Archive for December, 2008

ສະຫະພັນລົດຖີບແຫ່ງຊາດ ອວຍພອນປີໃໝ່ 09 ໃຫ້ແກ່ ການນຳ ຄກຊ

ຕອນແລງມື້ນີ້(ວັນທີ່29/12/08)  ທີ່ຫ້ອງການ ຂອງຄະນະກຳມະການກິລາແຫ່ງຊາດ ທ່ານ ຈັນທອນ ວົງແພງຄຳ ຫົວໜ້າ ຫ້ອງການ ຄະນະ ກຳມະການ ກິລາແຫ່ງຊາດ(ຄກຊ) ພ້ອມດ້ວຍ ບັນດາຫົວໜ້າກົມຕ່າງໆ ພາຍໃນ ຄກຊ ໄດ້ຮັບກະຕ່າຂອງຂັວນ ອວ່ຍພອນປີໃໝ່ 2009  ທີ່ຈະມາເຖິງ ຈາກ ສະຫະພັນລົດຖີບແຫ່ງຊາດ ໂດຍ ແມ່ນ ທ່ານ ວິໄລສຸກ ພິມມະສອນ, ປະທານ ສະຫະພັນລົດຖີບແຫ່ງຊາດ ພ້ອມຄະນະ ນຳມາມອບ ພ້ອມກັບຄຳ ອ່ວຍພອນ ໃຫ້ການນຳ ຄກຊ ຈົ່ງປະສົບຄວາມສຸກ ແລະສຳເລັດໜ້າທີ່ ອັນໜັກໜ່ວງ ໃນການເປັນເຈົ້າພາບ ຊີເກມ 25 ຢ່າງຈົບງາມ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າທາງ ສະຫະພັນຈະມຸ່ງໝັ້ນ ໃນການພັດທະນາກິລາລົດຖີບ ໃຫ້ມີຄວາມກ້າວໜ້າ ທຽບທັນ ກັບສາກົນ ແລະ ຈະຍາດໃຫ້ໄດ້ຫລຽນໃດ ໜື່ງໃນຊີເກມຄັ້ງນີ້.
ຄະນະດຽວກັນ ທາງທ່ານຫົວໜ້າຫ້ອງການ ຕ່າງໜ້າ ຄກຊ ກໍ່ໄດ້ ໃຫ້ […]

ປິດສາກ “ຈຳປາສັກ ເກມ” ຢ່າງຍິ່ງໃຫຍ່ ເຈົ້າພາບຄອງເຈົ້າຫລຽນຄຳ ສົມໃຈ! ຂະນະທີ່ ຫລວງພະບາງຮັບຈັດຄັ້ງຕໍ່ໄປ ໃນປີ 2011

ປິດ​ສາກ​ຢ່າງຍິ່ງ​ໃຫຍ່ ສຳລັບ​ງານ​ມະຫາ​ກຳ ກິລາ​ແຫ່ງ​ຊາດ ຄັ້ງທີ VIII ຫລື “ຈຳປາສັກ ​ເກ​ມ” ຫລັງ​ຈາກ​ດຳ​ເນີນ​ການ​ແຂ່ງຂັນ​ກັນ​ມາ​ເປັນ​ເວລາ 10 ວັນ​ ຂະນະ​ທີ່​ເຈົ້າພາບ ສາມາດ​ກວາດ​ຫລຽນ​ຄຳ ມາ​ຄອງ​ໄດ້​​ຢ່າງສົມ​ໃຈ ແລະ ເກີນ​ເປົ້າ​ຫມາຍ ສ່ວນ ບໍລິ​ຄຳ​ໄຊ ມາ​ແຮງ​ແຊງ ​ແຊ໋ມ​ເກົ່າ “ນະຄອນຫລວງ” ​ເປັນອັນ​ດັບສອງ?ສຳລັບ​ຄັ້ງຕໍ່​ໄປ (ຄັ້ງທີ IX)  ​ແຂວງ​ຫລວງ​ພະ​ບາງ ພ້ອມ​ແລ້ວ​ເປັນ​ເຈົ້າພາບ ​ໃນ​ປີ 2011.
ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງທີ VIII ຫລື ຈຳປາ​ສັກ ​ເກ​ມ ທີ່​ເປີດ​ສາກ​ແຂ່ງຂັນ​ກັນ​ມາ ​ແຕ່​ວັນ​ທີ 12 ທັນວາ ​ໄດ້​ປິດ​ສາກ​ລົງ​ຢ່າງ​ຍິ່ງ​ໃຫຍ່ ​ໃນ​ມື້ວານ​ນີ້ (ວັນ​ທີ 22 ທັນວາ) ​ໂດຍ​ການ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ ພະນະ​ທ່ານ ສົມ​ສະຫວາດ ​ເລັ່ງສະຫວັດ, ກຳມະການ ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ຜູ້​ປະຈຳກາ​ນລັດ​ຖະບານ, ປະທານ​ຈັດ​ງານ ມະຫາ​ກຳ​ກິລາ​ຊີ​ເກ​ມ ຄັ້ງທີ […]

ນັກກິລາປິ່ງປ່ອງ ຫລວງພະບາງ ຄ້ວາໄດ້ 4 ຫລຽນຄຳ ຈຳປາສັກເກມ

ນັກກິລາປິ່ງປ່ອງຫລວງພະບາງສ້າງຜົນງານໄດ້ດີເກີນຄາດໝາຍຄ້ວາ 4ຫລຽນຄຳ 2 ຫລຽນເງິນ  3 ຫລຽນ ທອງ ຂະນະທີນັກກິລາເຈົ້າພາບ ບໍ່ທະລຸ ເປົ້າໝາຍ ຍາດໄດ້ພຽງ 2 ຫລຽນ  4 ຫລຽນເງິນແລະ2 ຫລຽນ ທອງ, ຈາກການຊີງໄຊກັນທັງໝົດ 7 ຫລຽນຄຳ ໃນການເຂົ້າຮ່ວມ ແຂ່ງຂັນງານມະຫາກຳກິລາແຫ່ງຊາດ ຄັ້ງທີ 8 ປີ 2008 ຈຳປາສັກເກມ ກິລາປິ່ງປ່ອງຈຳປາສັກເກມໄດ້ເປີດສາກແຂ່ງຂັນກັນມາຕັ້ງແຕ່ວັນທີ    14  ທັນວາ 2008 ຢູ່ທີສະໂມສອນວິທະຍາໄລຄູປາກເຊ ແລະ ເມືອຕອນບ່າຍ ວັນທີ 20ທັນວາຜ່ານມາ ກໍໄດ້ ມີພິ ທີປິດ ການແຂ່ງຂັນຢ່າງເປັນທາງການ ເຊີງການແຂ່ງຂັນຄັ້ງນີ້ ມີນັກກິລາກິລາປິ່ງປ່ອງ  7 ພາກສ່ວນ ເຂົ້າຮ່ວມ ແຂ່ງຂັນຄື: ແຂວງຫລວງພະບາງ, ແຂວງຈຳປາສັກ, ແຂວງອຸດົມໄຊ, ແຂວງເຊກອງ, ແຂວງສະຫວັນນະເຂດ, ນະຄອນຫລວງວຽງຈັນ ແລະກະຊວງພະລັງງານ-ບໍ່ແຮ່, […]

ເລົ່າສູ່ກັນຟັງ: “ເກັບມາຝາກ ຈາກຂອບສະຫນາມ ຈຳປາສັກ ເກມ!”

ຜ່ານ​ພົ້ນ​ໄປ​ແລ້ວ ​ເປັນ​ມື້ທີ 4 ສຳລັບງານ​ມະຫາ​ກຳ “ຈຳປາ​ສັກ ​ເກ​ມ” ຫລາຍ​ຫລຽນ​ຄຳ ຖືກ​ຍາດ​ແຍ່ງ​ກັນ​ຢ່າງ​ສະຫນຸກ​ຕື່ນ​ເຕັ້ນ ​ໂດຍ​ສະ​ເພາະ​ແຂວງ​ເຈົ້າພາບ ມາ​ແຮງ​ປານ​ກັບ ນ້ຳມັນ​ຊຸບ​ເປ​ີ້ແອັດ​ຊັງ ​ມາ​ຮອດ​ຊົ່ວ​ໂມງ​ນີ້ ​ກວາດ​ໄປ​ແລ້ວ​ກວ່າ 20 ຫລຽນ​ຄຳ ຈົນ​ເຮັດ​ໃຫ້​ແຊ໋ມ​ເກົ່າ 7 ສະ​ໄຫມ ​​ເຊັ່ນ: “ນະຄອນ​ຫລວງ​ວຽງ​ຈັນ” ໄດ້​ແຕ່​ຢືນ​​ແກ່ວ​ງຫົວ ​ແລະ ເປົ່າ​ປາກບອກ​ວ່າ   “​ແຊ໋ມສະ​ໄຫມ​ນີ້ ຄົງ​ຈະ​ຫລຸດ​ມື​ແນ່ນອນ!” ​ເພາະວ່າ​ຍ່າງ​ເຂົ້າ​ມື້ທີ 5 ​ແລ້ວ ນະຄອນຫລວງ ຫາ​ກໍ​ໄດ້​ມາ​ພຽງ 4 ຫລຽນ​ຄຳ ຍ່າງຕາມ​ຫລັງ​ທັງ​ບໍລິ​ຄຳ​ໄຊ ທີ່​ເອົາ​ໄປ​ແລ້ວ​ເຖິງ 10 ກວ່າຫລຽນຄຳ ​ແລະ ​ທະນາຄານ ສປປລາວ 4 ຫລຽນ​ຄຳ. ​ແຕ່​ແນວ​ໃດ​ກໍ​ຕາມ, ທີ​ມງານຂອງ​ເພິ່ນບາງ​ຄົນ ​ກໍ​ປອບ​ໃຈ​ຕົນ​ເອງ​ວ່າ      “​ເປັນ​ທຳ​ມະ​ດາ ນ້ຳມັນ​ກາ​ຊວນ ​ເຄື່ອງມັນ​ຮ້ອນ​ຊ້າ” ວ່າ​ຊັ້ນ! ​ແນວ​ໃດ​ກະ​ຢາກ​ໃຫ້ຂ້ຽວ​ເລັ່ງ ຂ້ຽວ​ຮ້ອນ​ແດ່​ກໍ​ດີ​ເນາະ ​ເພາະ​​ໄລຍະນີ້ອາກາດ​ມັນ​ຫນາວ​ ຢ້ານ​ແຕ່​ເຄື່ອງ​ມັນ​ຈະບໍ່​ຕິດ ຫລື […]

ເຈົ້າພາບ ປະເດີມສະຫນາມ ປະທັບໃຈກອງເຊຍ ຫລັງຈາກຖະຫລົ່ມ ອັດຕະປື 5-0 ໃນຈຳປາສັກ ເກມ!

ທີມເຕະບານເຈົ້າພາບ (ແຂວງຈຳປາສັກ) ລົງປະເດີມສະຫນາມນັດທຳອິດ ໃນຈຳປາ ສັກ ເກມ ໄດ້ຢ່າງງົດງາມ ແລະ ປະທັບໃຈກອງເຊຍເຈົ້າບ້ານ ຫລັງຈາກຖະຫລົ່ມທີມຮ່ວມພາກ ດຽວກັນ “ອັດຕະປື” ໄປຢ່າງຂາດຮອຍ 5 ປະຕູຕໍ່ 0 ໂດຍ ດາວ ໂຄດໄຊຍາ ແລະ ວິໄລສັກ ໂພທິ ລາດ ຍິງ ຄົນລະສອງປະຕູ ຂະນະທີ່ ນະຄອນຫລວງ “ແຊ໋ມເກົ່າ” ຟອມຝືດ ເຮັດໃຫ້ພຽງສະເຫມີ ບໍລິຄຳໄໍຊ 1-1.
ການແຂ່ງຂັນນັດເປີດສະຫນາມ ຢ່າງບໍ່ເປັນທາງການ ໃນກິລາປະເພດບານເຕະ ໄດ້ ເລີ່ມເປີດສາກຂຶ້ນໃນຕອນບ່າຍຂອງມື້ວານນີ້ (ວັນທີ 09 ທັນວາ) ເຊິ່ງມີທັງຫມົດ 4 ຄູ່ ແຕ່ໄຮໄລ ຫລື ຄູ່ທີ່ໄດ້ຮັບຄວາມສົນໃຈຫລາຍ ຕ້ອງຍົກໃຫ້ທີມເຈົ້າພາບ ພົບກັບທີມຮ່ວມເຂດດຽວກັນ “ອັດ ຕະປື” ເຊິ່ງທັງສອງຢູ່ໃນສາຍງໍ ຫລື (D).
ເລີ່ມການແຂ່ງຂັນໃນເຄິ່ງເວລາທຳອິດ ຈຳປາສັກໄດ້ປະຕູຂຶ້ນໄວໄປກອ່ນ […]

ປີ້ເຂົ້າຊົມງານມະຫາກໍາກິລາແຫ່ງຊາດ ຄັ້ງທີ VIII ມີວາງຂາຍແລ້ວ

ສຳລັບປີ້ເຂົ້າຊົມງານມະຫະກຳກິລາແຫ່ງຊາດ ຄັ້ງທີ VIII ທີ່ແຂວງຈຳປາສັກ ເປັນເຈົ້າພາບ ກຽມຈັດຂຶ້ນໃນ
ລະຫວ່າງ ວັນທີ 13-22 ທັນວາ 2008 ນີ້ ແມ່ນມີວາງຂາຍແລ້ວ ນັບແຕ່ດຽວນີ້ເປັນຕົ້ນໄປ ຢູ່ຕາມໂຮງແຮມ ທະນາຄານ
ແລະ ສຳນັກງານຫ້ອງການຂອງລັດ ພາຍໃນແຂວງຈຳປາສັກ.
ທ່ານ ສາຍທອງ ໄຊຍະວົງ ຫົວໜ້າພະແນກການຄ້າ ຄະນະກຳມະການເສດຖະກິດ ແລະ ສິດທິປະໂຫຍດ
ຂອງງານມະຫະກຳກິລາແຫ່ງຊາດ ຄັ້ງທີ VIII ໄດ້ແຈ້ງໃຫ້ຮູ້ວ່າ: ສະເພາະມື້ເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ
VIII ນັ້ນ ແມ່ນຈະມີການຂາຍປີ້ໃນລະດັບ VIP ແລະ ປີ້ມວນຊົນ ສະເພາະລະດັບ VIP ຈະຂາຍປີ້ລະ 350.000 ມີ 600
ບ່ອນນັ່ງ ລວມທັງແຂກຖືກເຊີນມີ 1.600 ບ່ອນນັ່ງ ປີ້ປົກກະຕິຂາຍປີ້ລະ 20.000 ກີບ ມີ 8.200 ບ່ອນນັ່ງ ນອກນີ້ແມ່ນ
ບ່ອນນັ່ງຂອງຄະນະກຳມະການ ແລະ ຄູເຝິກນັກກິລາ ສະເພາະໃນເດີ່ນເປີດ-ປິດ ສາມາດປັນຈຸໄດ້ 11.400 ຄົນ ພ້ອມ
ດຽວກັນນີ້ ຍັງຈະມີຂາຍຂອງທິລະນຶກຕື່ມອີກຄື ມີເສື້ອຄໍມົນ 3.000 ຜືນ ເສື້ອເຊີດ 4.000 ຜືນ ໝວກ 10.000 ໜ່ວຍ ເຂັມ
ຄັດກາດອກຈຳປາ 10.000 ອັນ ເຂັມຄັດຮູບປາຂ່າ 10.000 ອັນ ພວງກະແຈ 2 ໜ້າ ໜ້າໜຶ່ງເປັນຮູບດອກຈຳປາ ແລະ
ອີກໜ້າໜຶ່ງເປັນຮູບປາຂ່າ ມີ 10.000 ອັນ ຍັງມີຕຸກກະຕາຮູບປາຂ່າວາງຂາຍອີກ 3.000 ໂຕ.
ທ່ານ ອຸໄທ ສຸວັນລະພາສີ ຫົວໜ້າພະແນກຖະແຫຼງຂ່າວ-ວັດທະນະທຳ ປະຈຳແຂວງຈຳປາສັກ ຍັງໄດ້ແຈ້ງ
ໃຫ້ຮູ້ອີກວ່າ: ນອກຈາກການຂາຍເຄື່ອງທີ່ລະນຶກແລ້ວ ຍັງຈະມີການຂາຍແຜນຊີດີເພງ ສຳລັບງານມະຫະກຳກິລາແຫ່ງ
ຊາດ ຄັ້ງທີ VIII ຊຶ່ງມີທັງໝົດ 20 ເພງ ສະເພາະເນື້ອເພງນັ້ນລ້ວນແລ້ວແຕ່ສອງແສງໃຫ້ເຫັນຄວາມໝາຍຄວາມສຳຄັນ
ຂອງງານມະຫະກຳກິລາແຫ່ງຊາດ ຄັ້ງທີ VIII ຜົນສຳເລັດໃນການສ້າງສາພັດທະນາແຂວງຈຳປາສັກ ແລະ ຄວາມອຸດົມ
ສົມບູນທາງດ້ານທຳມະຊາດ ດ້ານວັດທະນະທຳອື່ນໆຢູ່ແຂວງຈຳປາສັກ ໃນປັດຈຸບັນ.

ເລືອກໄດ້ແລ້ວນາງສາວຊີເກມ 2009

ອີງຕາມມະຕິຕົກລົງຂອງປະທານຈັດງານມະຫະກຳກິລາແຫ່ງຊາດ ເພື່ອກະກຽມພ້ອມຮັບໃຊ້ກິລາຊີເກມ ຄັ້ງ
ທີ 25 ພ້ອມທັງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ປີ 2009 ທີ່ຈະໄດ້ຈັດຂຶ້ນຢູ່ທີ່ປະຕູໄຊ ນະຄອນຫຼວງວຽງຈັນ ດັ່ງນັ້ນ
ວັນທີ 1 ທັນວາ 2008 ທີ່ຜ່ານມາ ຢູ່ທີ່ຫໍວັດທະນະທຳແຫ່ງຊາດ ໄດ້ຈັດພິທີຄັດເລືອກນາງສາວຊີເກມ ເຊິ່ງມີທ່ານ
ບຸນນອງ ໄຊຍະເສນ ຫົວໜ້າພະແນກວັດທະນະທຳມະຫາຊົນ ທ່ານນາງ ວິລະວອນ ພັນທາວົງ ຫົວໜ້າຫ້ອງການສູນ
ກາງຊາວໜຸ່ມປະຊາຊົນປະຕິວັດລາວ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໂສພາ ອິນທະວົງສາ ຫົວໜ້າຫ້ອງການວາລະສານວັນນະສິນ ທັງເປັນວິຊາການກອງປະກວດນາງ
ສາວຊີເກມ ໄດ້ລາຍງານໃຫ້ຮູ້ວ່າ: ມີນາງສາວທີ່ເຂົ້າຮ່ວມສະໝັກຄັດເລືອກທັງໝົດ 285 ຄົນ ຄັດເລືອກໄດ້ແລ້ວ 100 ຄົນ
ເພື່ອຮັບໃຊ້ຊີເກມ ຄັ້ງທີ 25 ປີ 2009 ທີ່ລາວເຮົາເປັນເຈົ້າພາບ ແລະ ໃນຄຳຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ນາງ
ສາວຊີເກມດັ່ງກ່າວ ກໍຈະໄດ້ຂຶ້ນເວທີສະແດງ ຢູ່ທີ່ສວນປະຕູໄຊ (ວັນທີ 31 ທັນວາ 2008).

ມອບ-ຮັບສະໜາມເປີດປິດຈຳປາສັກເກມຢ່າງເປັນທາງການ

ໂຄງການກໍ່ສ້າງສະໜາມກິລາ ຫລັກ ກໍຄືສະໜາມກິລາແຂວງຈຳປາສັກ ທີຈະໃຊ້ໃນພິທີເປີດ-ປິດຈຳປາສັກເກມໃນລະຫວ່າງວັນທີ13-22ທັນວາ ທີຮັບເໜົາ ການກໍ່ສ້າງສ້ອມແປງ ໂດຍບໍລິສັດຈຸງຢາ ອີຊີ ຢຸນານ (ສ.ປ ຈີນ) ໄດ້ສຳເລັດ ຕາມຄາດໝາຍ ແລະ ຈັດພິທີ-ຮັບ ຢ່າງເປັນທາງການໃນເມື່ອຕອນບ່າຍ    ວັນທີ8 ທັນວາ  ຜ່ານມາ ຢູ່ທີ ສະໜາມ ກິລາ  ດັ່ງກ່າວໄດ້ມີພິທີມອບ-ຮັບ ແລະໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ ເຈົ້າແຂວງ ຈຳປາສັກ, ປະທານຈັດງານຈຳປາສັກເກມ, ທ່ານ ບົວລານ ສິລິປັນຍາ ຮອງປະທານ ຄະນະກຳມະການກິລາແຫ່ງຊາດ, ຮອງປະທານ ຄະນະກຳມະການກອງ ເລຂາ ຈັດງານຈຳປາສັກເກມ, ພ້ອມດ້ວຍບັນດາແຂກ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ
ໃນໂອກາດນີ້ ທ່ານ ອາລີ ຜູ້ອຳນວຍການ ບໍລິສັດ ຈຸງຢາ ອີຊີ ຢຸນານ ໄດ້ຂື້ນກ່າວລາຍງານ ການກໍ່ສ້າງສະໜາມວ່າ”ໃນນາມ ຜູ້ຮັບເໜົາ ກໍ່ສ້າງ […]