ປະຫວັດຄວາມເປັນມາ
ປະຫວັດຂອງວົງການກິລາລາວ ປະກົດມີມາແຕ່ດົນນານແລ້ວ ນັບຕັ້ງແຕ່ໄລຍະທ້າຍ ສະຕະ ວັດທີ XX ສືບເນື່ອງມາຈາກການປະຍຸກ ບັນດາອາວຸດຍຸດຕະພັນ ທີ່ໃຊ້ສຳລັບການເຮັດເສິກສົງຄາມ ເພື່ອຕໍ່ສູ້ຕໍ່ຕ້ານ ປົກປ້ອງມາຕຸພູມ ກັບພວກສັດຕູ ໃຫ້ກາຍມາເປັນເຄື່ອງມືເພື່ອການກິລາ ເຊັ່ນ: ກິລາແລ່ນ, ກິລາຍິງໜ້າ, ຍິງທະນູ, ຍິງປືນ, ຟັນດາບ, ຕີມວຍ, ມວຍປ້ຳ, ຊັດຫອກ, ຊັດຫລາວ ເຫລົ່ານີ້ ເປັນຕົ້ນ ທັງນີ້ກໍເພື່ອແຂ່ງຂັນສຳລັບ ສ້າງຄວາມມ່ວນຊື່ນລື້ນເລີງ ແລະ ເພື່ອຄວາມສາມັກຄີຮັກແພງ ເຊິ່ງກັນແລະກັນ.
ການເວລາຜ່ານໄປ, ກິລາໄດ້ຖືກພັດທະນາ ແລະ ຂະຫຍາຍຕົວກ້າວສູ່ຄຸນນະພາບໃຫມ່ເລື້ອຍໆ. ຈາກການແຂ່ງຂັນເພື່ອຄວາມມ່ວນຊື່ນ ໄປເປັນການແຂ່ງຂັນ ເພື່ອສຸຂະພາບ, ມິດຕະພາບ, ຄວາມສາມັກຄີ. ຈາກວົງແຄບສູ່ວົງກວ້າງ, ຈາກລະດັບທ້ອງຖິ່ນໄປສູ່ລະດັບຊາດ ແລະ ຈາກລະດັບຊາດ ໄປສູ່ລະດັບລະຫວ່າງຊາດ ແລະ ສາກົນ ຈົນເທົ່າທຸກວັນນີ້.
ປະກົດການຫລິ້ນກິລາລາວ ບໍ່ວ່າຈະຢູ່ໃນສະໄຫມໃດ ກໍມີການເຄື່ອນໄຫວຢ່າງຕໍ່ເນື່ອງ. ເຊັ່ນດຽວກັບໄລຍະການຕໍ່ສູ້ ເພື່ອສັນຕິພາບ, ອິດສະລະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ ສປປ ລາວ, ບັນດາຜູ້ນຳ ທີ່ມັກຮັກໃນການກິລາ ເຊັ່ນ: ທ່ານອະດີດ ປະທານປະເທດ ສຸພານຸວົງ, ອະດີດ ປະທານປະເທດ ໄກສອນ ພົມວິຫານ, ອະດີດປະທານປະເທດ ຄຳໄຕ ສີພັນດອນ, ອະດີດຮອງປະ ທານປະເທດ ທ່ານ ພູມີວົງວິຈິດ, ອະດີດນາຍພົນ ສິງກະໂປ ສີໂຄດຈຸນນະມາລີ ລວມທັງຜູ້ນຳທ່ານອື່ນໆ ກໍໄດ້ມີການຫລິ້ນກິລາ ແລະ ລົງສະໜາມແຂ່ງຂັນກັນ ໃນກິລາປະເພດຕ່າງໆ ເພື່ອສ້າງຄວາມສາມັກຄີຮັກແພງ ກັບໝູ່ຄູ່ຄະນະໃນກົມກອງ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
…ຈາກໜ່ວຍກິລານ້ອຍໆ ປະຈຳກອງກົມ, ຂະແໜງການ, ເຂດແນວຫລັງ ກໍຄືແນວໜ້າ. ຈົນໃນທີ່ສຸດ, ກອງທັບປົດປອ່ຍປະຊາຊົນລ
າວ ກໍໄດ້ປະກາດສ້າງຕັ້ງກອງກິລາຂອງຕົນຂຶ້ນ ຢ່າງເປັນທາງການ ເມື່ອວັນທີ 13 ກໍລະກົດ ປີ 1966 ໂດຍແມ່ນພົນເອກ ສີສະຫວາດ ແກ້ວບຸນພັນ ຫົວໜ້າເສນາທິການສູງສຸດ ກອງທັບປົດປອ່ຍ ປະຊາຊົນລາວໃນສະໄຫມນັ້ນ ເປັນຜູ້ປະກາດ ແລະ ນັ້ນຄືຂີດໝາຍແຫ່ງການກຳເນີດກິລາລາວ ສູ່ຍຸກສະໄຫມ.
ຫລັງຈາກປະເທດໄດ້ຮັບການສະຖາປະນາ, ວົງການກິລາ ເປັນພຽງແຕ່ກົມໜຶ່ງ ທີ່ຂຶ້ນກັບກະຊວງສຶກສາ ຈົນມາຮອດປີ 1993, ລັດຖະບານ ຈຶ່ງໄດ້ຕົກລົງ ຍົກຖານະຂອງກົມກິລາ ຂຶ້ນເປັນ ຄະນະກຳມະການກິລາແຫ່ງຊາດ ເຊິ່ງມີບົດບາດທຽບເທົ່າກັບທະບວງ ຈົນມາເຖິງທຸກວັນນີ້.
ຄະນະກຳມະການກິລາແຫ່ງຊາດ ຂຶ້ນໂດຍກົງຕໍ່ ສຳນັກງານ ນາຍົກລັດຖະມົນຕີ, ຂັ້ນແຂວງຮ້ອງວ່າຫ້ອງການກິລາແຂວງ; ຂັ້ນເມືອງຮ້ອງວ່າ ຫ້ອງການກິລາເມືອງ; ຄະນະຮັບຜິດຊອບຂັ້ນແຂວງ, ນະຄອນຫລວງ, ແລະ ເມືອງ ຂຶ້ນກັບການຊີ້ນຳໂດຍກົງຂອງ ອຳນາດການປົກຄອງທ້ອງຖິ່ນ.
ຄະນະກຳມະການກິລາແຫ່ງຊາດ ຫລື ຄກຊ ປະກອບມີທັງໝົດ 4 ກົມ ຄື: ກົມຫ້ອງການ, ກົມກິລາມວນຊົນ, ກົມກິລາສາຍສູງ ແລະ ກົມພົວພັນກິລາສາກົນ ແລະ ມີ 18 ພະແນກການ.
ຂະບວນການຫລິ້ນກິລາໃນ ສປປລາວ ໃນປະຈຸບັນ ກຳລັງໄດ້ຮັບຄວາມສົນໃຈ ຈາກມວນຊົນ ນັບມື້ນັບຫລາຍ ທັງໃນລະດັບທ້ອງຖິ່ນ ແລະ ລະດັບຊາດ. ຄະນະກຳມະການກິລາແຫ່ງຊາດ ໄດ້ມີການຈັດຕັ້ງການແຂ່ງຂັນ ກິລາຫລາຍປະເພດ ຢ່າງເປັນປະຈຳ ໃນໂອກາດວັນສຳຄັນໆຂອງຊາດ ລວມເຖິງແຜນການແຂ່ງຂັນກິລາປະຈຳປີ ເຊັ່ນ: ໃນໂອກາດວັນສ້າງຕັ້ງກິລາລາວ,ແຂ່ງຂັນກິລາແຫ່ງຊາດທົ່ວປະເທດ, ແຂ່ງຂັນກິລາພື້ນເມືອງທົ່ວປະເທດ, ແຂ່ງຂັນກິລາປະຈຳປີ ບາງປະເພດ ເຊັ່ນ: ເຕະບານ, ເປຕັງ ແລະອື່ນໆ.
ຈາກກະແສ ແລະ ຂະບວນການ ທີ່ເຕັມໄປດ້ວຍບັນຍາກາດຟົດຟື້ນເຊັ່ນນີ້ ມັນໄດ້ເຮັດໃຫ້ ວົງການກິລາລາວ ນັບມື້ນັບມີທ່າກ້າວຂະຫຍາຍຕົວ ເປັນລຳດັບ ເຊິ່ງມັນໄດ້ເຮັດໃຫ້ ມີນັກກິລາຫລາຍຄົນ ສາມາດສ້າງກຽດ ແລະ ຊື່ສຽງມາແກ່ປະເທດຊາດ ໃນເວທີສາກົນ ຈົນກາຍເປັນຕຳນານ ແລະ ປະຫວັດສາດ ກິລາລາວ ຕ້ອງໄດ້ຈາລຶກ ນັບຕັ້ງແຕ່ “ວົງກົດ ຈິນດາ” ວິລະບຸລຸດຫລຽນທອງ ຄົນທຳອິດຂອງລາວ ໃນເອເຊຽນເກມສ໌ ທີ່ປັກກິ່ງ ປີ 1990 ແລະ ຫລຽນເງິນຄົນທຳອິດຂອງລາວ ໃນຊີເກມສ໌ ຄັ້ງທີ 15 ທີ່ມາເລເຊຍ ປີ 1989 ແລະ ຄັ້ງທີ 17 ໃນປີ 1993 ທີ່ສິງກາໂປ ໃນກິລາມວຍສາກົນ ສະໝັກຫລິ້ນ. ຈາກນັ້ນ ນັກກິລາລຸ້ນໃຫມ່ ຫລືລຸ້ນສືບທອດ ກໍໄດ້ນຳຮອຍ ແລະ ເອົາແບບຢ່າງ ຈົນສາມາດສ້າງປະຫວັດສາດໜ້າໃຫມ່ ໃຫ້ກັບວົງການກິລາລາວ ໄດ້ອີກໜ້າໜຶ່ງ ຈາກຜົນງານຫລຽນຄຳ ຂອງ “ວິລະສອນ ພິໄຂຄຳ” ນັກກິລາເທຄວັນໂດ ໃນຊີເກມສ໌ ຄັ້ງທີ 20 ທີ່ບຣູໄນ ໃນປີ 1999 ພ້ອມກັບນັກກິລາຄົນອື່ນໆ ທີ່ສາດຍາດໄດ້ທັງຫລຽນເງິນ ແລະ ທອງ ອີກຈຳນວນຫນຶ່ງ.
ພວກເຮົາສາມາດເວົ້າໄດ້ວ່າ ນັບແຕ່ປີ 2000 ເປັນຕົ້ນມາ ວົງການກິລາລາວ ຍິ່ງໄດ້ຮັບການພັດທະນາ ແລະ ມີຜົນງານຢ່າງຕໍໍ່ເນື່ອງ ໃນເວທີສາກົນ ໂດຍສະເພາະ ໃນລະດັບຂົງເຂດອາຊຽນ ຫລື “ຊີເກມສ໌” ພິສູດໄດ້ຈາກ ການທີ່ທັບນັກກິລາລາວ ສາມາດຍາດໄດ້ຫລຽນຄຳ ໃນຊີເກມສ໌ ທຸກໆ ຄັ້ງ ນັບຕັ້ງແຕ່ ຊີເກມສ໌ ຄັ້ງທີ 21 ປີ 2001 ທີ່ກວາລາລຳເປີ, ປະເທດມາເລເຊຍ, ສອງນັກກິລາເປຕັງ ລາວ “ສາຍສະໝອນ ແສງດາວ” ແລະ “ສຸລະສິດ ຄຳວົງສາ” ກໍສາມາດຄວ້າຫລຽນທອງ ໄດ້ສຳເລັດ; ຊີເກມສ໌ ຄັ້ງທີ 22 ທີ່ຫວຽດນາມ ໃນປີ 2003 ທັບນັກກິລາເປຕັງລາວກໍຍັງຮັກສາແຊ໋ມຫລຽນຄຳ ໄດ້ອີກເຊັ່ນເຄີຍ; ແລະ ຫລ້າສຸດ ໃນຊີເກມສ໌ ຄັ້ງທີ 23 ທີ່ຟີລິບປິນ, ທັບນັກກິລາລາວ ສາມາດຍາດມາໄດ້ເຖິງ 3 ຫລຽນຄຳ ໂດຍໄດ້ຈາກກິລາເປຕັງ 2 ຫລຽນ ໃນປະເພດດ່ຽວ ແລະ ທີມຊຸດ ແລະ ໄດ້ຈາກກິລາມວຍລາວ.
ນອກຈາກນັ້ນ ໃນການແຂ່ງຂັນກິລາ ລະດັບພູມີພາກ ເຊັ່ນ: ເອເຊຍ-ປາຊີຟິກ ຫລື ເອຊຽນ ເກມສ໌ ທັບນັກກິລາລາວ ກໍສາມາດສ້າງຜົນງານ ໄດ້ຢ່າງຍອດຢ້ຽມ ແລະ ໜ້າພາກພູມໃຈຫລາຍຄົນ.
View in English site




