Archive for February, 2008

ຈຳປາສັກ ຢືນຢັນສະຫນາມກິລາໃຫມ່ ຮອງຮັບກິລາແຫ່ງຊາດ ຄັ້ງທີ VIII

ແຂ​ວງຈຳປາ​ສັກ​ ຫລື ເຈົ້າ​ພາບ “ຈຳປາ​ ​ເກ​ມ ຄັ້ງທີ VIII” ຢືນຢັນ​ສະຫນາມ​ກິ​ລາ​ແຂ​ວງ ​ເພື່ອ​ໃຊ້​ຮອງ​ຮັບ​ພິທີ​ເປີດ-ປິດ ​​ເຊິ່ງກຳລັງ​ຢູ່​ໃນ​ໄລ​ຍະ​ສ້ອມ​ແປງ ​ແລະ ກໍ່​ສ້າງ​ເພີ່ມ​ເຕີມ ຈະ​ຕ້ອງ​ແລ້ວ​ທັນ ຕາ​ມກຳນົດ ໃນ​ທ້າຍ​ເດືອນ​ກັນຍາ (9) ກອ່ນການ​ແຂ່ງ​ຂັນ​ງານ​ມະຫາ​ກຳ​ກິ​ລາ​ແຫ່ງ​ຊາດ ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ທັນ​ວາ…ຂະນະ​ທີ່ປະທານ​ສະ ຫະພັນ​ເຕະ​ບານ​ແຫ່ງ​ຊາດ​ລາວ (ສຕລ) ຮຽກ​ຮ້ອງ​ໃຫ້​ເອົາ​ໃຈ​ໃສ່ ໃນ​ການ​ກໍ່​ສ້າງ​​ໃຫ້​ຖືກ​ຕາ​ມມາດ​ຕະຖານ​ສາກົນ ທັງ​ນີ້ກໍ​ເພື່ອ​ແນ​ໃສ່ ຈະ​ໃຊ້ສະຫນາມ​ແຫ່ງ​ນີ້ ຈັດ​ການ​ແຂ່ງ​ຂັນ​ເຕະ​ບານ ໃນ​ລະດັບ​ຂົງ​ເຂດ ​​ເຊັ່ນ: ​ເຍົາວະ​ຊົນ​ອາ​ຊຽນ, ​ແມ່​ຍິງ​ອາ​ຊຽນ ຫລື ຊີງ​ແຊ໋ມອາ​ຊຽນ (​ໄທ​ເກີ ຄັບ). ​ໃນ​ກອງ​ປະຊຸມກຳມະ​ການ​ກິ​ລາ​ລະດັບ​ຊາດ ​ຄັ້ງທີ II ຂອງ​ງານ​ມະຫາ​ກຳ​ກິ​ລາ​ແຫ່ງ​ຊາດ ຄັ້ງທີ VIII ທີ່​ແຂ​ວງຈຳປາ​ສັກ ຄັ້ງວັນ​ທີ 18 ກຸມພາ ຜ່ານ​ມາ ທີ່​ແຂ​ວງຈຳປາ​ສັກ, ຄະນະ​ຮັບ​ຜິດ​ຊອບ​ວຽກ​ງານ​ການ​ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ ​ໄດ້​ກ່າວ​ລາຍ​ງານ​ເຖິງ​ຄວາມ​ຄືບ​ຫນ້າ ການ​ກໍ່​ສ້າງ​ສະຫນາມ​ກິ​ລາ​ແຂ​ວງ (ຫລັກ 2) ເຊິ່ງ​ເປັນ​ສະຫນາມທີ່​ຈະ​ໃຊ້​ພີ​ທີ​ເປີດ-ປິດ, ​ເຕະ​ບານຊີ​ງຊະນະ​ເລີດ […]

ກອງປະຊຸມໃຫຍ່ ຜູ້ແທນກິລາທົ່ວປະເທດ ຄັ້ງທີ V ຈະໄຂຂຶ້ນໃນວັນທີ 25-26 ມີນານີ້ ທີ່ວຽງຈັນ (27.2.2008)

ຄະນະ​ກຳ​ມະ​ການ​ກິ​ລາ​ແຫ່ງ​ຊາດ​ລາວ (ຄກຊ) ໄດ້​ກຳນົດວັນ​ເວລາ ສຳລັບ​ການ​ຈັດ​ກອງ​ປະຊຸມ​ໃຫຍ່ ຜູ້ແທນກິ​ລາ​ທົ່ວ​ປະ​ເທດ ຄັ້ງທີ V ເປັນ​ທີ່​ຮຽບຮ້ອຍ​ແລ້ວ ​ໂດຍ​ຈະ​ຈັດ​ຂຶ້ນ ທີ່​ນະຄອນຫລວງ​ວຽງ​ຈັນ ໃນ​ວັນ​ທີ 25-26 ມີນາ​ ທີ່​ຈະ​ເຖິງ​ນີ້ ເຊິ່ງຄາດ​ວ່າ​ຈະ​ມີ​ຜູ້​ແທນ​ທົ່ວ​ປະ​ເທດ​ເຂົ້າ​ຮ່ວມ ​ເກືອບ 500 ຄົນ. ອີ​ງຕາມ​ກອງ​ປະຊຸມ ກວດ​ກາ​ວຽກ​ງານ​ກະ​ກຽມ ​ໃຫ້​ແກ່​ກອງ​ປະຊຸມ​ໃຫຍ່​ ຜູ້​ແທນກິ​ລາ​ທົ່ວ​ປະ​ເທດ ຄັ້ງທີ V ເຊິ່ງມີ​ຂຶ້ນ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ ທີ່​ຫ້ອງ​ປະຊຸມ​ໃຫຍ່ ຄກຊ ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ບົວ​ລານ ສິລິ​ປັນຍາ, ຮອງ​ປະທານ ຄະນະ​ກຳ​ມະ​ການ​ກິ​ລາ​ແຫ​່ງຊາດ ​ແລະ ມີ​ບັນດາ​ຜູ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ຮັບ​ຜິດ​ຊອບ ​ໃນ​ອະນຸ​ກຳ​ມະ​ການ​ ຕ່າງໆ ເຂົ້າ​ຮ່ວມຢ່າງ​ພ້ອມ​ພຽງ. ​ໃນ​ກອງ​ປະຊຸມ ຄະນະ​ອະນຸ​ກຳ​ມະ​ການ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ ​ໄດ້​ລາຍ​ງານ​ເຖິງ​ຄວາມ​ຄືບ​ຫນ້າ ​ໃນ​ການ​ກະ​ກຽມ​ໃຫ້​ແກ່​ກອງ​ປະຊຸມ​​ໃຫຍ່​ ທີ່​ຈະ​ມາ​ເຖິງ ​​​ເລີ່​ມຈາກຂົງ​ເຂດ​ເນື້ອ​ໃນ ທີ່​ປະກອບ​ດ້ວຍ​ບົດ​ລາຍ​ງານ​ການ​ເມືອງ, ​ເອກະ​ສານ​ກ່ຽວ​ກັບ​ ງານ​ກິ​ລາ​ແຫ່ງ​ຊາດ ຄັ້ງທີ VIII ທີ່​ແຂ​ວງຈຳປາ​ສັກ ​ໃນ​ທ້າຍ​ປີນີ້, ວຽກ​ງານ​ກະ​ກຽມ ຊີ​ເກ​ມ ຄັ້ງທີ 25 ປີ […]

ປຶກສາຫາລື ເພື່ອກະກຽມກອງປະຊຸມຄະນະມົນຕີຊີເກມສ໌ ທີ່ຈະໄຂຂຶ້ນໃນເດືອນເມສາ ທີ່ວຽງຈັນ­ (26.2.2008)

ເຊົ້າ​ມື້ນີ້ (26 ກຸມພາ), ພາຍ​ໃຕ້ການ​ເປັນ​ ປະທານ​ຂອງ​ທ່ານ ດຣ.ພູ​ທອງ ​ແສງ​ອາຄົມ, ລັດ ຖະມົນຕີ ປະຈຳ​ສຳນັກ​ງານນາຍົກ ​ລັດຖະມົນຕີ, ປະທານ ຄະນະ​ກຳ​ມະ​ການ​ ກິ​ລາ​ແຫ່ງ​ຊາດ (ຄກຊ), ປະທານ ຄະນະ​ກຳ​ ມະ​ການ​ໂອ​ແລມປິກ​ລາວ (ຄອລ), ກອງປະຊຸມຂອງ ຄະນະ​ຮັບ​ຜິດ​ຊອບ ​ໃຫ້​ແກ່​ກອງ​ປະຊຸມ ຄັ້ງປະຖົມມະ​ເລີກ ຂອງ​ຄະນະ​ມົນຕີ ສະຫະພັນ​ ກິ​ລາ​ຊີ​ເກ​ມ ​​ທີ່​ຈະ​ຈັດ​ຂຶ້ນ ໃນ​ລະຫວ່າ​ງ ວັນ​ທີ 21-23 ເມສາ ທີ່​ນະຄອນ ຫລວງ​ວຽງ​ຈັນ, ​ໄດ້​ມີ​ຂຶ້ນ ທີ່​ຫ້ອງ​ປະຊຸມ​ໃຫຍ່ ຄກຊ ເພື່ອປຶກສາ​ ຫາລື ເຖິງຄວາມ ​ຄືບ​ຫນ້າ ຂອງ​ວຽກ​ງານ​ ການກະ​ກຽມຕ່າງໆ.ໃນ​ໂອກາດ​ນີ້, ທ່ານ ສຸວັນນະ​ລາດ ​ໄຊ​ຍະ​ວົງ, ຮອງ​ປະທານ ທັງ​ເປັນ​ ເລຂາທິການ ຄອລ ແລະ ຫົວຫນ​້າກອງ​ເລຂາ​ຊີ​ເກ​ມ ຄັ້ງທີ 25 ປີ 2009, […]

ປິດສາກແລ້ວ ກິລາພື້ນເມືອງທົ່ວປະເທດ ຄັ້ງທີ 6.ຫລວງນ້ຳທາ ເປັນເຈົ້າຫລຽນຄຳ! (25.2.2008)

ປິດສາກລົງ ເປັນທີ່ຮຽບຮ້ອຍ ແລ້ວ ສຳລັບງານ ແຂ່ງຂັນ ກິລາພື້ນເມືອງ ທົ່ວປະເທດ ຄັ້ງທີ 6 ຫລັງຈາກ ດຳເນີນຢ່າງ ເປັນທາງການ ມາແຕ່ວັນທີ 21 ທັນວາ ໂດຍພິທີປິດ ໄດ້ມີຂຶ້ນ ໃນຕອນບ່າຍ ມື້ວານນີ້ ທີ່ ສະ ຫນາມກິລາ, ເມືອງ ຊຳເຫນືອ ແຂວງ ຫົວພັນ ໂດຍການ ເປັນກຽດເຂົ້າ ຮ່ວມຂອງ ທ່ານ ສີສະຫວາດ ແກ້ວບຸນ ພັນ, ກຳມະການກົມການ ເມືອງສູນກາງພັກ, ປະທານ ອົງການ ແນວລາວ ສ້າງຊາດ, ຜູ້ຊີ້ນຳອົງ ການຈັດຕັ້ງ ມະຫາຊົນ, ທ່ານ ດຣ.ພັນຄຳ ວິພາວັນ, ກຳມະການ ສູນກາງພັກ, ເລຂາພັກ ແຂວງ, ເຈົ້າແຂວງ ແຂວງ ຫົວພັນ ແລະ ທ່ານ ບົວລານ […]

ຄກຊ ອັດບັ້ນດຳເນີນຊີວິດການເມືອງ ປະຈຳປີ ແລະ ເຊື່ອມຊຶມເອກະສານການເມືອງ ມະຕິ V ສະໄຫມທີ VIII ຂອງສູນກາງພັກ

ຫລັງ​ຈາກ​​​ ໄຂ​ກອງ​ປະຊຸມ​ ມາ​ແຕ່​ວັນ​ທີ 14 ມັງກອນ, ​ບັ້ນດຳ​ເນີນ​ຊີ​ວິດ​ ການ​ເມືອງ ປະຈຳ​ປີ 2007 ແລະ ການ​ເຊື່ອມ​ຊຶມ​ ເອກະ​ສານ​ການ ເມືອງ ມະຕິ V ສະ​ໄຫມ​ທີ VIII ຂອງ​ສູນ​ກາງ​ພັກ ​ຂອງ​ພະນັກງານ ​ພາຍ​ໃນ ຄະນະ​ ກຳ​ມະ​ການ​ກິ​ລາ ​ແຫ່ງ​ຊາດ (ຄກຊ), ​ກໍໄດ້​ຖືກ​ອັດ​ລົງ ໃນ​ຕອນ​ເຊົ້າ​ ວັນ​ທີ 18 ມັງກອນ ຜ່ານ​ມາ ທີ່​ສະ​ໂມ​ສອນ ຄກຊ ​ໂດຍ​ການ​ ເປັນ​ປະທານ​ ຂອງ​ທ່ານ ດຣ. ພູ​ທອງ ​ແສງ​ອາຄົມ, ລັດຖະມົນຕີ ປະຈຳ​ສຳນັກ​ງານ ນາຍົກ​ລັດຖະມົນຕີ, ປະທານ ຄກຊ ​​ແລະ ປະທານ ໂອ​ແລມປິກ​ລາວ ​ໂດຍ​ມີ​ບັນດາ​ ຄະນະ​ປະທານ, ຄະນະ​ກົມ, ພະ​ແນ​ກການ ພ້ອມ​ດ້ວຍ​ ພະນັກງານ ວິຊາ​ການ​ອອ້ມຂ້າງ ຄກຊ ​ […]