ຊີເກມສ໌ 2009
ການກະກຽມເປັນເຈົ້າພາບ ຊີເກມສ໌ ຄັ້ງ ທີ່ 25 ທີ່ເປັນປະຫວັດສາດຂອງ ສ.ປ.ປ ລາວ
ພວກເຮົາມີຄວາມຕື່ນເຕັນ ທີ່ຈະໄດ້ເປັນເຈົ້າພາບ ງານຍີ່ງໃຫຍ່ ໃນລະດັບອາຊຽນ ຄັ້ງນີ້ ແລະ ພວເຮົາ ກໍ່ມີຄວາມພ້ອມເຕັມທີ ທີຈະເຮັດໃຫ້ ງານນີ້ອອກມາດີທີ່ສຸດ ຕາມຄວາມສາມາດ ທີ່ເຮັດໄດ້ ສົນໃຈ ເບີ່ງລາຍລະອຽດ ຂອງຄວາມພ້ອມໃຫ້ ຄລີກເຂົ້າເບີ່ງລາຍລະອຽດ ຢູ່ຕາມຫົວຂໍ້ຂາງຂວາມື
ສີ່ງອຳນວຍຄວາມສະດວກຕ່າງໆ ດ້ານການກໍ່ສ້າງ
ງານມະຫາກຳກິລາຊີເກມສ໌ຄັ້ງທີ່ 25 ຈະໄດ້ຖຶກຈັດຂື້ນ ຢູ່ທີ່ ນະຄອນວຽງຈັນ, ໂດຍແມ່ນ ສປປລາວ ໄດ້ຮັບກຽດ ເປັນເຈົ້າພາບ
ເປັນຄັ້ງທຳອິດ ໂດຍລັດຖະບານລາວ ໄດ້ສຸມໃສ່ ງານນີ້ຢ່າງຕັ້ງໜ້າ ແລະ ມຸ່ງໝັ້ນ ດວ້ຍ ສະເພາະໄດ້ທຸ້ມເທງົບປະມານ ອັນມະຫາສານ ເພື່ອຮອງຮັບກັບ ການ ຮັບກຽດເປັນເຈົ້າພາບ ຄັ້ງປະຫວັດສາດ ໃນງານມະຫາກຳ ກິລາຊີເກມສ໌ ພ້ອມນີ້ ກໍ່ໄດ້ມີການລົງທຶນສ້າງສີ່ງອຳນວຍ ຄວາມສະດວກ ຫລາຍດ້ານ ເປັນຕົ້ນການ ສ້າງສະໜາມກິລາແບບຄົບວົງຈອນ, ເດີ່ນບານເຕະຂະໜາດ 20,000 ບ່ອນນັ່ງ ກຳລັງຖຶກກໍ່ສ້າງຂື້ນ ຢູ່ທີ່ ກິໂລແມັດ 16 ຖະໜົນ 13 ໃຕ້ ບ້ານດອນໜູນ ເມືອງໄຊທານີ,ນະຄອນຫລວງວຽງຈັນ,ແລະ ສະໜາມກິລາອື່ນໆ ກໍໄດ້ລວມກັນຢູ່ທີ່ນັ້ນ ໃນພື້ນທີ່ 495 ເຮັກຕາ… ຢາກຮູ້ຂໍ້ມູນເພີ່ມຕື່ມ ຄລິກເຂົ້າເບີ່ງບ່ອນນີ້.
ດ້ານທີ່ພັກພາອາໃສ
ພວກເຮົາມີຄວາມພ້ອມ ດ້ານທີ່ພັກ ຫລາກຫລາຍລາຍການໄວ້ຜຮອງຮັບ ກັບແຂກຄົນ ທີ່ຈະມາ ຮ່ວມງານກິລາ ຊີເກມສ໌ຄັ້ງນີ້ ຢ່າງເຕັມທີ່ ເປັນຕົ້ນ ບ້ານພັກ, ໂຮງແຮມ ນັບ ແຕ່ລະດັບ 5 ດາວ, 4 ດາວ ແລະ 3 ດາວລົງມາ, ອາຫານການກິນ ກໍ່ມີຫລາຍປະເພດ ເຊັ່ນອາຫານລາວ, ອາຫານສາກົນ, ເອີຣົບ ອາເມລິກາ ມຸດສະລິມ ແລະ ອື່ນໆ ຢາກຮູ້ ລາຍລະອຽດເພີ່ມຕື່ມ ຄລິກເຂົ້າເບີ່ງບ່ອນນີ້
ຄະນະກຳມະການຮັບຜິດຊອບ ຊີເກມສ໌
ເພື່ອເປັນການ ເຮັດໃຫ້ວຽກງານເດີນແມ່ນແລ່ນສະດວກ ແລະ ທ່ວງທັນກັບສະພາບການ ພວກເຮົາໄດ້ຈັດຕັ້ງ ຄະນະກຳມະການ ຮັບຜິດຊອບ ຕາມໜ້າວຽກ ຂອງຝ່າຍຕ່າງໆ ເປັນທີ່ຮຽບຮ້ອຍ ແລ້ວ. ຢາກຮູ້ລາຍລະອຽດ ເພີ່ມຕື່ມ ຄລິກເຂົ້າເບີ່ງບ່ອນນີ້ http://www.laosoc.com
View in English site




