້ຄົ້ນຄວ້າປື້ມຄູ່ມືການແນະນຳການຂື້ນທະບຽນ ແລະ ອອກບັດສຳເລັດກະກຽມຜ່ານເພື່ອ ຈັດພິມ.
2./. ວຽກອາສາສະໝັກ :
- ໄດ້ຈັດປະຊຸມຮ່ວມກັບອາສາສະໝັກ ( ຈາກ ມ.ຊ ) ເພື່ອກະກຽມວຽກງານຕ່າງໆຄື :
1. ສືບຕໍ່ກະກຽມຄັດເລືອກເອົາອາສາສະໝັກ ຈາກມະຫາວິທະຍາໄລ, ວິທະຍາໄລພາກລັດ ເອກກະຊົນ ເພື່ອຄັດເລືອກໃຫ້ຄົບຕາມໜ້າວຽກທີ່ໄດ້ກຳນົດໄວ້ ປະຈຸບັນນີ້ ຄັດເລືອກໄດ້ ແລ້ວ 800 ຄົນ.
2. ກະກຽມແຜນການເຝິກອົບຮົມອາສາສະໝັກງວດທີ 1 ( ເດືອນ 3-5/2009 ) ປະກອບມີ :
- ເນື້ອໃນຫລັກສູດການເຝິກອົບຮົມປະກອບມີຄື :
ປະຫວັດຄວາມເປັນມາ ແລະ ການຈັດຕັ້ງງານມະຫາກຳຊີເກມ.
ທີ່ຕັ້ງພູມສັນຖານ ແລະ ປະຫວັດສາດ, ປະຫວັດການທ່ອງທ່ຽວ, ຮີດຄອງປະເພນີ ແລະ ວັດທະນະທຳ, ນະໂຍບາຍການຕ່າງປະເທດ ແລະ ພິທີການ, ຄຳສັບກ່ຽວກັບກິລາ.
ກະກຽມແຜນເຝິກອົບຮົມອາສາສະໝັກຄັ້ງທີ 1 ເລີ້ມແຕ່ວັນທີ 25-29/0/2009 ກຳນົດ 05 ວັນ ຈຳນວນທັງໝົດ 400 ຄົນ ແບ່ອງອອກເປັນ 2 ຈຸ ຄື : VO ແລະ LO.
ຂໍອະນຸຍາດອາສາສະໝັກທີ່ຖືກຄັດເລືອກຈາກພາກສ່ວນຕ່າງໆ ໃຫ້ເຂົາເຈົ້າມາເຝິກອົບ ຮົມຄັ້ງທີ 1.
ປະຊຸມຜ່ານເນື້ອໃນຫລັກສູດການເຝິກອົບຮົມໃນວັນທີ 19/0/2009 ຮ່ວມກັບກົມພິທີ ການທູດ, ຄະນະສັງຄົມສາດ (ມຊ), ສູນເຝິກອົບຮົມທ່ອງທ່ຽວແຫ່ງຊາດ ແລະ ຄະນະ ກຳມະການກິລາ-ກາຍະກຳແຫ່ງຊາດ.
ໄດ້ຄົ້ນຄວ້າປື້ມຄູ່ມືອາສາສະໝັກ.
3./. ວຽກຜະລິດເຄື່ອງນຸ່ງຊຸດພິທີການ, ເຄື່ອງນຸ່ງອາສາສະໝັກ, ເຄື່ອງນຸ່ງກຳມະການ ແລະ ອານຸກຳມະ ການ ແລະ ຂອງລາງວັນ, ຂອງທີ່ລະນຶກ.
1./. ໄດ້ລາຍງານທ່ານ ລັດຖະມົນຕີປະຈຳ ສນຍ, ປະທານ ຄກຊ, ຮອງປະທານ ຄຈກຊ.25, ຫົວໜ້າກຳມະການກອງເລຂາ ກ່ຽວກັບ ບໍລິສັດ ເພັດຈຳປາ ແອັດເວີທາຍຊີງ ໃຫ້ການສະໜັບ ສະໜູນ ເຄື່ອງນຸ່ງຍີ່ຫໍ້ FBT ລວມມູນຄ່າ 7.574.552.000 ກີບ.
2./. ໄດ້ຂໍອະນຸມັດຈາກທ່ານ ລັດຖະມົນຕີປະຈຳ ສນຍ, ປະທານ ຄກຊ, ຮອງປະທານ ຄຈກຊ.25, ຫົວໜ້າກຳມະການກອງເລຂາ ກ່ຽວກັບການຜະລິດເຄື່ອງນຸ່ງຢູ່ລາວ ນອກເໜືອຈາກ ບໍລິສັດ ເພັດຈຳປາ ໃຫ້ການສະໜັບສະໜູນ, ຕາມການຕົກລົງຂອງກອງປະຊຸມກະກຽມຜະລິດ ເຄື່ອງນຸ່ງ ຄັ້ງວັນ ທີ 18/03/2009 ໂດຍໄດ້ມອບໃຫ້ກຸ່ມຕັດຫຍີບທີຣໂອເປັນຜູ້ຮັບຜິດຊອບ.
3./. ໄດ້ປະສານໄປຍັງສະມາຄົມຫັດຖະກຳລາວ ກ່ຽວກັບການຜະລິດເຄື່ອງນຸ່ງພິທີການ ແລະ ຂອງທີ່ລະລຶກຈຳນວນໜື່ງ ຕາມການຕົກລົງຂອງກອງປະຊຸມຄັ້ງວັນທີ 13/03/2009 ມອບໃຫ້ ສະມາຄົມຫັດຖະກຳລາວ ຈັດປະຊຸມເພື່ອມອບໃຫ້ກຸ່ມໃດໜື່ງເປັນຜູ້ຜະລິດຄາດວ່າຈະໄດ້ປະ ຊຸມໃນວັນທີ 20/03/2009 ນີ້.
4./. ໄດ້ປະສານໄປຍັງ ບໍລິສັດ ເພັດຈຳປາ ກ່ຽວກັບການຜະລິດຫລຽນຊະນະເລີດ, ຫລຽນທີ່ລະ ລຶກ, ຂອງຂວັນທີ່ລະລຶກຈຳນວນໜື່ງທີ່ໄດ້ມອບໝາຍໃຫ້ ບໍລິສັດເປັນຜູ້ອອກແບບຕາມທິດຊີ້ນຳ ຂອງທ່ານ ລັດຖະມົນຕີປະຈຳ ສນຍ, ປະທານ ຄກຊ, ຮອງປະທານ ຄຈກຊ.25, ຫົວໜ້າກຳມະ ການກອງເລຂາ.
4./. ວຽກອື່ນໆທີ່ປິ່ນອ້ອມ :
1./. ກະກຽມອອກແບບໃບຢັ້ງຢືນການເຂົ້າຮ່ວມ Certificate ໃບຢັ້ງຢືນລະດັບນັກກິລາ
( Diploma ), ໃບຢັ້ງຢືນອາສາສະໝັກ, ໃບຍ້ອງຍໍຂອງປະທານຈັດງານ ແລະ ຮູບແບບນາມ ບັດຂອງຄະນະກຳມະການ.
2./. ໄດ້ປະສານກັບກົມແຜນທີ່ແຫ່ງຊາດ ກ່ຽວກັບການອອກແບບແຜນທີ່ລວມຮັບໃຊ້ງານ
( Master Map 25th SEA Games ) ຄາດວ່າຊ່ຽວຊານຫວຽດນາມຈະມາໃນເດືອນ 04/2009 ຈຶ່ງຈະສຳເລັດພ້ອມທັງເຮັດສັນຍາໃນການຜະລິດ.
3./. ໄດ້ຕ້ອນຮັບຊ່ຽວຊານຈາກການກິລາແຫ່ງປະເທດໄທ (ຕາມສັນຍາຮ່ວມມືວຽກງານຊີເກມ ) ມາຊ່ວຍກະກຽມວຽກງານ ບໍລິຫານ-ບໍລິການ, ວຽກງານເຕັກນິກ-ຈັດການແຂ່ງຂັນ ແລະ ການ ສ້າງບຸກຄະລາກອນດ້ານຕ່າງໆ ໃນວັນທີ 21/02/2009 ເຖີງວັນທີ 2/03/2009.
II./. ກຳມະການກໍ່ສ້າງ, ສ້ອມແປງສະໜາມແຂ່ງຂັນ ແລະ ພັດທະນາເສັ້ນທາງຕົວເມືອງ .
ການຈັດຕັ້ງປະຕິບັດໂຄງການກໍ່ສ້າງ ສົກປີ 2008-09 .
ໂຄງການກໍ່ສ້າງສືບຕໍ່ .
- ໂຄງການກໍ່ສ້າງສະໜາມກິລາແຫ່ງຊາດ ( ຫລັກ 16 ) ສຳເລັດແລ້ວ 85%, ຄາດຄະເນຈະໃຫ້ ສຳເລັດໃນທ້າຍເດືອນ 3. ແຕ່ສຳເລັດວຽກຕິດຕັ້ງອຸປະກອນສະເພາະຂອງແຕ່ລະສະໜາມກໍ່ຈະ ຕ້ອງດຳເນີນແລະກໍ່ສ້າງໄປພ້ອມໆກັນກັບການປັບປຸງສະພາບແວດລ້ອມຂອງສະໜາມທັງໝົດ.
- ໂຄງການສ້ອມແປງສະໜາມກິລາເຈົ້າອານຸ ສຳເລັດແລ້ວ 70% , ຍັງຈະສືບຕໍ່ການປັບປຸງພື້ນ ສະໜາມແລ່ນ-ລານ, ຫຍ້າສະໜາມບານເຕະ ແລະ ຕິດຕັ້ງປ້າຍຄະແນນໄຟຟ້າ.
ໂຄງການກໍ່ສ້າງໃໝ່ .
- ໂຄງການກໍ່ສ້າງຮອງລະບາຍນ້ຳ ຈາກສະໜາມກິລາແຫ່ງຊາດ ( ຫລັກ 16 ) ຫາເສັ້ນທາງ 450 ປີ ປະຈຳວັນສາມາດປະຕິບັດໄດ້ສຳເລັດແລ້ວ 45%, ຍັງມີບາງຫລັງຄາເຮືອນຍັງຕ້ອງລໍຖ້າ ການ ຊົດເຊີຍ.
- ໂຄງການກໍ່ສ້າງຮົ້ວສະໜາມກິລາແຫ່ງຊາດ ( ຫລັກ16 ) ກຳລັງກະກຽມສະຖານທີ່ຕັ້ງຫ້ອງ ການປະຈຳສະໜາມ, ກຳນົດແລວຮົ້ວ ແລະ ທີ່ຕັ້ງຂອງປະຕູໂຂງ ຮວ່ມກັບບໍລິດສັດຕິດຕາມ ການກໍ່ສ້າງ.
- ໂຄງການກໍ່ສ້າງສ້ອມແປງສະໜາມກິລາ ມ.ຊ ແລະ ປັບປຸງພື້ນທີ່ພາກທີ 1 ໄດ້ສຳເລັດແລ້ວ ແລະ ການກໍ່ສ້າງພວມເລີ້ມລົງມື.
ໂຄງການກໍ່ສ້າງທືນຊ່ວຍເຫລືອລ້າຈາກຕ່າງປະເທດ .
- ໂຄງການກໍ່ສ້າງສູນຝຶກກິລາແຫ່ງຊາດ ( ສີເກີດ ) ໂດຍທຶນຊ່ວຍຂອງລັດຖະບານ ສສ ຫວຽດ ນາມ ສຳເລັດແລ້ວ 100%, ພ້ອມທັງໄດ້ຈັດພິທີມອບ-ຮັບເປັນທາງການຂອງຂະແໜງກິລາທັງ ສອງຝ່າຍ, ປະຈຸບັນ ພວມດຳເນີນການເພື່ອຈັດຮັບເອົານັກກິລາທີມຊາດເຂົ້າເກັບຕົວທີ່ສູນດັ່ງ ກ່າວ.
- ໂຄງການກໍ່ສ້າງສູນບູໂດ ໂດຍທຶນຊ່ວຍເຫລືອຈາກລັດຖະບານ ຍີ່ປຸ່ນ, ປະຈຸບັນ ໄດ້ສຳເລັດ ການຕອກເສົາເຂັມ, ກຳລັງຂຸດຕີນເສົາ ແລະ ວາງຕະແກງພ້ອມເທເບຕົງຕີນເສົາຂອງອາຄານ ມາ ເຖີງປະຈຸບັນສຳເລັດແລ້ວ 7%.
- ໂຄງການກໍ່ສ້າງເດີ່ນຮົ່ມ ເທັກຄວັນໂດ ໂດຍການຊ່ວຍເຫລືອລ້າຂອງ ບໍລິສັດ ບູຢອງ ສ.ເກົາ ຫລີ, ສຳເລັດແລ້ວ 100%, ແຕ່ຍັງບາງວຽກງານຈະຕ້ອງໄດ້ແກ້ໄຂຄືນ ເພື່ອໃຫ້ສາມາດຈັດການ ແຂ່ງຂັນກິລາເທັກຄວັນໂດໄດ້.
- ໂຄງການກໍ່ສ້າງເດີ່ນຮົ່ມບຶງຂະຫຍອງ ໂດຍທຶນຊ່ວຍເຫລືອຂອງລັດຖະບານໄທ, ມາເຖີງປະຈຸ ບັນໄດ້ເລີ້ມລົງມືປັກຜັງອາຄານ, ອານາໄມສະຖານທີ່ ແລະ ກະກຽມການຕອກເສົາເຂັມ.
ພາກສະເໜີ .
ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ສະເໜີບັນດາກຳມະການຝ່າຍຕ່າງໆ ແລະ ສະຫະພັນກິ ລາ ທີ່ກ່ຽວຂ້ອງໃຫ້ການຮ່ວມມື ແລະ ສະເໜີດ້ານຫລັກການແຂ່ງຂັນ, ມາດຕະຖານເຕັກນິກ ໃນ ການຈັດການແຂ່ງຂັນ, ອຸປະກອນ ແລະ ແນວຄິດຂອງແຕ່ລະທ່ານ ເພື່ອໃຫ້ຄະນະກຳມະການຝ່າຍ ກໍ່ສ້າງ- ສ້ອມແປງໄດ້ມີການກະກຽມ ແລະ ປະຕິບັດໃຫ້ໄດ້ຕາມເວລາທີ່ກຳນົດໄວ້.
3./. ກ່ຽວກັບໂຄງການປັບປຸງກໍ່ສ້າງ-ສ້ອມແປງສັ້ນທາງ.
- ການປັບປຸງກໍ່ສ້າງ-ສ້ອມແປງບັນດາເສັ້ນທາງຕ່າງໆ ເພື່ອຮັບໃຊ້ງານມະຫາກຳກິລາຊີເກມ ຄັ້ງທີ 25.
- ຕີລາຄາຄວາມຄືບໜ້າຂອງວຽກທັງໝົດທີ່ສຳເລັດ 50%.
= ລາຍລະອຽດວຽກທີ່ປະຕິບັດໄດ້ໃນແຕ່ລະສັນຍາ (ແຕ່ 15/10/2008 ຫາວັນທີ 27/2/2009 ).
1./ ເສັ້ນທາງອ້ອມສະໜາມກິລາບຶງຂະຫຍອງ ລວງຍາວ 0.8 ກມ, ເລີ່ມລົງມືຈັດຕັ້ງປະຕິບັດ ວັນທີ 7/12/2008 ຫາ 27/02/2009 ຄິດໄລ່ເປັນເປີເຊັນໄດ້ 85 %.
2./ ເສັ້ນທາງຄຳສະຫວາດ-ຫົວຂົວ-ໜອງໜ້ຽງ-ສະຖານີວິທະຍຸລວງຍາວ 8 ກມ, ລວມສັນຍາ ດຽວກັບທາງຕານມີໄຊ-ດອນແດງ, ເລີ້ມລົງມືຈັດຕັ້ງປະຕິບັດວັນທີ 20/1/2009 ຫາ 27/02 /2009 ຄິດເປັນເປີເຊັນໄດ້ສຳເລັດ 42 %.
3./ ເສັ້ນທາງແຕ່ຖະໜົນໄກສອນດອນໜູນ-ສະໜາມກິລາດົງໂດກ ລວງຍາວ 2.1 ກມ, ເລີ້ມ ລົງມື ຈັດຕັ້ງປະຕິບັດວັນທີ 12/12/2008 ຫາ 27/02/2009 ປະຕິບັດໄດ້ສຳເລັດ 82 %.
4./ ເສັ້ນທາງອ້ອມມະຫາວິທະຍາໄລແຫ່ງຊາດຍາວ 8,185 ກມ, ເລີ້ມລົງມືຈັດຕັ້ງປະຕິບັດວັນທີ 25/12/2008 ຫາ 27/02/2009 ປະຕິບັດໄດ້ສຳເລັດ 18 %.
5./ ວາງທໍ່ນ້ຳປະປາທາງຊີເກມ ເລີ້ມລົງມືຈັດຕັ້ງປະຕິບັດວັນທີ 8/12/2008 ຫາ 27/02/2009
6/. ແກ້ໄຂລະບົບນ້ຳປະປາບ້ານ ຄຳຮຸ່ງ ສຳເລັດ 72 %, ແກ້ໄຂລະບົບນ້ຳປະປາ ເດີ່ນກິລາ ໃນຮົ່ມ ດົງໂດກ ສຳເລັດ 100 % , ແກ້ໄຂລະບົບນ້ຳປະປາກິລາສະໂມສອນວັງນ້ຳເຜີ້ງ ສຳເລັດ 100%, ແກ້ໄຂລະບົບນ້ຳປະປາສະລອຍນ້ຳວຽງຈັນຂ້າງເດີ່ນກິລາແຫ່ງຊາດ ສຳເລັດ 100 %.
7/. ເສັ້ນທາງດົງບັງ-ລາດຄວາຍ-ທາງເລກ10 ລວງຍາວ 9.5 ກມ ເລີ້ມລົງມືຈັດຕັ້ງປະຕິບັດວັນ ທີ 14/12/2008 ຫາ 27/2/2009 ປະຕິບັດໄດ້ສຳເລັດ 28 %.
8./ ເສັ້ນທາງ ນາຄວາຍ-ຄຳສະຫວາດ, ຊຽງດາ-ດົງໂພສີ 14.6 ກມ, ເລີ້ມລົງມືຈັດຕັ້ງປະຕິບັດ ວັນທີ 05/02/2009 ຫາ27/2/2009, ອານາໄມໜ້າທາງ 66600 ມ2, ປະຕິບັດໄດ້ສຳເລັດ 9%
9./ ເສັ້ນທາງວັງຊາຍ-ຊ່ຳເຄ້-ໂຊກນ້ອຍ-ອຸດສາຫະກຳ 7.4 ກມ, ເລີ້ມລົງມືຈັດຕັ້ງປະຕິບັດວັນທີ 10/12/2008 ຫາ 27/2/2009 ປະຕິບັດໄດ້ສຳເລັດ 75 %.
10./ ເສັ້ນທາງດອນແດງ - ຕານມີໄຊ 5.95 ກມ, ສັນຍາດຽວກັບທາງຄຳສະຫວາດ-ໜອງໜ່ຽງ ສະຖານີວິທະຍຸ, ເລີ້ມລົງມືຈັດຕັ້ງປະຕິບັດວັນທີ 10/12/2008 ຫາ 27/2/2009 ປະຕິບັດສຳ ເລັດ 83 %.
11./ ທາງສະຖານີວິທະຍຸກະຈ່າຍສຽງ-ສະໜາມກິລາແຫ່ງຊາດ 1.6 ກມ ລວມສັນຍາດຽວກັບ ທາງເຂົ້າສູນຝຶກສີເກີດ ເລີ້ມລົງມືປະຕິບັດວັນທີ 8/11/2008 ຫາ 27/2/2009.
12./ ທາງເຂົ້າສູນຝຶກສີເກີດລວງຍາວ 1.1 ກມ, ເລີ້ມລົງມືຈັດຕັ້ງປະຕິບັດວັນທີ 8/11/2008 ຫາ 27/2/2009 ຄິດໄລ່ເປັນເປີເຊັນໄດ້ 51 %.
= ຂີດເສັ້ນແບ່ງເລນທາງ : ຂອບເຂດນອກຕົວເມືອງມີຄື :
- ດົງບັງ-ລາດຄວາຍ-ທາງເລກ 10 ລວງຍາວ 9.5 ກມ.
- ສະໜາມກິລາບຶງຂະຫຍອງ ລວງຍາວ 0.8 ກມ.
- ຖະໜົນໄກສອນ ( ດອນໜູນ )-ດົງໂດກ 2.1 ກມ.
- ຄຳສະຫວາດ-ໜອງໜ່ຽງ-ສະຖານີວິທະຍຸ 8 ກມ.
- ຕານມີໄຊ-ດອນແດງ 5.9 ກມ.
- ສະຖານີວິທະຍຸ-ສະໜາມກິລາແຫ່ງຊາດ 1.6 ກມ.
- ທາງອ້ອມວິທະຍາໄລແຫ່ງຊາດ 8.2 ກມ.
- ນາຄວາຍ-ຄຳສະຫວາດ-ຊຽງດາ-ດົງໂພສີ 14.6 ກມ.
- ເຂດອຸດສະຫະກຳ - ວັງຊາຍ 7.4 ກມ.
- ທາງຊອຍທີຣໂອ 1.1 ກມ.
- ຂອບເຂດ ອພບ ( ຕີເສັ້ນແບ່ງເລນ, ທາສີຂອບທາງ, ຕີເສັ້ນມ້າລາຍ )
= ມາຮອດປະຈຸບັນແມ່ນກະກຽມເຮັດປ້າຍຈາລະຈອນ ແລະ ຈະເລີ້ມຕິດຕັ້ງໃນເດືອນ 5/2009.
III./. ກຳມະການກະກຽມນັກກິລາຂອງລາວ ເພື່ອເຂົ້າຮ່ວມຍາດເອົາຫລຽນ .
- ໄດ້ຈັດກອງປະຊຸມສະຫະພັນກິລາເປົ້າໝາຍຫລຽນ ແລະ ບໍ່ແມ່ນເປົ້າໝາຍຫລຽນ ໃນວັນທີ 12-13/3/2009 ແຕ່ລະສະຫະພັນລາຍງານວຽກກະກຽມນັກກິລາຂອງຕົນ ແລະ ຟັງການໂອ້ລົມໃຫ້ທິດ ຊີ້ນຳຈາກທ່ານ ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ປະທານ ຄະນະກຳມະການກິລາ ກາຍະກຳແຫ່ງຊາດ, ຮອງປະທານ ຈັດງານມະຫາກຳກິລາຊີເກມຄັ້ງທີ 25 ກ່ຽວກັບຍຸດທະສາດໃນ ການກະກຽມນັກກິລາ.
+ ສະພາບການເຝຶກແອບນັກກິລາ ເຖີງປະຈຸບັນນີ້ ກິລາ 25 ປະເພດໄດ້ເຄື່ອນໄຫວເຝຶກແອບ ເປັນລະບົບປົກກະຕິແລ້ວ, ກິລາຈຳນວນໜື່ງກໍໄດ້ຈັດເຂົ້ານອນລວມສູນຢູ່ສູນເຝຶກແຫ່ງຊາດຕ່າງໆຄື:
- ສູນຝຶກກິລາແຫ່ງຊາດ ( ສີເກີດ ) ມີຈຳນວນຄູຝຶກ ແລະ ນັກກິລາ 150 ຄົນ : ມວຍສາກົນ 30 ຄົນ, ວູຊູ ( ຊານຊາວ ) 20 ຄົນ, ເທຄວັນໂດ 34 ຄົນ, ປັນຈັກສີລັດ 25 ຄົນ, ມວຍປ້ຳ 23 ຄົນ, ຍິງທະນູ 18 ຄົນ. ປະຈຸບັນນີ້ຄູຝຶກ ແລະ ນັກກິລາເຂົ້າຢູ່ສູນແລ້ວຕົວຈິງມີ 102 ຄົນ, ສ່ວນເຫລືອເປັນນັກກິລາຕ່າງ ແຂວງກຳລັງກະກຽມຂື້ນມາ ຈະເຂົ້າຕາມຫລັງໃນທ້າຍເດືອນ 3/2009.
- ກິລາເປຕັງຈຳນວນຄູຝຶກ ແລະ ນັກກິລາ 34 ຄົນ ເຂົ້າຢູ່ສູນຝຶກສະໜາມເປຕັງ ມະຫາວິທະຍາ ໄລແຫ່ງຊາດ.
- ກິລາມວຍລາວ ຈຳນວນຄູຝືກ ແລະ ນັກກິລາ 29 ຄົນ ເຂົ້ານອນລວມສູນຢູ່ເວທີມວຍໂຊກໄຊ.
- ກິລາປິ່ງປ໋ອງ ຄູຝຶກ ແລະ ນັກກິລາຈຳນວນ 19 ຄົນ ເຂົ້ານອນລວມສູນຢູ່ສູນເຝຶກແອບຂອງ ສະຫະພັນປິ່ງປ໋ອງແຫ່ງຊາດ.
- ກິລາຢູໂດ ຄູຝຶກ ແລະ ນັກກິລາຈຳນວນ 29 ຄົນ ເຂົ້ານອນລວມສູນຢູ່ຫໍພັກຂອງສະຫະພັນ ຢູໂດແຫ່ງຊາດ.
ສ່ວນກິລາອື່ນໆ ທີ່ບໍ່ທັນໄດ້ນອນລວມສູນ ກຳມະການກະກຽມນັກກິລາ ແລະ ສະຫະພັນກິລາ ແຫ່ງຊາດກຳລັງຄົ້ນຄວ້າຊອກຫາສະຖານທີ່ເໝາະສົມ.
IV./. ກຳມະການເຕັກນິກ ແລະ ຈັດການແຂ່ງຂັນ .
ດ້ານເອກະສານ
= ປື້ມລະບຽບການແຂ່ງຂັນ ( Technical Handbook ) ສຳເລັດການຮຽບຮຽງລວມທັງແຜນ ຜັງສະໜາມແຂ່ງຂັນແຕ່ລະປະເພດກິລາ ເຂົ້າໃສ່ໃນປື້ມລະບຽບການແຂ່ງຂັນກິລາແຕ່ລະປະເພດ ກິລາ.
= ໄດ້ຈັດສົ່ງປື້ມລະບຽບການແຂ່ງຂັນກິລາແຕ່ລະປະເພດ ໄປຍັງສະຫະພັນກິລາແຫ່ງເອເຊຍ ເພື່ອ ຂໍອະນຸມັດຈັດການແຂ່ງຂັນ ແລະ ຮັບຮອງເອົາກົດລະບຽບ.
= ໄດ້ເຮັດວຽກຮ່ວມກັບທ່ານ ເວີຍຈີຈົງ ປະທານຈັດການແຂ່ງຂັນຂອງຄະນະກຳມາທິການການກິ ລາໂອແລມປິກແຫ່ງເອເຊຍ ມາຢ້ຽມຢາມ ໜ້າວຽກມີ: ລະບຽບຈັດການແຂ່ງຂັນ SEA Games ຂອງແຕ່ ລະປະເພດກິລາແລ້ວລົງກວດກາແຜນຜັງການກໍ່ສ້າງສະໜາມແຂ່ງຂັນແຕ່ລະປະເພດ.
ດ້ານບຸກຄະລາກອນ .
= ສຳລັບການຈັດອົບຮົມກຳມະການຕັດສິນ
- ກິລາ ແລ່ນ-ລານ ຂັ້ນຕົ້ນ
- ກິລາ ມວຍປ້ຳ ຂັ້ນພື້ນຖານ.
- ກິລາ ປິ່ງປ໋ອງ ຂັ້ນກາງ.
- ຍັງສືບຕໍ່ມີ - ກິລາ ຍິງປືນ - ເທັນນິສ.
ດ້ານອຸປະກອນ
= ອຸປະກອນທີ່ທາງລັດຖະບານຈີນຊ່ວຍ ມີແຕ່ກິລາ ແລ່ນ -ລານ.
75 ລາຍການແຂ່ງຂັນ
57 ລາຍການ ຝຶກຊ້ອມ
V./. ກຳມະການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຈໍລະຈອນ
1. ວຽກງານທີ່ໄດ້ເຮັດໃນເດືອນ 3 ມີນາ 2009 ມີຄື :
- ສຳເລັດການລົງກວດກາເກັບກຳຂໍ້ມູນ ຢູ່ບັນດາສະໜາມແຂ່ງຂັນ ນະຄອນຫລວງວຽງຈັນ ເພື່ອສ້ງແຜນການຈັດວາງກຳລັງປ້ອງກັນ, ຕ້ານການລຸກຮື້ຢູ່ແຕ່ລະຈຸດແຂ່ງຂັນ, ໂຮງແຮມ, ບ້ານພັກນັກກິລາ.
- ສຳເລັດການຊີ້ນຳບັນດາກົມກອງກ່ຽວຂ້ອງ ສ້າງແຜນການ, ຂື້ນສະພາບເຖີງແຜນທີ -ແຜນ ຮ່າງ ໃນການນຳໃຊ້ກຳລັງປ້ອງກັນແຕ່ລະຈຸດ.
- ໄດ້ສະເໜີຂໍຖອນເງີນ 600.000.000 ກີບ ເພື່ອຮັບໃຊ້ວຽກງານກະກຽມ.
- ໄດ້ສ້າງແຜນການປະສານໃຫ້ບັນດາກົມກອງທີ່ເຂົ້າເຮັດໜ້າທີ່ປ້ອງກັນ ຊີເກມ.
VI./. ກຳມະການທີ່ພັກ, ອາຫານ, ປະດັບປະດາ ແລະ ທ່ອງທ່ຽວ .
1./. ຜົນສຳເລັດໃນການເຄື່ອນໄຫວຜ່ານມາ :
* ສືບຕໍ່ປະຊຸມປືກສາຫາລື ແລະ ຄົ້ນຄົ້ວາໜ້າວຽກລະອຽດ ພ້ອມທັງຈັດລຽງໜ້າວຽກບຸລິມະສິດ ເພື່ອສຸມໃສ່ປະຕິບັດເປັນແຕ່ລະວຽກຈະແຈ້ງ ແລະ ຂາດຕົວ.
* ປະສານພົວພັນຄະນະກອງເລຂາ ເພື່ອຮັບຮູ້ຂໍ້ມູນພື້ນຖານກ່ຽວກັບບັນຊີຈຳນວນນັກກິລາ ຄະນະນັກກິລາ, ຫົວໜ້າຄະນະນັກກິລາປະເພດຕ່າງໆ ແລະ ແຂກ VIP ປະເທດຕ່າງໆ ຂໍ້ມູນສະໜາມຝຶກຊ້ອມ ແລະ ແຂ່ງຂັນໃຫ້ຈະແຈ້ງ ເພື່ອຄົ້ນຄວ້າວິໄຈ, ກະກຽມແຜນການປະດັບປະດາ ແລະຈັດວາງທີ່ພັກອາໃສໃຫ້ແທດເໝາະກັບຕົວຈີງ ສົມເຫດສົມຜົນ.
*, ລະບົບໂຮງແຮມທີ່ກຽມຮັບໃຊ້ແຂກ, ບັນຫາງົບປະມານ ແລະ ການສົ່ງຜູ້ຕາງໜ້າຄະ ນະກຳມະການທີ່ພັກ, ອາຫານ, ປະດັບປະດາແລະທ່ອງທ່ຽວ ເຂົ້າຮ່ວມປະຈຳການຢູ່ກອງເລຂາຊີເກມ.
ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນຂົງເຂດບໍລິການທ່ອງທ່ຽວ ໄປພ້ອມໆກັບຜັນຂະ ຫຍາຍລົງໂອ້ລົມຢູ່ເມືອງຕື່ມ.
ຄະນະກຳມະການທີ່ພັກ, ອາຫານ, ປະດັບປະດາ ແລະ ທ່ອງທ່ຽວ ໄດ້ລົງກວດກາໂຮງແຮມ,
ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ ສັງລວມສະຖິຕິເບື້ອງຕົ້ນຢູ່ນະຄອນ ຫລວງວຽງຈັນ ດັ່ງນີ້ :
ໂຮງແຮມທີ່ເປີດບໍລິການຕົວຈີງແລ້ວມີ 79 ແຫ່ງ, ມີ 1.898 ຫ້ອງນອນ.
- ຽມສຳຮອງເພີ້ມເຕີມມີ 31 ແຫ່ງ, ປະກອບດດ້ວຍ 836 ຫ້ອງນອນ.
- ກຳລັງກໍ່ສ້າງໂຮງແຮມຈະສຳເລັດໃນທ້າຍປີ 2009 ມີ 12 ແຫ່ງ, ມີ 545 ຫ້ອງນອນ
+ ໂຮງແຮມຄູນໄຊ 119 ຫ້ອງ ສ້າງສຳເລັດແລ້ວ 90 %.
+ ໂຮງແຮມ ວັນຊະນະຊັນເສັດ ຍັງ 36 ຫ້ອງ.
+ ໂຮງແຮມ ຈິດປະສົງ 50 ຫ້ອງ ສ້າງສຳເລັດແລ້ວ 90 %.
+ ໂຮງແຮມ ລືໄຊ 42 ຫ້ອງ ສ້າງສຳເລັດແລ້ວ 80 %.
+ ໂຮງແຮມ ຟາມີລີ 40 ຫ້ອງ ສ້າງສຳເລັດແລ້ວ 95 %.
+ ໂຮງແຮມ ແສງຕາວັນ 48 ຫ້ອງ ສ້າງສຳເລັດແລ້ວ 75 %.
+ ໂຮງແຮມ ອາວາລອນ ຍັງ 80 ຫ້ອງ ເປີດບໍລິການແລ້ວ 20 ຫ້ອງ.
+ ໂຮງແຮມ ເລີໂລຕັສເບີຣ 14 ຫ້ອງ ສ້າງສຳເລັດແລ້ວ 76 %.
+ ໂຮງແຮມ ກູດວີວ 80 ຫ້ອງ ສ້າງສຳເລັດແລ້ 70 %.
+ ໂຮງແຮມ ໄຫວແກ້ວ 18 ຫ້ອງ ສ້າງສຳເລັດແລ້ວ 95 %.
+ ໂຮງແຮມ ເຈືອງວັນນະວົງ 246 ຫ້ອງ ສ້າງສຳເລັດແລ້ວ 65 %.
+ ໂຮງແຮມ ຈະເລີນຮຸ່ງເຮືອງ 40 ຫ້ອງ ສ້າງສຳເລັດແລ້ວ 75 %.
1.2. ເຮືອນພັກ ມີ 169 ແຫ່ງ, ມີ 2.474 ຫ້ອງນອນ.
1.3. ຮ້ານອາຫານທີ່ໄດ້ລະດັບມາດຕະຖານສາກົນມີ 69 ແຫ່ງ.
1.4. ສະຖານທີ່ທ່ອງທ່ຽວມີ 37 ແຫ່ງ, ໃນນີ້ມີ ແຫລ່ງທ່ອງທ່ຽວດ້ານວັດທະນະທຳ 16 ແຫ່ງ ສາມາດ ບໍລິການນຳທ່ຽວໄດ້ 100 %, ແຫລ່ງທ່ອງທ່ຽວດ້ານທຳມະຊາດມີ 13ແຫ່ງ, ສາມາດບໍ ລິການນຳທ່ຽວໄດ້ 7 ແຫ່ງ, ແຫລ່ງທ່ອງທ່ຽວດ້ານປູສະນີຍະສະຖານ ແລະ ປະຫວັດສາດ 8 ແຫ່ງ ສາມາດບໍລິການນຳທ່ຽວ ໄດ້ 100 % ແລະສູນການຄ້າ 04 ແຫ່ງ ສາມາດບໍລິການໄດ້ 100 %.
1.5. ບໍລິສັດ ທ່ອງທ່ຽວຢູ່ນະຄອນຫລວງວຽງຈັນມີ 66 ບໍລິສັດ.
#. ອີງໃສ່ຂໍ້ມູນໂຮງແຮມລະດັບ 20 ຫາ 40 ຫ້ອງຂື້ນເມືອ ທີ່ສາມາດຮັບຮອງແຂກປະເພດຕ່າງໆ ແລະ ນັກກິລາ, ຢູ່ໃນ 5 ເມືອງມີ 44 ແຫ່ງ = 2.536 ຫ້ອງ, ກຳລັງກໍ່ສ້າງຈະສຳເລັດໃນທ້າຍປີ 2009 ມີ 12 ແຫ່ງ = 545 ຫ້ອງນອນ, ໂຮງແຮມທີ່ກຽມສຳຮອງເພີ້ມເຕີມມີ 31 ແຫ່ງ, ປະກອບດດ້ວຍ 836 ຫ້ອງນອນ, ລວມທັງໝົດມີ 3.917 ຫ້ອງ.
1.6. ສຳເລັດການອອກແບບ ແລະປະເມີນລາຄາເອກະສານ ໂຄສະນາການທ່ອງທ່ຽວນະຄອນ ຫລວງວຽງຈັນ ເປັນຕົ້ນປື້ມໂຄສະນາ ແລະ ແຜນ DVD.
1.7. ປືກສາຫາລືການອອກແບບ ແລະ ເນື້ອໃນການໂຄສະນາ ພ້ອມທັງງົບປະມານທີ່ຈະຮັບໃຊ້ວຽກງານປະດັບປະດາຕາມຈຸດຕ່າງໆ.
1.8. ເຂົ້າຮ່ວມກອງປະຊຸມລາຍງານຄວາມຄືບໜ້າຂອງວຽກງານ 02 ຄັ້ງ.
VII./. ກຳມະການຂົນສົ່ງ
1./. ການຈັດຕັ້ງປະຕິບັດວຽກງານໃນເດືອນ 2/ 2009
1.1. ໄດ້ສົມທົບກັບຄະນະຮັບຜິດຊອບບໍລິຫານມະຫາວິທະຍາໄລແຫ່ງຊາດ (ດົງໂດກ) ລົງສຳຫລວດບ່ອນຈອດລົດຢູ່ເຂດ ມ.ຊ ຜົນຂອງການລົງສຳຫລວດເຫັນວ່າ :
- ບ່ອນຈອນລົດທີ່ໄດ້ຈັດສັນແລ້ວມີຈຳນວນ 05 ເດີ່ນ, ບ່ອນຈອດລົດທົ່ວໄປມີ 4 ເດີ່ນ ແຕ່ລະເດີ່ນສາມາດຈອດໄດ້ປະມານ 300 ຄັນ.
- ສຳລັບບ່ອນຈອດລົດແບບຖາວອນ ແມ່ນກຳລັງກໍ່ສ້າງໂດຍມີ 2 ເດີ່ນ ເຊິ່ງສາມາດຈອດລົດບັສໄດ້ປະມານ 70 ຄັນ ແລະ ລົດເບົາໄດ້ປະມານ 150 ຄັນ ແລະ ບ່ອນຈອດລົດຈັກ ແລະ ລົດຖີບຂອງພະນັກງານຮັບໃຊ້ກິລາຊີເກມ.
1.2. ໄດ້ຈັດກອງປະຊຸມຮ່ວມກັບຜູ້ປະກອບການຂົນສົ່ງໂດຍສານນະຄອນຫລວງວຽນຈັນ ( ສະມາຄົມລົດຕູ້, ສະມາຄົມລົດຕັກຊີ, ສາມາຄົມລົດຕຸກໆ-ຈຳໂບ້ ແລະ ສະມາຄົມລົດສອງແຖວ ) ເພື່ອກະກຽມລົດຮັບໃຊ້ບໍລິການຂົນສົ່ງມວນຊົນ ແລະ ຈາກການແຈ້ງຂອງແຕ່ລະສະມາຄົມມີຈຳນວນລົດດັ່ງນີ້ :
- ລົດຕູ້ມີປະມານ 100 ຄັນ.
- ລົດຕັກຊີມີປະມານ 60 ຄັນ.
- ລົດຕຸກໆມີປະມານ 500 ຄັນ.
- ລົດສອງແຖວມີປະມານ 60 ຄັນ. ( ຈຳນວນ 09 ບ່ອນນັ່ງມີ 40 ຄັນ, 17 ບ່ອນນັ່ງ ມີ 20 ຄັນ ).
1.3. ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການຈັດຍານພາຫະນະ ແລະ ປັບປຸງລະບຽບງົບປະມານ ຮັບໃຊ້ງານມະຫາກຳກິລາຊີເກມຄັ້ງທີ 25, ປີ 2009 ຂອງຄະນະກຳມະການຂົນສົ່ງ ໃນວັນທີ 16 /3/2009 ຢູ່ຫ້ອງປະຊຸມກົມຂົນສົ່ງກະຊວງ ຍທຂ ກອງປະຊຸມໄດ້ຕົກລົງກັນຄື :
- ການຈັດຍານພາຫະນະຮັບໃຊ້ແມ່ນ ລະດົມນຳລົດຮັບໃຊ້ຂອງສຳນັກງານນາຍົກ, ລະດົມນຳລົດຮັບໃຊ້ຂອງແຂວງ, ລະດົມນຳລົດຮັບໃຊ້ຂອງກອງທັບ, ລະດົມນຳລົດຮັບໃຊ້ຂອງປະຊາຊົນ.
- ຕົກລົງໃຫ້ໃສ່ສະຕິກເກີ້ຕິດລົດເປັນຊື່ປະເທດ ເປັນຕົວໜັງສື ຕົວຢ່າງ LAOS, THAILAND, VIETNAM.
1.4. ໄດ້ອອກແບບປື້ມຄູ່ມືນຳໃຊ້ການຂົນສົ່ງ ( ຂົນສົ່ງນັກກິລາ, ມວນຊົນ ແລະ ຂົນສົ່ງທາງອາກາດ ) ສຳເລັດຂັ້ນພື້ນຖານ.
VIII./. ກຳມະການການເງີນ
1./. ວຽກທີ່ໄດ້ປະຕິບັດໃນ 02 ເດືອນ ( 21 ກຸມພາ - 27 ເມສາ 2009 ).
- ໄດ້ຈັດສັນງົບປະມານລາຍຈ່າຍ ຮັບໃຊ້ງານມະຫາກຳກິລາຊີເກມຄັ້ງທີ 25, ໃຫ້ກຳ ມະການຝ່າຍຕ່າງໆ.
- ດຳເນີນການສັງລວມ ແລະ ກວດຜ່ານບັນດາເອກະສານລາຍຈ່າຍງົບປະມານຂອງກຳ ມະການຝ່າຍຕ່າງໆ ທີ່ໄດ້ສະເໜີມາຂໍຈ່າຍ ເພື່ອຮັບໃຊ້ງານມະຫາກຳກິລາຊີເກມຄັ້ງທີ 25 ເພື່ອໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫລັກການຕ່າງໆຂອງລັດວາງອອກ.
- ດຳເນີນການເປີດບັນຊີເງີນຝາກໃຫ້ກຳມະການຝ່າຍຕ່າງໆ ຢູ່ຄັງເງີນແຫ່ງຊາດ ເພື່ອຄວາມສະດວກໃນການຄຸ້ມຄອງ ແລະ ກວດກາເອກະສານລາຍຈ່າຍ.
- ປະຕິບັດການອະນຸມັດຈ່າຍເງີນຕາມແຜນ ໃຫ້ແກ່ກຳມະການຝ່າຍຕ່າງໆ ເຂົ້າບັນຊີເງິນຝາກຢູ່ຄັງເງີນແຫ່ງຊາດ, ຊຶ່ງມາຮອດປັດຈຸບັນແມ່ນໄດ້ສຳເລັດການອະນຸມັດຈ່າຍເງີນ ໃຫ້ ແຕ່ລະກຳມະການຕາມແຜນທີ່ສະພາແຫ່ງຊາດໄດ້ອະນຸມັດ 94.5 ຕື້ກີບແລ້ວ.
- ໄດ້ເຂົ້າຮ່ວມກອງປະຊຸມລາຍງານຄວາມຄືບໜ້າ ໃນການກະກຽມງານມະຫາກຳກິລາຊີເກມຄັ້ງທີ 25 ເປັນປົກກະຕິໃນແຕ່ລະເດືອນ.
IX./. ກຳມະການ ໂຄສະນາ-ຂ່າວສານ
1./. ໄດ້ເຮັດແຜນດັດແກ້ງົບປະມານສັງລວມທຸກພາກສ່ວນຂອງກຳມະການ ໂຄສະນາ-ຂ່າວ ສານ ຮັບໃຊ້ງານມະຫາກຳກິລາຊີເກມຄັ້ງທີ 25 ຊຶ່ງມູນຄ່າລວມທັງໝົດ 16.273.360.300 ກີບ.
2./. ໄດ້ເຮັດແຜນຂໍຖອນເງີນງົບປະມານຄັ້ງທີ 1 ປີ 2009 ເພື່ອກຽມໃຫ້ແກ່ການຮັບໃຊ້ການປະຕິບັດງານດ້ານຕ່າງໆໃນໄຕມາດທີ 1 ປີ 2009 ລວມເປັນ 5,420,935,400 ກີບ.
3./. ໄດ້ປະຕິບັດແຜນການໂຄສະນາປະຊາສຳພັນໃນສື່ຕ່າງໆເຊັ່ນ : ການຈັດລາຍການສະເພາະທາງດ້ານວິທະຍຸ ແລະ ໂທລະພາບ ກ່ຽວກັບວຽກງານຊີເກມຄັ້ງທີ 25 ຢູ່ໃນໜັງສືພິມລາຍວັນ ໄດ້ມີຄໍລຳອອກຂ່າວການເຄື່ອນໄຫວວຽກງານຊີເກມຄັ້ງທີ 25 ຢູ່ຕະຫລອດມາ.
4./. ໄດ້ແຕ່ງຕັ້ງຜູ້ຕາງໜ້າຄະນະກຳມະການໂຄສະນາ-ຂ່າວສານ 02 ທ່ານ ເພື່ອຕິດຕາມ, ພົວ ພັນ ແລະ ປະສານງານກັບ ຄະນະກຳມະການກອງເລຂາໄດ້ທຸກເວລາ ຊຶ່ງລາຍລະອຽດ ໄດ້ແຈ້ງໃຫ້ຄະນະກຳມະການກອງເລຂາຕ່າງຫາກແລ້ວ.
5./. ໄດ້ແຕ່ງຕັ້ງຫົວໜ້າອານຸກຳມະການ ຖ່າຍທອດສົດພ້ອມຄະນະໄປຫວຽດນາມ ເພື່ອໃຫ້ໂທລະພາບແຫ່ງຊາດຫວຽດນາມ VTV ແຕ່ງຄູຝຶກມາຊ່ວຍຝືກມືກອ້ງລາວເຮົາໃນທ້າຍເດືອນມີ ນາ 2009 ນີ້ຢູ່ວຽງຈັນ.
X./. ກຳມະການພິທີ ເປີດ-ປິດ ແລະ ວັດທະນະທຳ
1./. ໜ້າວຽກທີ່ໄດ້ປະຕິບັດ
1.1. ໄດ້ປັບປຸງຂໍ້ຕົກລົງຂອງອະນຸກຳມະການພິທີແຫ່-ແລ່ນທວນໄຟ, ປະກອບບຸກຄະລາກອນຄືນໃໝ່ໃຫ້ຄົບຖ້ວນ.
1.2. ໄດ້ສ້າງແຜນງົບປະມານຮັບໃຊ້.
1.3. ໄດ້ປະສານສົມທົບເອົາຈຳນວນພົນ ຂອງຄະນະຮັບຜິດຊອບລວມ, ຂອງຄະນະຮັບຜິດຊອບນັກ ຮຽນ, ນັກສຶກສາຂອງພິທີແຫ່-ແລ່ນທວນໄຟ.
1.4. ໄດ້ກຳນົດສະຖານທີ່ການຝຶກແອບຕົວແບບ ແລະ ສະຖານທີ່ການຝຶກແອບຕົວຈີງ ຢູ່ແຕ່ລະໂຮງຮຽນ ແຕ່ລະສະຖາບັນ.
1.5. ດ້ານອຸປະກອນຮັບໃຊ້ ໃນການຈູດທວນໄຟ, ເຕັກນິກການຈູດທວນໄຟ ແລະ ການຈູດບັ້ງໄຟພຸປະດັບເອ້ແບບມີສີສັນອາລັງການ, ໄດ້ພົວພັນກັບ 03 ບໍລິສັດຄື :
- ບໍລິສັດ ວີອາຮ ບິວເຊັນເຕເຊີນ ຈຳກັດ
- ບໍລິສັດ ເອແອນບີ ໂຊລູຊັ່ນ ຈຳກັດ
- ບໍລິສັດ ເຕີເຊິນຄອມເພີນີ ຈຳກັດ
ຜ່ານການສະເໜີຂໍ້ມູນລາຍລະອຽດ ຂອງ 03 ບໍລິສັດເຫັນໄດ້ວ່າ : ບໍລິສັດ ວີອາຮ ບິວເຊັນເຕເຊີນ ຈຳກັດ ໄດ້ມີຜົນງານໄລຍະ 20 ກວ່າປີ, ແລະ ຮັບໃຊ້ພິທີເປີດ-ປິດງານແຂ່ງຂັນກິລາເອຊຽນເກມ, ຊີເກມ, ກິລາຄົນພິການ ແລະ ງານອື່ນໆຜ່ານມາ.
ຜ່ານການປືກສາຫາລືບໍລິສັດດັ່ງກ່າວ, ທາງບໍລິສັດຮັບຄຳຄິດ, ຄຳເຫັນຈະນຳໄປສຶກສາຄົ້ນຄວ້າອອກແບບການຄິດໄລ່ມູນຄ່າແລ້ວ ຈະນຳມາສະເໜີຕໍ່ຄະນະຮັບຜິດຊອບພິທີ ເປີດ - ປິດ ໃນລະຫວ່າງວັນທີ 21/4 /2009.
ພ້ອມໆນັ້ນ ອະນຸກຳມະການພວກເຮົາຈະສືບຕໍ່ພົວພັນກັບສະຖານທູດ ສ.ປ ຈີນ, ສ.ສ ຫວຽດ ນາມ ເພື່ອບັນລຸຈຸດປະສົງແຜນການຂອງຕົນ ດ້ວຍຄວາມຮັບຜິດຊອບສູງຕໍ່ການຈັດຕັ້ງງານ.
2./. ລາຍງານຄວາມຄືບໜ້າຂອງອະນຸກຳມະການສວນສະໜາມພິທີ ເປີດ -ປິດ ຊີເກມ
2.1. ວຽກທີ່ໄດ້ເຮັດສຳເລັດ :
- ໄດ້ປະຊຸມລວມກັບຄະນະອະນຸກຳມະການສວນສະໜາມ.
- ໄດ້ເກັບກຳເອົາຈຳນວນລາຍຊື່ຂອງຄະນະຮັບຜິດຊອບກ້ອນສວນສະໜາມ ແລະ ນາງສາວຖືປ້າຍ 8 ທ່ານ ແລະ ຈຳນວນພົນລາຍຊື່ນັກຮຽນວິທະຍາຄານປ້ອງກັນຄວາມສະຫງົບແຫ່ງຊາດ ລວມ 178 ຄົນ.
- ໄດ້ສ້າງແຜນຕາຕະລາງດຳເນີນການຝຶກແອບຂອງ ອະນຸກຳມະການສວນສະໜາມ.
- ໄດ້ເຮັດຮ່າງວາລະພິທີເປີດ - ປິດ ເພື່ອຂໍຜ່ານກອງເລຂາ.
XI./. ກຳມະການ ໂທລະຄົມມະນາຄົມ ແລະ ໄອທີ
1./. ວຽກໃນເດືອນ 2 ທີ່ໄດ້ປະຕິບັດ
1.1. ໄດ້ຈັດກອງປະຊຸມສຳມະນາການສ້າງແຜນບໍລິຫານທາງດ້ານໂທລະຄົມ ແລະ ໄອທີ ຊຶ່ງກອງປະ ຊຸມສຳມະນາ ໄດ້ເປັນເອກະພາບກັນບາງບັນຫາດັ່ງນີ້ :
- ລະບົບຊອບແວ ແລະ ຮາດແວ ແມ່ນມາເລເຊຍເປັນຜູ້ຮັບຜິດຊອບ ( ໂດຍການສະເໜີຂອງມາເລເຊຍ ).
- ຕິດຕັ້ງ ແລະຄຸ້ມຄອງລະບົບ Lan ແລະ ອະນຸກຳມະການໄອທີ ຮັບຜິດຊອບ ( ອະນຸກຳມະ ການໄອທີເປັນຜູ້ສະເໜີ ).
- ກໍ່ສ້າງລະບົບໂຄງລ່າງພື້ນຖານ ທາງດ້ານໂທລະຄົມ ແມ່ນອະນຸກຳມະການ ໂທລະຄົມ ຮັບຜິດ ຊອບ ( ອະນຸກຳມະການໂທລະຄົມ ເປັນຜູ້ສະເໜີ ).
ທັງສາມພາກສ່ວນນີ້ ໄດ້ສ້າງລະບົບເຕັກນິກຂອງຕົນ ເພື່ອຜ່ານກອງປະຊຸມສຳມະນາ ແລະ ກໍ່ລົງເອີຍການດ້ວຍຄວາມເຫັນດີ ແລະ ເປັນເອກະພາບກັນ.
1.2. ໄດ້ຮ່ວມກັບ ມາເລເຊຍ ສຳພາດເອົາອາສາສະໝັກ ເພື່ອຮ່ວມເຮັດວຽກກັບ ມາເລເຊຍ ມີຜູ້ເຂົ້າສຳພາດ 131 ຄົນ ຈະຄັດເລືອກເອົາ 100 ຄົນ.
1.3. ອານຸກຳມະການ ໂທລະຄົມ ໄດ້ລົງສຳຫລວດພື້ນທີ່ພາກສະໜາມການແຂ່ງຂັນ ເພື່ອວາງເຄືອຂ່າຍສາຍໃຍແສງ ເຂົ້າແຕ່ລະຈຸດທີ່ຕັ້ງ ໂດຍຈະເດີນສອງສາຍເຂົ້າແຕ່ລະຈຸດ.
1.4. ໄດ້ເອກະພາບ ແລະ ຕົກລົງເອົາມະຫາວິທະຍາໄລດົງໂດກ ເປັນສູນກາງຄອບຄຸມລະບົບໂທລະຄົມ ແລະ ໄອທີ.
ໄດ້ສົມທົບ ແລະ ພົວພັນກັບກົມຄຸ້ມຄອງຄື້ນຄວາມຖີ່ຂອງຫວຽດນາມ ໃນການຂໍຢືມ ຫລື ເຊົ່າລະບົບໂຟນີ.
ຂໍອະນຸມັດງົບປະມານ ເພື່ອຮັບໃຊ້ຄະນະກຳມະການໂທລະຄົມ ແລະ ໄອທີ ທີ່ປະທານຈັດງານແຂ່ງຂັນໄດ້ອະນຸມັດເງີນຈຳນວນ 6.726.096.000 ກີບ ແລະຂໍຖອນຮັບໃຊ້ວຽກງານທີ່ຈຳ ເປັນຈ່າຍຈຳນວນ 391.500.000 ກີບ.
ໄດ້ຈັດກອງປະຊຸມຮ່ວມກັບກະຊວງ ປກສ ເປັນເວລາ 02 ວັນ ເພື່ອສຶກສາຄວາມເປັນໄປໄດ້ຮ່ວມກັນໃນການນຳໃຊ້ໂຟນີ ຂອງກະຊວງ ປກສ.
ໄດ້ແຕ່ງຕັ້ງຄະນະທາງດ້ານໂທລະຄົມ, ໄອທີ ແລະ ຄະນະປະຈຳການ ໃນຄະນະກຳມະການ ໂທລະຄົມ ແລະ ໄອທີ.
XII./. ກຳມະການການຕະຫລາດ ແລະ ສິດທິປະໂຫຍດ
1./. ວັນທີ 11/02/2009 ໄດ້ເຂົ້າຮ່ວມນຳຄະນະຊີເກມ ໄປກວດເບິ່ງສະຖານທີ່ຈອດລົດ ແລະ ແຜນການເດີນລົດ ( ແຜນຈໍລະຈອນ ).
2./. ວຽກງານການລະດົມທຶນ
1. ໄດ້ຮ່າງຈົດໝາຍເຖີງບັນດາກະຊວງ, ບັນດາແຂວງຕ່າງໆ ພ້ອມທັງກະກຽມໃບແຈ້ງເຈດຈຳນົງສົ່ງໃຫ້ບັນດາພາກສ່ວນຕ່າງໆ ເພື່ອຂໍການສະໜັບສະໜູນ.
2. ກະກຽມພິມໃບກຽດຕິຄຸນ, ໃບຍ້ອງຍໍ, ໃຫ້ແກ່ບັນດາບຸກຄົນ, ນິຕິບຸກຄົນ, ບໍລິສັດຕ່າງໆ ທີ່ໃຫ້ ການສະໜັບສະໜູນກິລາຊີເກມ.
3. ກະກຽມຮ່າງໜັງສືສະເໜີຫາທ່ານ ປະທານຄະນະກຳມະການຈັດງານຊີເກມຄັ້ງທີ 25 ເພື່ອຂໍອອກຫວຍກິລາ.
4. ຕິດຕາມທາບທາມ ( ເກັບເງີນ ) ນຳບັນດາບຸກຄົນ, ນິຕິບຸກຄົນ, ບໍລິສັດຫ້າງຮ້ານຕ່າງໆ ທີ່ໄດ້ແຈ້ງເຈດຈຳນົງ.
5. ສົມທົບກັບນະຄອນຫລວງ ກວດກາສະຫລຸບກ່ຽວກັບການຫາລາຍໄດ້ໃນຄືນວັນທີ 31 ທັນວາ 2008 ເພື່ອລາຍງານໃຫ້ຂັ້ນເທີງ.
XIII./. ກຳມະການພິທີການທູດ ແລະ ຕ້ອນຮັບແຂກ
1./. ວຽກທີ່ໄດ້ປະຕິບັດໃນໄລຍະຜ່ານມາ
- ກະກຽມເປີດກອງປະຂຸມຄົບຄະນະ ຂອງຄະນະກຳມະການພິທີການທູດ ແລະ ຕ້ອນ ຮັບແຂກ ອະນຸກຳມະການຕ່າງໆ ຄັ້ງທີ 3 ເພື່ອລາຍງານຜົນກະກຽມໄລຍະ 2.
- ອະນຸກຳມະການຕ່າງໆຈັດຕັ້ງ ແລະ ປະຕິບັດແຜນການກ່ຽວກັບໜ້າວຽກຂອງຕົນທີ່ຮັບຜິດ
ຊອບ.
- ອະນຸກຳມະການທັງໝົດ ໃຫ້ຈັດຕັ້ງການຝຶກອົບຮົມທິດສະດີ ແລະ ຝຶກການປະຕິບັດພາກຕົວ
ຈີງໃຫ້ພະນັກງານ ເປັນໄລຍະເພື່ອກະກຽມຄວາມພ້ອມໃຫ້ແກ່ການຕ້ອນຮັບໃຫ້ໄດ້ດີ.
- ເກັບກຳຂໍ້ມູນເພື່ອຈັດພິມປື້ມຄູ່ມື ຂອງຄະນະກຳມະການພິທີການທູດ ແລະ ຮັບຕ້ອນ ໃຫ້ສຳເລັດ.
- ອານຸກຳມະການຮັບຜິດຊອບ LO ໄດ້ສົມທົບ ແລະ ປະສານງານກັບມະຫາວິທະຍໄລແຫ່ງຊາດ ຄັດເລືອກເອົາ LO ແລະ ອາສາສະໝັກພາກສ່ວນຕ່າງໆ ພ້ອມທັງຄັດເລືອກແລະຈັດຝຶກອົບຮົມ ແລະ ລົງຕົວຈິງ.
XIV./. ກຳມະການການແພດ ແລະ ຄວບຄຸ້ມສານກະຕຸ້ນ
1/. ວຽກງານທີ່ໄດ້ປະຕິບັດສຳເລັດຜ່ານມາ
4 ໄດ້ຈັດກອງປະຊຸມຄັ້ງວັນທີ 2 ມັງກອນ 2009 ເພື່ອລາຍງານການປະຕິບັດວຽກງານ 03 ເດືອນທ້າຍປີ 2008 ແລະ ກະກຽມແຜນການດຳເນີນງານ 03 ເດືອນຕົ້ນປີ 2009.
4 ລາຍງານແຜນງົບປະມານໃນເບື້ອງຕົ້ນ ສະບັບເລກທີ 18 ກໍລະກົດ 2008 ເປັນມູນຄ່າ 14.720.222.350 ກີບ.
4 ໄດ້ດັດປັບແຜນງົບປະມານ ສະບັບລົງວັນທີ 28 ຕຸລາ 2008 , ເປັນມູນຄ່າ 15.297.787.300 ກີບ, ໂດຍຕັດງົບປະມານແຂວງ ຫລວງພະບາງ, ແຂວງ ຈຳປາສັກ ອອກ ແລະ ໄດ້ຕື່ມແຜນຊື້ອຸປະກອນການແພດ ເພື່ອຮັບໃຊ້ໜ່ວຍລົດແພດ.
4 ໄດ້ດັບປັບແຜນງົບປະມານລົງອີກເປັນຄັ້ງທີ 3, ສະບັບລົງວັນທີ 2 ມັງກອນ 2009 , ເປັນມູນຄ່າ 14.955.602.300 ກີບ.
4 ໄດ້ສົ່ງໃບສະເໜີສະບັບເລກທີ 02/ກຊສ, ລົງວັນທີ 5 ມັງກອນ 2009 ເຖີງທ່ານປະທານ ຄະນະຮັບຜິດຊອບຈັດງານມະຫາກຳຊີເກມຄັ້ງທີ 25 ປີ 2009, ເພື່ອຂໍການຊ່ວຍເຫລືອການຝຶກອົບຮົມດ້ານການແພດ ແລະ ຂໍຢືມລົດແພດ ແລະ ອຸປະກອນການແພດນຳ ສສ ຫວຽດນາມ ເພື່ອຮັບໃຊ້ງານມະຫາກຳຊີເກມຄັ້ງທີ 25.
4 ໄດ້ສົ່ງໃບສະເໜີສະບັບເລກທີ 03/ ກຊສ, ລົງວັນທີ 5 ມັງກອນ 2009 ເຖີງທ່ານປະທານ ຄະນະຮັບຜິດຊອບຈັດງານມະຫາກຳຊີເກມຄັ້ງທີ 25 ປີ 2009, ເພື່ອສະເໜີຂໍການຊ່ວຍເຫລືອລົດແພດ, ພາຫານະຮັບໃຊ້ ແລະ ອຸປະກອນການແພດທີ່ຈຳເປັນນຳ ສປ ຈີນ ເພື່ອຮັບໃຊ້ງານມະຫາກຳກິລາຊີເກມຄັ້ງທີ 25, ປີ 2009.
4 ໄດ້ຈັດກອງປະຊຸມວິຊາການ ຄັ້ງວັນທີ 12/02/2009 ເພື່ອດັບປັບແຜນການງົບປະມານຂອງແຕ່ລະໜ່ວຍງານແພດຫ້ສອດຄ່ອງກັບງົບປະມານຂອງລັດຖະບານ, ໃຫ້ແຕ່ລະໜ່ວຍງານຂື້ນແຜນການໃຊ້ຈ່າຍແຕ່ລະເດືອນລະອຽດ ໂດຍເລີ້ມຕົ້ນຈາກເດືອນ 2 ເຖີງ ເດືອນ 11 ປີ 2009 ພ້ອມທັງສະເໜີແຜນພະນັກງານແພດຮັບໃຊ້ໃນງານມະຫາກຳຊີເກມ 2009.
- ໄດ້ປັບແຜນງົບປະມານຄັ້ງທີ 4, ສະບັບລົງວັນທີ 16 ກຸມພາ 2009, ເປັນມູນຄ່າ 14.383.389.500 ກີບ.
4 ໄດ້ເຮັດໃບໜັງສືນຳສົ່ງໃໝ່ ສະບັບເລກທີ 133/ກຊສ, ລົງວັນທີ 4 ມີນາ 2009 ເຖີງ ທ່ານປະທານ ຄະນະຮັບຜິດຊອບຈັດງານມະຫາກຳຊີເກມຄັ້ງທີ 25 ປີ 2009, ເພື່ອສົ່ງລາຍຊື່ພະ ນັກງານ 10 ທ່ານ ຂອງກຳມະການການແພດ ແລະ ຄວບຄຸ້ມສານກະຕຸ້ນໄປຢ້ຽມຢາມ ແລະ ຖອດຖອນບົດຮຽນກ່ຽວກັບການແພດ, ຄວາມປອດໄພຂອງອາຫານ ແລະການຄວບຄຸມສານກະຕຸ້ນຢູ່ ສສ ຫວຽດນາມ ເຊິ່ງມີແຜນການເດີນທາງ ໃນວັນທີ 18-22/5/2009.
ຜ່ານມາກຳມະການແພດ ໄດ້ສົ່ງລາຍຊື່ທີມງານທີ່ຈະໄປຢ້ຽມຢາມ ສສ ຫວຽດນາມ ໃຫ້ຄະນະກຳມະການຈັດງານຊີເກມຄັ້ງທີ 25 ແລ້ວຕາມໜັງສືສະເໜີເລກທີ 419/ກຊສ, ລົງວັນທີ 23 ມີຖຸນາ 2008 ນັ້ນ ແມ່ນຖືກລົບລ້າງ ມາເຖີງປັດຈະບັນໂດຍອີງໃສ່ການຈັດຕັ້ງປະຕິບັດວຽກງານອັນຈຳເປັນໃນຕົວຈີງ ຈຶ່ງໄດ້ມີການປ່ຽນແປງລາຍຊື່ບາງທ່ານ.
4 ໄດ້ຈັດກອງປະຊຸມປະຈຳເດືອນ 03/2009 ຂອງກຳມະການການແພດ ແລະ ຄວບຄຸມສານກະຕຸ້ນ ຄັ້ງວັນທີ 16/03/2009.
- ເພື່ອດັບປັບແຜນງົບປະມານລວມຂອງແຕ່ລະໜ່ວຍງານໃຫ້ສອດຄ່ອງກັບຂໍ້ຕົກລົງຂອງປະ ທານ ຈັດງານມະຫາກຳຊີເກມຄັ້ງທີ 25 ວ່າດ້ວຍການອະນຸມັດແຜນການລາຍຈ່າຍເງີນເຄື່ອນໄຫວຮັບໃຊ້ວຽກຈັດງານມະຫາກຳຊີເກມຄັ້ງທີ 25 ສົກປີ 2009, ເລກທີ 144/ຄຈກຊ.25, ວັນທີ 03/03/2009 ເປັນຈຳນວນເງີນທັງໝົດ 5.1780020.220 ກີບ.
- ໃຫ້ແຕ່ລະໜ່ວຍງານຂື້ນແຜນການໃຊ້ຈ່າຍແຕ່ລະເດືອນລະອຽດ ເພື່ອຖອນເງີນໄປເຮັດກິດ ຈະກຳຕົວຈີງ ໂດຍປະຕິບັດຕາມລະບຽບການນຳໃຊ້ງົບປະມານຂອງລັດ.
- ໄດ້ແຈ້ງການລະບອບການສະຫລຸບລາຍງານປະຈຳອາທິດ, ປະຈຳເດືອນ ຂອງແຕ່ລະໜ່ວຍງານແລ້ວສົ່ງໃຫ້ກອງເລຂາການແພດເພື່ອສັງລວມແລ້ວສົ່ງໃຫ້ ຄະນະກຳມະການຈັດງານມະຫາກຳກິລາຊີເກມ ຄັ້ງທີ 25.
- ຄັດເລືອກພະນັກງານ 01 ທ່ານເພື່ອໄປປະຈຳການຢູ່ ຄະນະກຳມະການກອງເລຂາກິລາຊີເກມ ຄັ້ງທີ 25, ແຕ່ຍັງບໍ່ທັນຕົກລົງເປັນທາງການ.
2./. ໜ່ວຍວິຊາການ ( ການແພດ, ຄວບຄຸມສານກະຕຸ້ນ, ສິ່ງແວດລ້ອມ-ເຝົ້າລະວັງພະຍາດລະບາດ ແລະ ຄວາມປອດໄພອາຫານ ).
- ສຳເລັດການຮ່າງຄູ່ມືການແພດ.
- ສຳເລັດການຮ່າງຄູ່ມືຄວບຄຸ້ມສານກະຕຸ້ນ.
- ສຳເລັດການຮ່າງຄູ່ມື ແລະ ຈັດກອງປະຊຸມຜ່ານຮ່າງຄູ່ມື ແນະນຳດ້ານອານາໄມ, ອາຫານປອດໄພ, ເຝົ້າລະວັງພະຍາດລະບາດ ໃນເດືອນ 11/2008.
- ຈັດກອງປະຊຸມຜ່ານແຜນງົບປະມານຮ່ວມກັບພາກສ່ວນກ່ຽວຂ້ອງ ເຊັ່ນ : ກົມອະນາໄມ-ກັນພະຍາດ, ກົມອາຫານ ແລະ ຢາ, ສູນວິເຄາະລະບາດວິທະຍາ, ສູນວິໃຈອາຫານ ແລະ ຢາ, ສູນນ້ຳສະອາດ ແລະ ສິ່ງແວດລ້ອມ, ສູນໄຂ້ຍຸງ, ແມ່ກາຝາກ ແລະ ແມງໄມ້ໃນເດືອນ 1/2009.
- ຮ່າງຂໍ້ແນະນຳ ແລະ ຄູ່ມືອະນາໄມອານ ຢູ່ຫໍອາຫານ, ສູນອາຫານ, ອາຫານຂາຍຕາມແຄມທາງ ໃນເດືອນ 10,11,12/2008 ແລະ ໃນເດືອນ 1/2009.
- ກົມອະນາໄມ-ກັນພະຍາດ, ກົມອາຫານແລະຢາ ແລະ ສູນລະບາດວິທະຍາຮ່ວມກັບພະແນກ ສາທາລະນະສຸກນະຄອນຫລວງວຽງຈັນ ລົງກວດກາອາຫານ ແລະ ສືບສວນພະຍາດເກີດຈາກອາຫານຢູ່ຮ້ານອາຫານລະບຽງລົມ.
= ຕີລາຄາການເຄື່ອນໄຫວວຽກງານທີ່ຜ່ານມາ .
- ດ້ານດີ : ກຳມະການຝ່າຍຕ່າງໆ ໄດ້ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ຊຶ່ງໄດ້ເຮັດໃຫ້ ໜ້າວຽກຕ່າງໆມີຄວາມຄືບໜ້າຫລາຍ.
- ດ້ານຂໍ້ຄົງຄ້າງ : ກຳມະການຕ່າງໆ ຕ້ອງເພີ່ມຄວາມຮັບຜິດຊອບ ໂດຍສະເພາະແມ່ນການປະ ສານງານ ຮ່ວມແຮງຮ່ວມໃຈກັນເຮັດວຽກງານໃຫ້ສຳເລັດ ເພາະຜ່ານມາຕ່າງຄົນຕ່າງເຮັດ ຍັງບໍ່ ທັນເປັນເຈົ້າການໃນການປະສານງານໃນໜ້າວຽກທີ່ຈະໄດ້ຮ່ວມກັນ.
ແຜນວຽກໃນຕໍ່ໜ້າຂອງແຕ່ລະກຳມະການ
ແຜນວຽກໃນຕໍ່ໜ້າຂອງກຳມະການກອງເລຂາ-ປະສານງານແລະຂະບວນການ.
ສືບຕໍ່ກັບບັນດາປະເທດເພື່ອນມິດອາຊຽນ, ອາຊີ ເພື່ອຂໍການສະໜັບສະໜູນວຽກງານຊີ ເກມ.
ສືບຕໍ່ປະສານກຳມະການຝ່າຍຕ່າງໆ ເພື່ອສັງລວມເຂົ້າໃນບົດສະຫລຸບລາຍງານ ເປັນ ຄວາມຄືບໜ້າໃນການກະກຽມວຽກຊີເກມ ຕໍ່ກອງປະຊຸມຄົບຄະນະທີ່ຈະມີຂື້ນເປັນປະຈຳ ທຸກໆ 02 ເດືອນ.
ຕ້ອນຮັບຊ່ຽວຊານທາງດ້ານເຕັກນິກຈາກ OCA ມາກວດກາສະໜາມກິລາ ເພື່ອຢັ້ງຢືນ ມາດຖານສະໜາມແຂ່ງຂັນ.
ແຜນວຽກໃນຕໍ່ໜ້າຂອງກຳມະການ ບໍລິຫານ-ບໍລິການ.
+ ກຳລັງຄົ້ນຄ້ວາປຶ້ມຄູ່ມື:
- ປື້ມຄູ່ມືແນະນຳ ບ້ານພັກນັກກິລາ Athletes Village ( Accommodation Manual )
- ປື້ມຄູ່ມືແນະນຳ ການຕ້ອນຮັບ ATHLETES’S RECEPTION.
- ປື້ມຄູ່ມືແນະນຳ ການນຳໃຊ້ ເອກະລັກປະຈຳການແຂ່ງຂັນ ( Corporation Identity Guideline).
- ກະກຽມຕ້ອນຮັບຊ່ຽວຊານຈາກ ສ.ສ ຫວຽດນາມ ແລະ ມາເລເຊຍ ຊ່ວຍກະກຽມວຽກງານ ແຕ່ ລະດ້ານ.
- ວຽກຂື້ນທະບຽນ ( ID card ) ຈະເລີ່ມປະຕິບັດກ່ອນ 03 ເດືອນ, ເດືອນ 03/2009 ຈະເປີດສູນ ID card, ສຳລັບ ID card ຂອງລາວ, ຈະໄດ້ສົ່ງແບບຟອມໃຫ້ຄະນະກຳມະການ, ອະນຸກຳມະ ການພ້ອມດ້ວຍບຸກຄະລາກອນຝ່າຍຕ່າງໆ ໃຫ້ແຕ່ລະຄົນປະກອບແບບຟອມສົ່ງໃຫ້ຂື້ນທະບຽນ ກ່ອນໜ້າ 03 ເດືອນ.
- ກະກຽມແຕ່ງຕັ້ງບຸກຄະລາກອນເຂົ້າໃນຝ່າຍຮັບຕ້ອນຄະນະນັກກິລາໃນສະໜາມບິນ, ຂົວມິດ ຕະພາບ ແລະ ຝ່າຍອອກບັດຢູ່ ຄກຊ ແລະ ສູນ ICTC ຫລັກ 5.
- ສືບຕໍ່ເກັບກຳຂໍ້ມູນນຳກຳມະການຝ່າຍຕ່າງໆເອົາເຂົ້າ Website SEA Games ໃຫ້ໄດ້ອອກ ເປັນປົກກະຕິ.
- ສີບຕໍ່ກະກຽມຄັດເລືອກເອົາອາສາສະໝັກຈາກມະຫາວິທະຍາໄລາ, ວິທະຍາໄລາພາກລັດ-ເອກ ກະຊົນ ເພື່ອຄັດເລືອກໃຫ້ຄົບຕາມໜ້າວຽກທີ່ໄດ້ກຳນົດໄວ້.
- ກະກຽມແຜນການເຝິກອົບຮົມອາສາສະໝັກງວດ 1 ( ເດືອນ 3-5/2009 ).
- ສືບຕໍ່ກະກຽມຜະລິດເຄື່ອງນຸ່ງຊຸດຊຸດພິທີການຂອງຄະນະນຳ, ຄະນະປະທານ, ຄະນະກຳມະ ການ ແລະ ອະນຸກຳມະການຝ່າຍຕ່າງໆ, ເຄື່ອງນຸ່ງຂອງອາສາສະໝັກ ແລະ ນັກກິລາ.
- ສືບຕໍ່ປະສານໄປຍັງບໍລິສັດເພັດຈຳປາ ກ່ຽວກັບການຜະລິດຫລຽນລາງວັນຊະນະເລີດ, ຫລຽນທີ່ ລະນຶກ ແລະ ຂອງຂວັນທີ່ລະລືກ ຈຳນວນໜື່ງທີ່ໄດ້ມອບໝາຍໃຫ້ ບໍລິສັດເປັນຜູ້ອອກແບບຕາມ ທິດຊີ້ນຳຂອງທ່ານ ລັດຖະມົນຕີປະຈຳ ສນຍ, ຮອງປະທານ ຄະນະກຳມະການຈັດງານກິລາ ຊີເກມຄັ້ງທີ 25.
+ ນອກຈາກນັ້ນ ກໍໄດ້ປະສານງານກັບກຳມະການຝ່າຍຕ່າງໆ ຕາມໜ້າວຽກທີ່ຈຳໄດ້ຮ່ວມກັນເຊັ່ນ: ກຳມະການເຕັກນິກ - ຈັດການແຂ່ງຂັນ, ກຳມະການທີ່ພັກ, ອາຫານດ ປະດັບປະດາ ແລະ ທ່ອງ ທ່ຽວ, ກຳມະການຂົນສົ່ງ.
#. ແຜນວຽກໃນຕໍ່ໜ້າຂອງອະນຸກຳມະການກໍ່ສ້າງ, ສ້ອມແປງສະໜາມແຂ່ງຂັນ ແລະ ພັດທະນາເສັ້ນທາງຕົວເມືອງ.
- ສືບຕໍ່ກໍ່ສ້າງເສັ້ນທາງອ້ອມສະໜາມກິລາບຶງຂະຫຍອງ ໃຫ້ສຳເລັດເດືອນ 04/2009.
- ເສັ້ນທາງຄຳສະຫວາດ-ຫົວຂົວ-ໜອງໜ່ຽງ-ສະຖານີວິທະຍຸ ໃຫ້ສຳເລັດ ເດືອນ 05/2009.
- ສືບຕໍ່ກໍ່ສ້າງເສັ້ນທາງດອນໜູນ-ສະໜາມກິລາດົງໂດກ ໃຫ້ສຳເລັດເດືອນ 04/2009.
- ສືບຕໍ່ກໍ່ສ້າງເສັ້ນທາງ ອ້ອມມະຫາວິທະຍາໄລດົງໂດກ ໃຫ້ສຳເລັດເດືອນ 05/2009.
- ສືບຕໍ່ວາງທໍ່ນ້ຳປະປາທາງຊີເກມ ໃຫ້ສຳເລັດເດືອນ 04/2009.
- ສືບຕໍ່ກໍ່ສ້າງທາງດົງບັງ-ລາດຄວາຍ-ທາງເລກ10 ໃຫ້ສຳເລັດເດືອນ 05/2009.
- ສືບຕໍ່ລົງມືທາງນາຄວາຍ-ຄຳສະຫວາດ, ຊຽງດາ-ດົງໂພສີ ໃຫ້ສຳເລັດເດືອນ 05/2009.
- ສືບຕໍ່ລົງມືເສັ້ນທາງ ວັງຊາຍ-ຊຳເຄ້-ອຸດສະຫະກຳ ໃຫ້ສຳເລັດເດືອນ 05/2009.
- ສືບຕໍ່ກໍ່ສ້າງເສັ້ນທາງດອນແດງ-ຕານມີໄຊ ໃຫ້ສຳເລັດເດືອນ 04/2009.
- ເສັ້ນທາງເຂົ້າສະຖານີວິທະຍຸກະຈາຍສຽງ-ສະໜາມກິລາແຫ່ງຊາດ ໃຫ້ສຳເລັດເດືອນ 04/2009.
- ສືບຕໍ່ກໍ່ສ້າງເສັ້ນທາງເຂົ້າສູນຝຶກຊ້ອມສີເກີດ ໃຫ້ສຳເລັດເດືອນ 04/2009.
- ເລີ່ມລົງມືຕິດຕັ້ງປ້າຍຈໍລະຈອນ ໃນເດືອນ 05/2009 ແລະ ແຜນການຕີເສັ້ນຈໍລະຈອນ ແລະ ທາສີ ຂອບທາງ ເລີ່ມເດືອນ 10/2009 ໃຫ້ສຳເລັດ 15/11/2009.
#.ແຜນວຽກໃນຕໍ່ໜ້າຂອງກຳມະການກະກຽມນັກກິລາຂອງລາວເພື່ອເຂົ້າຮ່ວມຍາດເອົາຫຼຽນ
- ກະກຽມຈັດນັກກິລາ ໄປເຂົ້າສູນຝຶກກິລາແຫ່ງຊາດ ( ສີເກີດ ) ໃຫ້ເຕັມຕາມຈຳນວນ.
- ສົມທົບກັບສະຫະພັນກິລາ ກະກຽມຄູຝຶກ ແລະ ນັກກິລາ ສົ່ງໄປຝຶກແອບຢູ່ສູນຝຶກ ສ.ສ ຫວຽດນາມ ກຳນົດ 5-6 ເດືອນ ຕາມໂຄງການຮ່ວມມືດ້ານກິລາ-ກາຍະກຳລະຫວ່າງ 2 ປະເທດ ລາວ-ຫວຽດນາມ ແຕ່ເດືອນ 04/2009 ເປັນຕົ້ນໄປຄື: ກາຣາເຕໂດ 18 ຄົນ, ຍິງປືນ 07 ຄົນ, ດຳນ້ຳ 13 ຄົນ, ມວຍປ້ຳ 18 ຄົນ, ເຕະດອກຂົນໄກ່ 20 ຄົນ, ປັນຈັກສີລັດ 20 ຄົນ.
- ສົມທົບກັບສະຫະພັນເຕະບານແຫ່ງຊາດ ສົ່ງຄະນະກິລາເຕະບານທີມຊາດເພດຊາຍ ຈຳນວນ 39 ທ່ານ ໄປເກັບຕົວຢູ່ສູນຝຶກຢາລາຍ ສ.ສ ຫວຽດນາມ ແຕ່ວັນທີ 25/03/2009 ຮອດວັນທີ 03/06/2009.
- ສົມທົບກັບສະຫະພັນມວຍປ້ຳ ກະກຽມສົ່ງຄູຝຶກ ແລະ ນັກກິລາມວຍປ້ຳຈຳນວນ 07 ຄົນ ໄປເກັບຕົວ ເຂົ້າສູນຝຶກແອບຢູ່ປະເທດ ມົງໂກລີ ແຕ່ເດືອນ 04/2009 ເປັນຕົ້ນໄປ ກຳນົດ 06 ເດືອນ.
- ສົມທົບກັບສະຫະພັນ ຢູໂດ ກະກຽມສົ່ງຄູຝຶກ ແລະ ນັກກິລາຢູໂດຈຳນວນ 06 ຄົນ ໄປເກັບຕົວເຂົ້າສູນ ຝຶກແອບຢູ່ປະເທດ ມົງໂກລີ ເລີ່ມແຕ່ເດືອນ 04/2009 ເປັນຕົ້ນໄປ ກຳນົດ 04 ເດືອນ.
- ສົມທົບກັບສະຫະພັນກິລາ ກະກຽມຮັບຄູຝຶກກິລາຈາກ ສ.ປ ຈີນ ທີ່ຈະມາຝຶກແອບນັກກິລາລາວ ກຽມ ຊີເກມໃນທ້າຍເດືອນ 03/2009 ມີຄູຝຶກປ່ິງປ່ອງ 01 ຄົນ, ວູຊູຊານຊາວ 01 ຄົນ, ວູຊູເຕົາລູ 01 ຄົນ, ດຳ ນ້ຳ 01 ຄົນ, ໂດດນ້ຳ 01 ຄົນ, ບານສົ່ງ 01 ຄົນ, ບານສົ່ງຫາດຊາຍ 01 ຄົນ, ເທັນນິດ 01 ຄົນ, ດອກ ປີກໄກ່ 01 ຄົນ.
- ສົມທົບກັບສະຫະພັນກິລາ ຄັດເລືອກເອົານັກກິລາຕໍ່ສູ້ປ້ອງກັນຕົວທີມຊາດ ຊຸດຊີເກມ ຄັ້ງທີ 25. 06 ປະເພດ ໄປແຂ່ງຂັນກິລາສິນລະປະຕໍ່ສູ້ປ້ອງກັນຕົວອາຊຽນ ຄັ້ງທີ I ປີ 2009 ຢູ່ບາງກອກ ປະເທດໄທ ແຕ່ວັນທີ 25/04 ຫາ 03/05/2009 ຄື: ຢູໂດ, ເທຄວັນໂດ, ກາຣາເຕໂດ, ມວຍລາວ, ປັນຈັກສີລັດ, ວູຊູ ຊານຊາວ, ວູຊູດຸຍລຽນ.
ແຜນວຽກໃນຕໍ່ໜ້າຂອງກຳມະການເຕັກນິກ ແລະ ຈັດການແຂ່ງຂັນ.
ວຽກງານໃນຕໍ່ໜ້າ
= ແຜນຂໍຢືມຝ່າຍຫວຽດນາມມີ: ຍິງປືນ, ວູຊູ, ປັນຈັກສີລັດ, ລອຍນ້ຳ, ດຳນ້ຳ, ກາຣາເຕໂດ, ຢູໂດ.
= ໄດ້ຕິດຕໍ່ໃຫ້ບໍລິສັດ Vilocity ທີ່ເຄີຍຈັດອຸປະກອນແຂ່ງຂັນໃນກິລາຊີເກມ ຜ່ານມາໃນປະເທດ ມາ ເລເຊຍ, ຫວຽດນາມ ໃຫ້ເປັນລາຍລະອຽດໃຫ້ເພື່ອຮອງຮັບໄວ້.
= ສົ່ງກຳມະການຕັດສິນ ເທັກຄວັນໂດ ໄປສອບເສັງເອົາໃບປະກາດການຕັດສິນຢູ່ ຫວຽດນາມ ແລະ ຍັງໄດ້ສືບຕໍ່ໄປເສັງຕື່ມຢູ່ປະເທດຈີນ 04 ຄົນ.
= ສືບຕໍ່ຂໍຊ່ຽວຊານຈາກ ຫວຽດນາມມາຈັດຝຶກອົບຮົມ ກຳມະການຕັດສິນລາວ ມີ: ຍິງປືນ, ວູຊູ, ປັນຈັກ ສີລັດ, ດຳນ້ຳ, ເຕະດອກຂົນໄກ່, ກາຣາເຕໂດ, ຢູໂດ ໃນເດືອນ ພຶດສະພາ-ມິຖຸນາ.
= ສືບຕໍ່ ເຊີນຊ່ຽວຊານ ຫວຽດນາມ ຝ່າຍຈັດການແຂ່ງຂັນ ແລະ ອຸປະກອນ ມາເຮັດວຽກ, ລົງກວດກາ ສະໜາມແຂ່ງຂັນ ແລະ ເຈລະຈາການຂໍຢືມອຸປະກອນຈາກຝ່າຍ ຫວຽດນາມ ໃນວັນທີ 07-10/04 /2009.
= ປະຊຸມກັບ 25 ສະຫະພັນກິລາ ແນະນຳໜ້າວຽກ ແລະ ການຈັດຕັ້ງ ແຕ່ງຕັ້ງບຸກຄົນຮັບຜິດຊອບໃນ ໜ້າວຽກ.
- ຝ່າຍຈັດການແຂ່ງຂັນ
- ສະຖານທີ່ແຂ່ງຂັນ-ອຸປະກອນ
- ຝ່າຍມອບຫຼຽນ
- ຝ່າຍເກັບກຳຂໍ້ມູນ
- ຈັດອົບຮົມ.
ແຜນວຽກສືບຕໍ່ໃນເດືອນ 04 ຂອງກຳມະການຮັກສາຄວາມສະຫງົບ, ຄວາມປອດໄພ ແລະ ຈໍລະຈອນ.
- ສ້າງແຜນການ ແລະ ຈັດຕັ້ງຫັດແອບຕ້ານການລຸກຮື້ຂື້ນຂອງກຸ່ມຄົນບໍ່ດີ.
- ສືບຕໍ່ລົງກວດກາເກັບກຳຂໍ້ມູນຢູ່ບັນດາໂຮງແຮມ ເພື່ອສ້າງແຜນການມອບໝາຍໜ້າທີ່ລະ ອຽດໃຫ້ແຕ່ລະກົມກອງ.
- ໃຫ້ກົມກອງມາລາຍງານຄວາມຕັດສິນໃຈການນຳໃຊ້ກຳລັງປ້ອງກັນ.
- ສືບຕໍ່ສະເໜີຖອນເງີນນຳອານຸກຳມະການເສດຖະກິດ-ການເງີນ ເພື່ອຊື້ວັດຖຸຈຳນວນໜື່ງທີ່ຈຳເປັນ ກະກຽມຮັບໃຊ້ການປ້ອງກັນ.
+ ຂໍສະເໜີ
- ສະເໜີປູເບຕົງບ່ອນຈອດຍົນຂື້ນຊື່ 02 ຈຸດ, ຂະໜາດ 12 ມ x 12 ມ, ຢູ່ເດີ່ນກິລາຫລັກ 16 ເພື່ອສະດວກໃນການລົງຈອດ.
ທິດທາງວຽກງານໃນເດືອນ 4/2009 ຂອງກຳມະການທີ່ພັກ, ອາຫານ, ປະດັບປະດາ ແລະ ທ່ອງທ່ຽວ.
ກວດກາຄືນຂໍ້ມູນສະຖິຕິ, ຈຳນວນແຂກ, ນັກກິລາແຕ່ລະປະເພດ ໃຫ້ລະອຽດຕົວຈີງ.
ສືບຕໍ່ລົງສຳຫລວດກວດກາຕົວຈີງໂຮງແຮມທີ່ມີແລ້ວ ແລະ ຈະສ້າງສຳເລັດໃນທ້າຍປີ 2009 ທີ່ຈະຈັດແຂກ VIP, ກຳມະການ, ສະຫະພັນຕ່າງໆ ແລະ ສື່ມວນຊົນ ແລະ ຜູ້ນຳນັກກິລາເຂົ້າພັກ.
ປະສານສົມທົບກັບຄະນະຮັບຜິດຊອບໂຄງການປຸກສ້າງບ້ານພັກນັກກິລາ ຢູ່ມະຫາວິ ທະຍາໄລແຫ່ງຊາດ ເພື່ອຮັບຊາບຂໍ້ມູນລະອຽດ ເພື່ອຄົ້ນຄວ້າເງື່ອນໄຂ ແລະ ກຳນົດລະບຽບຄຸ້ມຄອງ ແລະ ບໍລິການ.
ຈັດກອງປະຊຸມການມີສ່ວນຮ່ວມ ເປັນເຈົ້າພາບຮັບແຂກກັບບັນດາຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວ.
ຮ່າງຈົດໝາຍຂອງທ່ານ ຮອງນາຍົກລັດຖະມົນຕີ ເພື່ອລະດົມການປະກອບສ່ວນ ຮັບໃຊ້ງານມະຫາກຳກິລາຊີເກມຂອງພາກສ່ວນທຸລະກິດ.
ນຳສະເໜີການຈັດຕັ້ງຄະນະຮັບຜິດຊອບ ບ້ານພັກນັກກິລາ ແລະ ໜ່ວຍ Housing Bureau ແລະ ເປີດກອງປະຊຸມປືກສາຫາລືກ່ຽວກັບແຜນການເຄື່ອນໄຫວຕົວຈີງ.
ກຽມເນື້ອໃນເພື່ອສ້າງປື້ມຄູ່ມື ດ້ານທີ່ພັກ ແລະ ອາຫານ (Accommodation Manual)
ເລີ້ມດຳເນີນການຈັດລະດັບຂັ້ນໂຮງແຮມ ທີ່ຢູ່ໃນເປົ້າໝາຍຮັບໃຊ້ 12 ໜ່ວຍ.
ສຳຫລວດຫ້ອງອາຫານຢູ່ແຕ່ລະໂຮງແຮມ ເພື່ອເຕົ້າໂຮມປະຊຸມປືກສາຫລື ແລະ ເຮັດຂໍ້ຜູກພັນສັນຍາການບໍລິການອາຫານ ໃຫ້ນັກກິລາແບບໃຊ້ກູປອງ ແລະ ກະກຽມຫ້ອງອາຫານທີ່ຢູ່ນອກລະບົບໂຮງແຮມ ເພື່ອອຳນວຍການບໍລິການຕະຫລອດ 24 ຊົ່ວໂມງ.
ຄົ້ນຄວ້າເງື່ອນໄຂຂອງບໍລິສັດທີ່ສົນໃຈບໍລິການອາຫານ.
ກະກຽມແຜນການຈັດຝຶກອົບຮົມ ພະນັກງານບໍລິການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ ແລະ ພະນັກງານນຳທ່ຽວ.
ສືບຕໍ່ສົມທົບກັບກຳມະການຝ່າຍຕ່າງໆ ດ້ານຂໍ້ມູນ ເພື່ອປັບປຸງແບບ ແລະ ຈັດພິມປື້ມຄູ່ມືໂຄ ສະນາການທ່ອງທ່ຽວ, ແຜ່ນທີ່ທ່ອງທ່ຽວ, ໂຮງແຮມທີ່ພັກ ແລະ ອາຫານ.
ປະຊຸມຄະນະກຳມະການ, ສະມາຄົນທຸລະກິດໂຮງແຮມ ແລະອາຫານ ເພື່ອຄົ້ນຄວ້າປະເພດລາຍການອາຫານ ແລະ ຮູບແບບການບໍລິການຮັບໃຊ້.
ເປີດກອງປະຊຸມປືກສາຫາລືພາຍໃນຄະນະກຳມະການທີ່ພັກ, ອາຫານ, ປະດັບປະດາ ແລະ ທ່ອງທ່ຽວຕາມແຜນປົກກະຕິ ເພື່ອກວດກາວຽກງານຜ່ານມາ ແລະ ວາງແຜນການວຽກງານໃນໄລຍະຕໍ່ໄປ.
ແຜນການເດືອນ 03/2009 ຂອງກຳມະການ ຂົນສົ່ງ
ປະຊຸມປືກສາຫາລືກັບກຳມະການກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງ ກ່ຽວກັບການອອກແບບ ແລະ ແຕ້ມຜັງບ່ອນຈອດລົດ.
ຈັດກອງປະຊຸມກັບຜູ້ປະກອບການຂົນສົ່ງໂດຍສານ ເພື່ອຊອກຫາລົດເມຂະໜາດ 20 ບ່ອນນັ່ງຂື້ນໄປ ເພື່ອແລ່ນຮັບໃຊ້ບໍລິການມວນຊົນ.
ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ການຈອດລົດ ແລະ ສາຍທາງການຂົນສົ່ງ.
ແຜນວຽກທີ່ຈະປະຕິບັດໃນຕໍ່ໜ້າຂອງກຳມະການການເງີນ
ກຳມະການການເງີນຈະໄດ້ດຳເນີນຂັ້ນຕອນ ການຂໍອະນຸມັດນຳໃຊ້ເງີນ ເພື່ອເປັນການຮັບ ປະກັນໃຫ້ສາມາດຕອບສະໜອງລາຍຈ່າຍໃຫ້ 15 ກຳມະການ ຕາມແຜນທີ່ໄດ້ສະເໜີມາຈຳ ນວນ 94.5 ຕື້ກີບ.
ສຳລັບຈຳນວນເງີນ 259.58 ຕື້ກີບ ຕາມການສະເໜີໃໝ່ຂອງກຳມະການທີ່ມີຄວາມຈຳເປັນດ້ານລາຍຈ່າຍເພີ້ມເຕີມ ເພື່ອຮັບໃຊ້ໜ້າທີ່ວຽກງານການເມືອງ, ຊຶ່ງຍັງເຫັນວ່າບໍ່ທັນພຽງພໍກັບຄວາມຕ້ອງການຈຳນວນ 165.08 ຕື້ກີບ ແມ່ນຈະໄດ້ມີການປືກສາຫາລື ດ້ວຍຮູບການຊອກ
ແຫລ່ງເງີນ ເຊັ່ນ :
- ການຈັດສັນລາຍການທີ່ສາມາດ ເລື່ອນເອົາໄປຊຳລະໃນປີຕໍ່ໄປ ເພື່ອຈະເອົາເຂົ້າແຜນງົບປະມານຂອງສົກປີ 2009-2010.
- ນຳສະເໜີລັດຖະບານອະນຸມັດໃຫ້ກະຊວງການເງີນ ອອກຫວຍກິລາຊີເກມ ໂດຍຜ່ານລັດວິສາຫະກິດຫວຍພັດທະນາ, ຊຶ່ງຄາດວ່າ ຈະໄດ້ເງີນປະມານ 40 ຕື້ກີບ.
- ການລະດົມພາຍໃນ.
3. ກຳມະການ ການເງີນ ຈະໄດ້ສືບຕໍ່ເຂົ້າຮ່ວມຂະບວນການຕິດຕາມ ຄວາມຄືບໜ້າໃນ
ການກະກຽມງານມະຫາກຳກິລາຊີເກມຄັ້ງທີ 25 ຢ່າງເປັນປົກກະຕິ ຕາມແຜນຂອງຄະນະ
ຈັດງານມະຫາກຳກິລາຊີເກມຄັ້ງທີ 25 ເພື່ອຮັບປະກັນຕໍ່ກັບການຊຳລະເງີນໃຫ້ແຕ່ລະກຳ
ມະການໄດ້ທັນຕາມກຳນົດເວລາ.
ແຜນວຽກໃນຕໍ່ໜ້າຂອງກຳມະການໂຄສະນາ-ຂ່າວສານ
ສືບຕໍ່ວຽກງານໂຄສະນາປະຊາສຳພັນ ຢູ່ບັນດາສື່ມວນຊົນ.
ຈະຈັດກອງປະຊຸມຄນະກຳມະການໂຄສະນາ ແລະ ຂ່າວສານ ເພື່ອກວດກາວຽກງານທີ່ໄດ້ປະ ຕິບັດຜ່ານມາ, ປືກສາຫາລືວຽກງານຕ່າງໆ ແລະ ວາງແຜນປະຕິບັດງານໃນຂັ້ນຕໍ່ໄປ.
ຈະຈັດກອງປະຊຸມບັນດາອະນຸກຳມະການ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານດ້ານຕ່າງໆ ໂຄ ສະນາປະຊາສຳພັນ ເຂົ້າສູ່ອັນລະອຽດ ແລະ ຕົວຈີ່ງຕື່ມອີກ.
ປະສານກັບທຸກໆຂະແໜງການ ແລະ ແຂວງຕ່າງໆ ເພື່ອເກັບກຳ ແລະ ຂື້ນບັນຊີນັກຖ່າຍທຳ
( ມືກ້ອງ ) ໃຫ້ໄດ້ 100 ກວ່າຄົນ ເພື່ອຈະເຊີນເຂົ້າຮ່ວມຊຸດຝຶກອົບຮົມມືກ້ອງຊຸດທຳອິດຢູ່ວຽງຈັນໃນທ້າຍເດືອນ ມີນາ 2009 ນີ້.
ແຜນວຽກທີ່ຈະໄດ້ສືບຕໍ່ປະຕິບັດຂອງກຳມະການພິທີ ເປິດ-ປີດ ແລະ ວັດທະນະທຳ
1./. ໜ້າວຽກທີ່ຈະສືບຕໍ່ຂອງອະນຸກຳມະການແຫ່-ແລ່ນທວນໄຟ
- ສືບຕໍ່ການປະສານງານ ອຸປະກອນຮັບໃຊ້ໃນການແຫ່-ແລ່ນທວນໄຟ ແລະ ການຜະລິດບັ້ງທວນໄຟ, ເຕັກນິກການຈູດທວນໄຟ ແລະ ເຕັກນິກການຈູດບັ້ງໄຟພຸແບບປະດັບເອ້ໃຫ້ມີສີສັນ ແລະ ອາລັງການ.
- ສືບຕໍ່ພົວພັນບໍລິສັດ ເພື່ອຈັດຊື້ອຸປະກອນຮັບໃຊ້ ແລະ ເຄື່ອງນຸ່ງຂອງຄະນະຮັບຜິດ ຊອບ ແລະ ນັກກິລາໃຫ້ຄົບຖ້ວນ, ນອກນັ້ນ ການຜະລິດອຸປະກອນອື່ນໆເຊັ່ນ : ເຄື່ອງ ໝາຍຈຸດແລ່ນ ແຕ່ລະຈຸດ, ທຸງຊີເກມ, ທຸງຊາດ, ທຸງກິລາ, ທຸງບັນດາປະເທດທີ່ເຂົ້າຮ່ວມ, ຫລັກທຸງ, ເຕົ້າຕະກຽງຮັກສາໄຟ.
- ສືບຕໍ່ພົວພັນດ້ານງົບປະມານຮັບໃຊ້ວຽກງານຂອງອະນຸກຳມະການ.
2./. ໜ້າວຽກທີ່ຈະສືບຕໍ່ຂອງອະນຸກຳມະການສວນສະໜາມ
- ສືບຕໍ່ຜ່ານຮ່າງວາລະພິທີເປິດ-ປິດ ເພື່ອນຳສະເໜີຕໍ່ປະທານຈັດງານ, ໃຫ້ເປັນເອກ ກະສານທີ່ສົມບູນແບບ.
- ຈະໄດ້ຈັດການຝຶກອົບຮົມ ໃຫ້ຫົວແຖວຂອງກ້ອນສວນສະໜາມ ແລະ ນາງສາວຖືປ້າຍງານ.
- ຈະໄປປະສານກັບກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ໃນການຈັດແຜນງົບ ປະມານ.
- ໄປກວດກາເບິ່ງສະໜາມຕົວຈີງ ເພື່ອອອກແຜນວາດໃນການເຂົ້າອອກສະໜາມໃນພິທີເປີດ-ປິດ ຊີເກມຄັ້ງທີ 25, ປີ 2009.
- ເຂົ້າການຝຶກຊ້ອມ ຕາມແຜນຕາຕະລາງການດຳເນີນ ແລະ ການຝຶກແອບຂອງອະນຸກຳ ມະການສວນສະໜາມ.
- ສ້າງຕາຕະລາງເພື່ອປະຊຸມຮ່ວມກັບກຳມະການທີ່ກ່ຽວຂ້ອງກັບພິທີ ເປິດ-ປິດ ເພື່ອແຈ້ງກ່ຽວກັບໜ້າທີ່ວຽກງານທີ່ປະສານງານຮ່ວມກັບ 4 ກຳມະການກອງເລຂາ ຄື : ກຳມະການບໍລິຫານ- ບໍລິການ, ກຳມະການຂົນສົ່ງ, ກຳມະການແພດ, ກຳມະການສະຖານທີ່.
- ຈະໄດ້ປະສານກັບອະນຸກຳມະການເຕັກນິກ ແລະ ກຳມະການກະກຽມນັກກິລາ ເພື່ອຂໍລາຍຊື່ທີ່ຈະມາຕາງໜ້າກຳມະການຕັດສິນ ແລະ ນັກກິລາດີເດັ່ນແຜນວຽກໃນຕໍ່ໜ້າຂອງກຳມະການໂທລະຄົມມະນາຄົມ ແລະ ໄອທີ
ອອກແບບລະອຽດ ການສ້າງລະບົບໂຄງລ່າງພື້ນຖານດ້ານໂທລະຄົມໃນແຕ່ລະສະໜາມດ້ານການແຂ່ງຂັນ ແລະ ໃຫ້ແຕ່ລະບໍລິສັດ ຈັດຊື້ສາຍໃຍແສງເຂົ້າມາໂດຍດວ່ນ.
ສົມທົບກັບ ມາເລເຊຍ ວາງແຜນທາງດ້ານເຕັກນິກລະອຽດ ໃນການຕິດຕັ້ງລະບົບຊອບແວ ແລະ ຮາດແວ ໃນແຕ່ລະສະໜາມການແຂ່ງຂັນ.
ຂື້ນແຜນລະອຽດໃນທີ່ຕັ້ງສູນໂທລະຄົມ ແລະ ໄອທີ, ຄວາມຕ້ອງການທາງດ້ານຄອມພີວເຕີ, ການສ້າງເວບໃຊໃນຈຸດຂ່າວສານ ແລະ ການລົງທະບຽນ.
ຄົ້ນຄວ້ານະໂຍບາຍການນຳໃຊ້ໂທລະສັບມືຖື ໃນໄລຍະດຳເນີນການແຂ່ງຂັນ.
ສືບຕໍ່ພົວພັນກັບຫວຽດນາມ ໃນການນຳໃຊ້ລະບົບໂຟນີ.
ເຮັດວຽກກັບຊ່ຽວຊານຫວຽດນາມ ທີ່ຈະເຂົ້າມາສຳຫລວດໃນການຄຸ້ມຄອງຄື້ນຄວາມຖີ່ວິທະຍຸໃນງານຊີເກມ. ( ຫວຽດນາມໃຫ້ຢືມອຸປະກອນໃນການຄຸ້ມຄອງຄວາມຖີ່ )
ກະກຽມຂັ້ນຕອນການຈັດຊື້ອຸປະກອນທີ່ຈຳເປັນ.
ປັບປຸງຄະນະກຳມະການໂທລະຄົມ ແລະ ໄອທີ ຄືນໃໝ່ໃຫ້ສອດຄອງກັບຄວາມຮັບຜິດ ຊອບຕົວຈີງ.
ແຜນການເຄື່ອນໄຫວຂອງກຳມະການການຕະຫລາດ ແລະ ສິດທິປະໂຫຍດ
ສືບຕໍ່ເຂົ້າຮ່ວມກອງປະຊຸມຕ່າງໆ ກ່ຽວກັບວຽກງານກິລາຊີເກມຄັ້ງທີ່ 25, ປີ 2009.
ສືບຕໍ່ເຂົ້າຮ່ວມນຳຄະນະຊີເກມ ໄປກວດກາເບິ່ງສະຖານທີ່ຈອດລົດ ແລະ ແຜນການເດີນລົດ
( ແຜນຈໍລະຈອນ ).
ຕິດຕາມເອກະສານຮ່າງຈົດໝາຍເຖີງບັນດາກະຊວງ, ບັນດາແຂວງຕ່າງໆ ພ້ອມທັງກະ ກຽມໃບແຈ້ງເຈດຈຳນົງສົ່ງໃຫ້ບັນດາພາກສ່ວນຕ່າງໆ ເພື່ອຂໍການສະໜັບສະໜູນ.
ພົວພັນກັບກະຊວງການຕ່າງປະເທດ ເພື່ອແຈ້ງໃຫ້ບັນດາທູດ, ອຸປະທູດ ແລະ ພໍ່ແມ່ປະ ຊາຊົນທີ່ຢູ່ຕ່າງປະເທດ ເພື່ອໃຫ້ຮູ້ຂ່າວກ່ຽວກັບການຈັດງານຊີເກມຢູ່ ສປປ ລາວ ພ້ອມທັງແຈ້ງການໃຫ້ອຸປະຖຳ.
ຕິດຕາມເອກະສານ ໃບກຽດຕິຄຸນ, ໃບຍ້ອງຍໍ ໃຫ້ແກ່ບັນດາບຸກຄົນ, ນິຕິບຸກຄົນ, ບໍລິສັດຕ່າງໆ ທີ່ໃຫ້ການສະໜັບສະໜູນກິລາຊີເກມ.
ສືບຕໍ່ຕິດຕາມສະເໜີຫາທ່ານ ປະທານ ຄະນະຈັດງານຊີເກມຄັ້ງທີ 25 ເພື່ອຂໍອອກຫວຍກິລາ.
ສືບຕໍ່ຕິດຕາມທາບທາມ ນຳບັນດາບຸກຄົນ, ນິຕິບຸກຄົນ, ບໍລິສັດຫ້າງຮ້ານຕ່າງໆທີ່ໄດ້ແຈ້ງເຈດ ຈຳນົງ.
ສືບຕໍ່ສົມທົບກັບນະຄອນຫລວງ ກວດກາສະຫລຸບກ່ຽວກັບບັດໂຕະໃນຄືນວັນທີ 31 ທັນ ວາ 2008 ເພື່ອລາຍງານໃຫ້ຂັ້ນເທີງ.
ອອກແບບປີ້ເຂົ້າຊົມ ແລະສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອນຳສະເໜີຕໍ່ຂັ້ນເທີງ.
ແຜນວຽກໃນຕໍ່ໜ້າຂອງກຳມະການ ພິທີການທູດ ແລະ ຕ້ອນຮັບແຂກ
ເປີດກອງປະຊຸມຄົບຄະນະ ຂອງຄະນະກຳມະການພິທີການທູດ ແລະ ຕ້ອນຮັບແຂກ ອະນຸກຳມະການຕ່າງໆຄັ້ງທີ 3 ເພື່ອລາຍງານຜົນການກະກຽມໄລຍະ 2.
ອະນຸກຳມະການຕ່າງໆ ສືບຕໍ່ຈັດຕັ້ງ ແລະ ປະຕິບັດແຜນການກ່ຽວກັບໜ້າວຽກຂອງຕົນທີ່ຮັບ ຜິດຊອບ.
ອະນຸກຳມະການທັງໝົດ ໃຫ້ຈັດຕັ້ງການຝຶກອົບຮົມທິດສະດີ ແລະ ຝຶກການປະຕິບັດພາກຕົວຈີງໃຫ້ພະນັກງານເປັນໄລຍະເພື່ອກຽມຄວາມພ້ອມໃຫ້ແກ່ການຕ້ອນຮັບໃຫ້ໄດ້ດີ.
ສືບຕໍ່ເກັບກຳຂໍ້ມູນ, ຈັດພິມປື້ມຄູ່ມືຂອງຄະນະກຳມະການພິທີການທູດ ແລະ ຮັບຕ້ອນ ໃຫ້ສຳເລັດ.
ອະນຸກຳມະການຮັບຜິດຊອບ LO ແລະອາສາສະໝັກພາກສ່ວນຕ່າງໆ ພ້ອມທັງຈັດຝຶກ ອົບຮົມ ແລະ ລົງຕົວຈິງ, ຊຶ່ງຈະເລີ້ມແຕ່ວັນທີ 25/03/2009 ເປັນຕົ້ນໄປເປັນຊຸດທີ່ 1.
ແຜນວຽກໃນຕໍ່ໜ້າຂອງກຳມະການການແພດ ແລະ ຄວບຄຸ້ມສານກະຕຸ້ນ
ກຽມເບີກຈ່າຍເງີນໃຫ້ແຕ່ລະໜ່ວຍງານ ເພື່ອໄປຈັດຕັ້ງປະຕິບັດກິດຈະກຳຕາມແຜນທີ່ວາງໄວ້.
ສຳລັບສາທາລະນະສຸກນະຄອນຫລວງວຽງຈັນ ແມ່ນປະຕິບັດວຽກງານຕາມແຜນປົກ ກະຕິທີ່ໄດ້ເຮັດຜ່ານມາ.
ໄປຢ້ຽມຢາມ ແລະ ຖອດຖອນບົດຮຽນກ່ຽວກັບການແພດ, ຄວາມປອດໄພຂອງອາຫານ ແລະ ການຄວບຄຸມສານກະຕຸ້ນຢູ່ ສ.ສ ຫວຽດນາມ ເຊິ່ງມີແຜນການເດີນທາງໃນວັນທີ 18-22/5/ 2009.
ການອົບຮົມທີມແພດ, ພະຍາບານ, ນັກກາຍະບຳບັດ ແລະ ການອົບຮົມເຈົ້າໜ້າທີ່ເກັບປັດສະ ວະເພື່ອກວດຫາສານຕ້ອງຫ້າມ.
ສູນບໍລິຈາກເລືອດ ແມ່ນຈະໄດ້ສ້າງຂະບວນການຮັບບໍລິຈາກເລືອດ ຢູ່ສູນບໍລິຈາກເລືອດສູນກາງ ແລະ ອອກເຄື່ອນໄຫວຮັບບໍລິຈາກເລືອດຕາມສະຖານທີ່ກຸ່ມເປົ້າມາຍຕ່າງໆ ໃຫ້ໄດ້ 45 ຄັ້ງຄາດໝາຍໃຫ້ໄດ້ເລືອດມີແຮໄວ້ຈຳນວນ 150 ຖົງຕໍ່ວັນ.
ປະສານງານກັບໜ່ວຍງານບໍລິຈາກເລືອດຂັ້ນໂຮງໝໍ ເພື່ອເຮັດໃຫ້ການບໍລິການສາມາດເຄື່ອນ ໄຫວໄດ້ເປັນປົກກະຕິ.
ຄະນະກຳມະການກອງເລຂາ
ຈັດງານມະຫາກຳກິລາຊີເກມຄັ້ງທີ 25, ປີ 2009
View in English site




