ຂ່າວກິລາພາຍໃນ

ຫົງຄຳ ໄຊຍະລາດ, ນັກກິລາຍິງປືນ ສາວ ຂໍແຈ້ງເກີດຄວ້າ 2 ຫລຽນຄຳ ໃນຈຳປາສັກເກມ

ສາວທະຫານ ນາງຫົງຄຳ ໄຊຍະ ລາດ ນັກກິລາແມ້ນປືນມືໃໝ່ ສາຍ ເລືອດດິນແດນເໜືອແຂວງອຸດົມໄຊ ຈາກກະຊວງປ້ອງກັນປະເທດ (ກອງ ທັບ) ໄດ້ເຜີຍຄວາມໝັ້ນໃຈ ພາຍຫລັງ ທີ່ສາມາດຍາດໄດ້ຂັນກຽດຕິຍົດລະດັບ ຊາດມາແລ້ວເຖິງ 3 ຂັນພາຍໃນປີດຽວ ກໍຄືປີ 2008. ດັ່ງນັ້ນ ໃນງານມະຫາກຳ ກິລາແຫ່ງຊາດ ຄັ້ງທີ 8 ຫລື ຈຳປາສັກ ເກມ ເຊິ່ງຈະເປີດສາກຂຶ້ນໃນລະ ຫວ່າງວັນທີ 13-22 ທັນວານີ້ ຫົງຄຳ ຈຶ່ງຕັ້ງຄວາມຫວັງໄວ້ຈະຂໍສູ້ຊົນຍາດ ແຍ່ງເອົາຫລຽນລາງວັນ (ຫລຽນຄຳ) ມາໃຫ້ໄດ້ 2 ຫລຽນ.

ອີງຕາມການໃຫ້ສຳພາດຂອງນາງ ຫົງຄຳ ໄຊຍະລາດ ນັກກິລາຍິງປືນສັ້ນ ມາດຕະຖານ ຂອງກະຊວງປ້ອງກັນປະ ເທດ ໃນຕອນເຊົ້າວັນທີ 9 ກັນຍາທີ່ ຜ່ານມາ ໄດ້ກ່າວໃຫ້ຮູ້ວ່າ: ພາຍຫລັງ ທີຂ້າພະເຈົ້າໄດ້ກ້າວເຊົ້າມາຫລິ້ນກິລາ ປະເພດນີ້ ຂ້າພະເຈົ້າໄດ້ຮຽນ ແລະ ຝຶກ ຊ້ອມມາເປັນເວລາດົນນານ ແລະ ກໍມີ ຄວາມຮູ້ສຶກມັກກັບເກມການຫລິ້ນ ແບບນີ້ຫລາຍ ໂດຍສະເພາະທີ່ໄດ້ເຂົ້າ ຮ່ວມງານແຂ່ງຂັນລະດັບຊາດ ເຊິ່ງຢູ່ ໃນລະຫວ່າງຕົ້ນປີ 2008 ເປັນການ ແຂ່ງຂັນກິລາຍິງປືນ ຊີງແຊ໋ມສະ ຫລອງວັນທີ 20 ມັງກອນ ເຊິ່ງເປັນວັນ ສ້າງຕັ້ງກອງທັບ ຂ້າພະເຈົ້າໄດ້ເຂົ້າ ຮ່ວມແຂ່ງຂັນໃນຄັ້ງນັ້ນ ກໍສາມາດ ຍາດມາໄດ້ເຖິງ 2 ຂັນ ເຊິ່ງໃນນັ້ນ ມີ ຂັນຊະນະເລີດປືນສັ້ນມາດຕະຖານ ປະເພດດ່ຽວຍິງ ແລະ ຂັນຊະນະເລີດ ປືນສັ້ນມາດຕະຖານປະເພດທີມຍິງ ຫລັງຈາກນັ້ນ ໃນລະຫວ່າງເດືອນສິງ ຫາ 2008 ຜ່ານມາ ທາງກະຊວງຂອງ ຂ້າພະເຈົ້າ ໄດ້ສົ່ງລາຍຊື່ເຂົ້າຮ່ວມແຂ່ງ ຂັນກິລາຍິງປືນທົ່ວປະເທດ ຊີງຂັນປະ ທານສະຫະພັນກິລາຍິງປືນແຫ່ງຊາດ ລາວ ເພື່ອເປັນການກະກຽມຄັດເລືອກ ຫານັກກິລາດີເດັ່ນຮ່ວມທີມຊາດ ເພື່ອ ກຽມຮອງ ຮັບຊີເກມ ຄັ້ງ ທີ 25 ປີ 2009 ທີ່ລາວເຮົາຈະເປັນເຈົ້າພາບ ເຊິ່ງໃນ ຄັ້ງນັ້ນ ຂ້າພະເຈົ້າສາມາດຍາດໄດ້ ຂັນຊະນະເລີດໃນປະເພດປືນສັ້ນ ມາດຕະຖານຕື່ມອີກ 1 ຂັນ. ສຳລັບ ຜົນງານດັ່ງກ່າວນີ້ ເປັນບົດພິສູດ ແລະ ເພີ່ມຄວາມໝັ້ນໃຈໃຫ້ຂ້າພະເຈົ້າມີ ແຮງກະຕຸ້ນ, ກຳລັງໃຈ ແລະ ຄວາມ ຫວັງທີ່ຈະຍາດໄດ້ 2 ຫລຽນຄຳ ໃນປະ ເພດກິລາຍິງປືນສັ້ນມາດຕະຖານ ປະເພດດ່ຽວ ແລະ ທີມໃນງານກິລາ ແຫ່ງຊາດ ຄັ້ງທີ 8 ຫລື ຈຳປາສັກເກມ ຈະເປີດສາກຂຶ້ນໃນທ້າຍປີ 2008 ນີ້.

ສຳລັບປະຫວັດຄວາມເປັນມາຂອງ ຫົງຄຳ ໄຊຍະລາດ ເຊິ່ງປັດຈຸບັນ ມີອາ ຍຸພຽງ 19 ປີ ເກີດຢູ່ບ້ານບໍ່ ເມືອງໄຊ ແຂວງອຸດົມໄຊ ເຊິ່ງເລີ່ມເຂົ້າມາເປັນ ທະຫານນາຍສິບ ແຕ່ປີ 2007 ຜ່ານ ມາ ໂດຍໄດ້ມີແນວຄິດລິເລີ່ມຮຽນຮູ້ ເລື່ອງກິລາຍິງປືນແຕ່ສະໄໝຮຽນຢູ່ ໃນລະດັບຊັ້ນ ມ.6 ເຊິ່ງໃນຂະນະນັ້ນ ກໍ ເລີ່ມ ໄດ້ມີການສ້າງຄວາມອາດສາ ມາດຊື່ສຽງໃນວົງການກິລານີ້ມາຕະ ຫລອດ ແລະ ມາຮອດປັດຈຸບັນ ຫົງຄຳ ກໍໄດ້ມີຊື່ 1 ໃນ 3 ນັກແມ້ນປືນ ຮ່ວມຕິດ ທີມຊາດລາວ ກຽມຈະອອກເດີນທາງ ເຂົ້າຮ່ວມກິລາຍິງປືນຊີງແຊ໋ມອາຊຽນ ທີ່ປະເທດຫວຽດນາມ ເຊິ່ງຄາດວ່າ ໃນ ລະຫວ່າງເດືອນກັນຍານີ້ ຈະເລີ່ມ ອອກເດີນທາງ.

ສາລະວັນ ສຳເລັດການຄັດເລືອກ ນັກກິລາບານສົ່ງຊາຍ ກຽມຮ່ວມ “ຈຳປາສັກເກມ”

ແຂວງສາລະວັນ ໄດ້ສຳເລັດການ ແຂ່ງຂັນຄັດເລືອກນັກກິລາບານສົ່ງມາ ໃນລະຫວ່າງເດືອນກໍລະກົດ ເຖິງຕົ້ນ ເດືອນກັນຍາ ກໍສາມາດຄັດເລືອກນັກ ກິລາບານສົ່ງໄດ້ຈຳນວນ 16 ຄົນ ກຽມ ສົ່ງເຂົ້າຮ່ວມງານມະຫາກຳກິລາແຫ່ງ ຊາດ ຄັ້ງທີ 8 ຫລື ຈຳປາສັກເກມ ທີ່ຈະ ເປີດສາກຂຶ້ນໃນລະຫວ່າງວັນທີ 13-22 ທັນວາ ປີ 2008.

ອີງຕາມຂໍ້ມູນການລາຍງານ ຂອງ ທ່ານອານຸສັກ ຈຳປາຄຳ ຮອງປະທານ ສະຫະພັນບານສົ່ງແຂວງສາລະວັນ ໃນ ຕອນເຊົ້າວານນີ້ (10 ກັນຍາ) ແຈ້ງໃຫ້ ຊາບວ່າ: ການແຂ່ງຂັນຄັດເລືອກນັກ ກິລາບານສົ່ງແຂວງສາລະວັນ ມາໃນ ລະຫວ່າງເດືອນກໍລະກົດ ເຖິງປັດຈຸບັນ ແມ່ນສຳເລັດການແຂ່ງຂັນເປັນທີ່ຮຽບ ຮ້ອຍແລ້ວ ແລະ ຜ່ານການແຂ່ງຂັນດັ່ງ ກ່າວ ພວກຂ້າພະເຈົ້າ ກໍສາມາດຄັດ ເລືອກໄດ້ຈຳນວນ 16 ຄົນ ໃນນັ້ນ ມີທັງ ພະນັກງານ ແລະ ນັກຮຽນຈຳນວນໜຶ່ງ ໂດຍນັກກິລາເຫລົ່ານີ້ ແມ່ນໄດ້ນຳສົ່ງ ເຂົ້າສູນຝຶກຊ້ອມເປັນທີ່ຮຽບຮ້ອຍໃນ ຕົ້ນເດືອນນີ້ ແລະ ນອກຈາກນັ້ນ ທ່ານ ອານຸສັກ ກໍໄດ້ກ່າວຕື່ມອີກວ່າ: ໃນໄລ ຍະຝຶກຊ້ອມ ຢູ່ນີ້ພວກ ຂ້າພະເຈົ້າກໍຈະ ມີແຜນການໄປເຄື່ອນໄຫວແຂ່ງຂັນເພື່ອ ຖອດຖອນບົດຮຽນຕາມແຂວງຕ່າງໆ ເຊັ່ນ: ອັດຕະປື, ເຊກອງ, ຈຳປາສັກ ແລະ ແຂວງອື່ນໆອີກ.

ສ່ວນຄວາມຫວັງຂອງທັບນັກກິ ລາບານສົ່ງແຂວງ ສາລະວັນນັ້ນ ທ່ານ ອານຸສັກ ຈຳປາຄຳ ກໍບອກວ່າ: ທີມ ບານສົ່ງແຂວງສາລະວັນຂອງພວກຂ້າ ພະເຈົ້າ ຕ້ອງຜ່ານເຂົ້າຮອບ 4 ທີມໃຫ້ ໄດ້ ເຖິງແມ່ນວ່າ ໃນ ງານກິລາແຫ່ງ ຊາດ ຄັ້ງທີ 7 ປີ 2005 ທີ່ແຂວງສະ ຫວັນນະເຂດນັ້ນ ເຖິງວ່າ ຈະບໍ່ໄດ້ ຫລຽນຫຍັງກໍຕາມ ແຕ່ທີມນັກກິລາ ບານສົ່ງແຂວງ ພວກຂ້າພະເຈົ້າ ກໍ ເຄີຍ ຄວ້າໄດ້ 1 ຫລຽນທອງ (ອັນດັບ 3) ໃນງານແຂ່ງຂັນວັນສ້າງຕັ້ງກິລາ ລາວ ປີ 2006 ທີ່ແຂວງວຽງຈັນ ເປັນ ເຈົ້າພາບ ແລະ ຫລ້າສຸດ ກໍສາມາດ ຄວ້າອັນດັບ 1 ໃນການແຂ່ງຂັນບານ ສົ່ງ 4 ແຂວງພາກໃຕ້ ປີ 2006 ທີ່ ແຂວງອັດຕະປື ເປັນເຈົ້າພາບ. 

ສະຫະພັນເຕະບານແຂວງອັດຕະປື ຄັດເລືອກນັກກິລາເຕະບານເປັນ ຕົວແທນທີມແຂວງເທື່ອສຸດທ້າຍ, ໂດຍເອົານັກເຕະທີ່ ມີສີຕີນດີໃນທົ່ວ ແຂວງມາແບ່ງທີມກັນ ເຕະແລ້ວຄັດເລືອກ ເອົານັກກິລາ ເຕະບານ ທີ່ມີສີຕີນດີ ເດັ່ນກວ່າໝູ່ຈຳນວນ 22 ຄົນ ໃນມື້ທີ່ຜ່ານມາ (ວັນພຸດ ທີ 10 ກັນຍາ) ເພື່ອເຂົ້າ ສູນຝຶກຊ້ອມຢ່າງຈິງຈັງ ກຽມເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງ ຊາດ ຄັ້ງທີ 8 ປີ 2008  “ຈຳປາສັກເກມ” -22 ເຊິ່ງຈະເປີດສາກ ແຂ່ງຂັນກັນ ໃນລະ ຫວ່າງ ວັນທີ 13-22 ທັນວາ.

ອີງຕາມການໃຫ້ສຳພາດ ຂອງ ທ່ານ ວຽງສະໄໝ ແສງສຸຣິວົງ ປະທານ ສະຫະພັນ ເຕະບານ ແຂວງອັດຕະປື ເມື່ອຕອນເຊົ້າວັນພຸດ ທີ 10 ກັນຍາທີ່ ຜ່ານມາ ໄດ້ແຈ້ງໃຫ້ຮູ້ວ່າ: ຫລັງຈາກທີ່ສະຫະພັນ ເຕະບານ ແຂວງໄດ້ຈັດການ ແຂ່ງຂັນເຕະບານ ປະຈຳປີ 2008 ຂຶ້ນ ໂດຍມີທີມເ ຕະບານໃນແຕ່ລະເມືອງ, ພະແນກ ແລະ ຫ້ອງການໃ ນທົ່ວແຂວງ ເຂົ້າຮ່ວມແຂ່ງຂັນ ຫລັງຈາກສຳເລັດ ການແຂ່ງຂັນ ດັ່ງກ່າວ ທາງສະຫະພັນ ເຕະບານແຂວງ ກໍຍັງໄດ້ແຈ້ງ ໃຫ້ແຕ່ລະ ເມືອງຈັດການແຂ່ງຂັນ ເພື່ອຊອກຫານັກກິລາ ທີ່ດີເດັ່ນຂອງຕົນເອງ ໃນ 2 ເດືອນທີ່ຜ່ານມາ. ຈາກນັ້ນ ແຕ່ລະເມືອງກໍໄດ້ສົ່ງລາຍຊື່ ແລະ ນັກກິລາທີ່ ດີເດັ່ນຂອງເມືອງມາໃຫ້ທາງ ສະຫະພັນ ເຕະບານແຂວງ ເທື່ອສຸດທ້າຍໃຫ້ ເຫລືອພຽງ 22 ຄົນ ເພື່ອເຂົ້າມາຕິດທີມແຂວງ, ດັ່ງນັ້ນ ໃນຕອນບ່າຍວັນທີ 10 ກັນຍາ ເວລາ 15:00 ໂມງ ທີ່ສະໜາມກິລາແຂວງ ຈຶ່ງໄດ້ຈັດເຕົ້າໂຮມນັກ ກິລາທັງໝົດທີ່ແຕ່ລະເມືອງສົ່ງໃຫ້ແລ້ວແບ່ງທີມກັນແຂ່ງຂັນ ຕາມຈຳນວນ ນັກກິລາທີ່ມີຕົວຈິງ ເພື່ອຈະໄດ້ເບິ່ງວ່າ ນັກກິລາຄົນໃດຫລິ້ນໄດ້ດີກວ່າກັນ, ກໍຄືສີຕີນດີ, ມີນິໄສໃຈຄໍ ແລະ ລະບຽບວິໄນດີ.ນອກຈາກນັ້ນ,ແມ່ນຈະເບິ່ງວ່ານັກເຕະຄົນໃດມີເງື່ອນໄຂສະດວກ ແລະ ເໝາະສົມ ທີ່ ຈະຕິດທີມແຂວງ ກຽມເຂົ້າຮ່ວມແຂ່ງຂັນໃນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 8”
ນອກ ຈາກນັ້ນ, ທ່ານຍັງໄດ້ກ່າວຕື່ມອີກວ່າ: ພາຍຫລັງທີ່ຄັດເລືອກນັກກິ ລາຈຳນວນ 22 ຄົນເຂົ້າ ສູນແລ້ວ ກໍຈະມີການຝຶກຊ້ອມ ແລະ ອອກເຄື່ອນໄຫວ ແຂ່ງຂັນ ກັບແຂວງໃກ້ຄຽງກ່ອນຄື: ເຊກອງ, ສາລະວັນ, ຈຳປາສັກ. ຈາກນັ້ນ ແມ່ນຈະໄດ້ໄປແຂ່ງຂັນກັບປະເທດເພື່ອນບ້ານຢ່າງ ສ.ສ ຫວຽດນາມ ຄືໄປເຕະກັບແຂວງກວາງຕຸ່ມ ທີ່ມີຊາຍແດນຕິດກັນ”.