ຜົນການແຂ່ງຂັນ

ນັກກິລາປິ່ງປ່ອງ ຫລວງພະບາງ ຄ້ວາໄດ້ 4 ຫລຽນຄຳ ຈຳປາສັກເກມ

jet212.jpg

ນັກກິລາປິ່ງປ່ອງ ຫລວງພະບາງ ສ້າງຜົນງານໄດ້ດີ ເກີນຄາດໝາຍ ຄ້ວາ 4 ຫລຽນຄຳ 2 ຫລຽນເງິນ  3 ຫລຽນ ທອງ ຂະນະທີນັກກິລາ ເຈົ້າພາບ ບໍ່ທະລຸ ເປົ້າໝາຍ ຍາດໄດ້ພຽງ 2 ຫລຽນ  4 ຫລຽນເງິນແລະ 2 ຫລຽນ ທອງ, ຈາກການຊີງໄຊກັນ ທັງໝົດ 7 ຫລຽນຄຳ ໃນການເຂົ້າຮ່ວມ ແຂ່ງຂັນ ງານມະຫາກຳ ກິລາແຫ່ງຊາດ ຄັ້ງທີ 8  ປີ 2008  ຈຳປາສັກເກມ ກິລາປິ່ງປ່ອງ ຈຳປາສັກເກມໄດ້ເປີດສາກ ແຂ່ງຂັນກັນມາຕັ້ງແຕ່ ວັນທີ    14  ທັນວາ 2008 ຢູ່ທີ ສະໂມສອນວິທະຍາໄລ ຄູປາກເຊ ແລະ ເມືອຕອນບ່າຍ ວັນທີ 20 ທັນວາ ຜ່ານມາ ກໍໄດ້ ມີພິ ທີປິດ ການແຂ່ງຂັນ ຢ່າງເປັນທາງການ ເຊີງການແຂ່ງຂັນ ຄັ້ງນີ້ ມີນັກກິລາກິລາ ປິ່ງປ່ອງ  7 ພາກສ່ວນ ເຂົ້າຮ່ວມ ແຂ່ງຂັນຄື: ແຂວງຫລວງພະບາງ, ແຂວງຈຳປາສັກ, ແຂວງອຸດົມໄຊ, ແຂວງເຊກອງ, ແຂວງສະຫວັນນະເຂດ, ນະຄອນຫລວງວຽງຈັນ ແລະ ກະຊວງພະລັງງານ-ບໍ່ແຮ່ ໂດຍມີການຊີງໄຊ ກັນ 7 ລາຍການຄື ທີມຊາຍ, ທີມຍິງ, ຄູ່ຊາຍ, ຄູ່ຍິງ, ຄູ່ປະສົມ(ຊາຍ+ຍິງ), ດ່ຽວຊາຍ ແລະ ດ່ຽວຍິງ ຜ່ານການແຂ່ງຂັນ ຜົນປະກົດວ່າ ນັກກິລາ ປິ່ງປ່ອງ ຫລວງພະບາງ ສ້າງຜົນງານໄດ້ດີ ເກີນຄາດໝາຍຄ້ວາ 4 ຫລຽນຄຳ 2 ຫລຽນເງິນ  3 ຫລຽນ ທອງ ໂດຍ 4 ຫລຽນຄຳໄດ້ ຈາກ ປະເພດທີມຊາຍ ( ທ້າວ ມີໄຊ ພົນສະຫວັດ, ທ້າວ ຈັນສະໝອນ   ຄູນລາດສຸວັນນະວົງ ,ທ້າວ ແສງສະຖິດ ສຸຂະທຳມະວົງ ແລະ ທ້າວ ທະວີສັກ ທັດສະໝອນ),

7789.jpgປະເພດຄູ່ຊາຍ ( ທ້າວ ມີໄຊ ພົນສະຫວັດ+ ທ້າວ ຈັນສະໝອນ   ຄູນລາດສຸວັນນະວົງ),

ປະເພດຄູ່ປະສົມ ( ທ້າວ ມີໄຊ ພົນສະຫວັດ+ນາງທິບພະກອນ ສຸທຳມະວົງ)ແລະ

ປະເພດດ່ຽວຊາຍ (ທ້າວ ຈັນສະໝອນ   ຄູນລາດສຸວັນນະວົງ)   ສ່ວນ2 ຫລຽນເງິນໄດ້ຈາກ

ປະເພດຄູ່ຍິງ  (ນາງ ສຸລີນດາ ສີສະຫວັດ + ນາງທິບພະກອນ ສຸທຳມະວົງ)   ແລະ ປະເພດຊາຍດ່ຽວ ທ້າວ ມີໄຊ ພົນສະຫວັດ. ສຳລັບ 3 ຫລຽນທອງ ແມ່ນໄດ້ຈາກ ປະເພດຊາຍດ່ຽວ ທ້າວ ແສງສະຖິດ ສຸຂະທຳມະວົງ,ປະເພດຄູ່ປະສົມ ທ້າວ ຈັນສະໝອນ   ຄູນລາດສຸວັນນະວົງ + ນາງ ສຸລີນດາ ສີສະຫວັດ ແລະ ປະເພດທີມຍິງ ນາງ ສຸລີນດາ ສີສະຫວັດ, ນາງທິບພະກອນ ສຸທຳມະວົງ, ນາງ ແສງຈັນ ດວງສີມາລາວົງ ແລະ ນາງ ຫົງຜາງໄໝ . ຂະນະທີນັກກິລາ ປິ່ງປ່ອງ ແຂວງ ຈຳປາສັກ ເຈົ້າພາບ ບໍ່ບັນລຸເປົ້າໝາຍ ຍາດ ມາໄດ້ພຽງ2 ຫລຽນຄຳ 4 ຫລຽນ ເງິນ ແລະ 2 ຫລຽນທອງໂດຍ2 ຫລຽນຄຳ  ໄດ້ມາຈາກ ປະເພດ ດ່ຽວຍິງ  ແລະ ປະເພດຄູ່ຍິງ, 4 ຫລຽນເງິນ ໄດ້ຈາກປະເພດ ທີມຊາຍ, ປະເພດທີມຍິງ, ປະເພດ ຄູ່ຊາຍ ແລະ ປະເພດ ຄູ່ ປະສົມ ແລະ 2 ຫລຽນທອງ ໄດ້ຈາກ ປະເພດຄູ່ ປະສົມ ແລະປະເພດດ່ຽວຍິງ  ເຖິງຢ່າງໃດກໍ່ຕາມແຂວງອຸດົມໄຊ ກໍບໍ່ນ້ອຍໜ້າຍາດໄດ້ 1ຫລຽນຄຳ 1ຫລຽນເງິນແລະ3ຫລຽນທອງຕາມຄາດໝາຍ.ສ່ວນນະຄອນຫລວງ,ແຂວງສະຫວັນນະເຂດ,ແຂວງເຊກອງ ຍາດໄດ້ພາກສ່ວນລະ1 ຫລຽນທອງແນວໃດກໍ່ຕາມກະຊວງພະລັງງານ-ບໍ່ແຮ່ ໃນການເຂົ້າຮ່ວມ ແຂ່ງຂັນ ຄັ້ງນີ້ກໍສາມາດຍາດໄດ້ 2 ຫລຽນທອງ

*                                                                       ໂດຍ:ສັກດາວົງ

ຜົນການແຂ່ງຂັນກິລາບາງປະເພດ

ປະເພດ ລອຍນ້ຳຊາຍ ທ່າລອຍທຳມະດາ 50 ແມັດ: ນະຄອນຫລວງ ໄດ້ ຫລຽນຄຳ, ຫລວງພະບາງ ໄດ້ ຫລຽນເງິນ ແລະ ຫລວງພະບາງ ໄດ້ ຫລຽນທອງ
ລອຍນ້ຳຍິງ ທ່າລອຍທຳມະດາ 50 ແມັດ: ຈຳປາສັກ ໄດ້ ຫລຽນຄຳ, ຫລວງພະບາງ ໄດ້ ຫລຽນເງິນ ແລະ ນະຄອນຫລວງ ໄດ້ ຫລຽນທອງ
ລອຍນ້ຳຍິງ ທ່າແມງກະເບື້ອ 100 ແມັດ ບໍລິຄຳໄຊ ໄດ້ ຫລຽນຄຳ, ສະຫວັນະເຂດ ໄດ້ ຫລຽນເງິນ ແລະ ສະຫວັນນະເຂດ ໄດ້ ຫລຽນທອງ
ລອຍນ້ຳຊາຍ ທ່າລອຍຫງາຍ 100 ແມັດ ຈຳປາສັກ ໄດ້ ຫລຽນຄຳ, ຈຳປາສັກ ໄດ້ ຫລຽນເງິນ ແລະ ຫລວງພະບາງ ໄດ້ ຫລຽນທອງ
ລອຍນ້ຳຍິງ ທ່າລອຍຫງາຍ 100 ແມັດ ບໍລິຄຳໄຊ ໄດ້ ຫລຽນຄຳ, ສະຫວັນນະເຂດ ໄດ້ ຫລຽນເງິນ ແລະ ຫລວງພະບາງ ໄດ້ ຫລຽນທອງ
ລອຍນ້ຳຊາຍ ທ່າລອຍທຳມະດາ 400 ແມັດ ຈຳປາສັກ ໄດ້ ຫລຽນຄຳ, ບໍລິຄຳໄຊ ໄດ້ ຫລຽນເງິນ ແລະ ຈຳປາສັກ ໄດ້ ຫລຽນທອງ
ລອຍນ້ຳຊາຍ ທ່າລອຍກົບ 100 ແມັດ: ນະຄອນຫລວງ ໄດ້ ຫລຽນຄຳ, ນະຄອນຫລວງ ໄດ້ ຫລຽນເງິນ ແລະ ບໍລິຄຳໄຊ ໄດ້ ຫລຽນທອງ
ລອຍນ້ຳຊາຍ ທ່າລອຍກົບ 100 ແມັດ: ຈຳປາສັກ ໄດ້ ຫລຽນຄຳ, ຫລວງພະບາງໄດ້ ຫລຽນເງິນ ແລະ ກະຊວງ ອຸດສາຫະກຳ ໄດ້ ຫລຽນທອງ
ລອຍນ້ຳຍິງ ທ່າລອຍທຳມະດາ 200 ແມັດ: ບໍລິຄຳໄຊ ໄດ້ ຫລຽນຄຳ, ຈຳປາສັກ ໄດ້ ຫລຽນເງິນ ແລະ ກະຊວງ ອຸດສາຫະກຳບໍ່ແຮ່ ໄດ້ ຫລຽນທອງ
ລອຍນ້ຳຊາຍ ທ່າລອຍທຳມະດາ 200 ແມັດ: ຈຳປາສັກ ໄດ້ ຫລຽນຄຳ, ບໍລິຄຳໄຊ ໄດ້ ຫລຽນເງິນ ແລະ ນະຄອນຫລວງ ໄດ້ ຫລຽນທອງ
ລອຍນ້ຳຊາຍ ທ່າລອຍປະສົມ: ຫລວງພະບາງ ໄດ້ ຫລຽນຄຳ, ຈຳປາສັກ ໄດ້ ຫລຽນເງິນ ແລະ ຫລວງພະບາງ ໄດ້ ຫລຽນທອງ
ເປຕັງ ດ່ຽວຊາຍ: ຈຳປາສັກ ໄດ້ ຫລຽນຄຳ, ແຂວງ ວຽງຈັນ ໄດ້ ຫລຽນທອງ, ຫລຽນທອງຮ່ວມ ຄຳມ່ວນ ແລະ ເຊກອງ
ເປຕັງ ດ່ຽວຍິງ: ຄຳມ່ວນ ໄດ້ ຫລຽນຄຳ, ແຂວງ ວຽງຈັນ ໄດ້ ຫລຽນເງິນ ແລະ ຫລຽນທອງຮ່ວມ ກະຊວງການເງິນ ແລະ ກະຊວງ ປ້ອງກັນປະເທດ
ແຂ່ງຂັນສະນຸກເກີທີມຊຸດ:
ແຂວງ ສະຫວັນະເຂດ ໄດ້ ຫລຽນຄຳ, ຈຳປາສັກ ໄດ້ ຫລຽນເງິນ ແລະ ເຊກອງ ໄດ້ ຫລຽນທອງ
ດອກປີກໄກ່: ທີມຊາຍ: ທະນາຄານ ໄດ້ ຫລຽນຄຳ, ປກສ ໄດ້ ຫລຽນເງິນ ແລະ ຫລຽນທອງຮ່ວມ ປກສ ແລະ ຄຳມ່ວນ
ດອກປີກໄກ່ທີມຍິງ: ຈຳປາສັກ ຫລຽນຄຳ, ບໍລິຄຳໄຊ ຫລຽນເງິນ ແລະ ຫລຽນທອງຮ່ວມ ແຂວງ ວຽງຈັນ ແລະ ຄຳມ່ວນ
ດອກປີກໄກ່ຊາຍດ່ຽວ: ທະນາຄານ ຫລຽນຄຳ, ປກສ ຫລຽນເງິນ ແລະ ຫລຽນທອງຮ່ວມ ປກສ ແລະ ສະຫວັນ
ດອກປີກໄກ່ຍິງດ່ຽວ: ຈຳປາສັກ ຫລຽນຄຳ, ນະຄອນຫລວງ ຫລຽນເງິນ ແລະ ຫລຽນທອງຮ່ວມ ແຂວງ ວຽງຈັນ ແລະ ບໍລິຄຳໄຊ

ການແຂ່ງຂັນເຕະບານຊາຍ ໄດ້ແລ້ວ 8 ທີມ ເຂົ້າຮອບທີ 2

ກິລາຍອດນິຍົມ ເຕະບານ ກໍໄດ້ເດີນທາງມາເຖິງຮອບ 8 ທີມສຸດທ້າຍແລ້ວ ສຳລັບການແຂ່ງຂັນເຕະບານຊາຍ ໄດ້ແບ່ງອອກເປັນ 4 ສາຍດ້ວຍກັນ, ມາເຖິງ ວັນທີ 16 ທັນວາ ກໍ່ສາມາດສະຫລຸບຜົນຂອງການແຂ່ງຂັນໃນຮອບທີ 2 ຄື : ນະຄອນຫລວງ, ທະນາຄານ, ກະຊວງ ໂຍທາທິການ ແລະ ຂົນສົ່ງ, ສະຫວັນນະເຂດ, ຫົວພັນ, ປກສ, ຈຳປາສັກ ແລະ ກອງທັບ
ສຳລັບຜົນງານຂອງແຕ່ລະທີມທີ່ໄດ້ເຂົ້າຮອບມີຄື : ສາຍ ກ : ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊະນະ ຫົວພັນ 4-3, ຊະນະ ແຂວງ ວຽງຈັນ 7-0 ແລະ ຊະນະ ຄຳມ່ວນ 4-0 ມີ 9 ຄະແນນ ເປັນທີ 1 ຂອງສາຍ, ສ່ວນ ຫົວພັນ ຊະນະ ຄຳມ່ວນ 4-3, ຊະນະ ແຂວງ ວຽງຈັນ ຊະນະ 4-3 ແລະ ເສຍໃຫ້ ກະຊວງ ໂຍທາທິການ ແລະ ຂົນສົ່ງ 3-4 ເປັນທີ 2 ຂອງສາຍ
ສາຍ ຂ : ນະຄອນຫລວງ ສະເຫມີ ບໍລິຄຳໄຊ 1-1, ສະເຫມີ ທະນາຄານ 1-1 ແລະ ຊະນະ ສາລະວັນ 4-0 ມີ 5 ຄະແນນ ຜົນປະຕູະກວ່າຈຶ່ງເປັນທີ 1 ຂອງສາຍ, ທະນາຄານ ຊະນະ ສາລະວັນ 3-0, ສະເຫມີ ນະຄອນຫລວງ 1-1 ແລະ ສະເຫມີ ບໍລິຄຳໄຊ 1-1 ມີ 5 ຄະແນນ ເປັນທີ 2 ຂອງສາຍ
ສາຍ ຄ : ສະຫວັນນະເຂດ ສະເຫມີ ຫລວງພະບາງ 1-1, ຊະນະ ປກສ 2-1 ແລະ ຊະນະ ເຊກອງ 4-0 ມີ 7 ຄະແນນ ເປັນທີ 1 ຂອງສາຍ, ປກສ ສະເຫມີ ເຊກອງ 1-1, ເສຍ ສະຫວັນນະເຂດ 1-2 ແລະ ຊະນະ ເຊກອງ 4-0 ມີ 4 ຄະແນນ ເປັນທີ 2 ຂອງສາຍ
ສາຍ ງ : ຈຳປາສັກ ຊະນະ ອັດຕະປື 5-0
ກະຊວງ ປ້ອງກັນປະເທດ ຊະນະ ອັດຕະປື 5-0
ໃນຕອນແລງ ເວລາ 17 :00 ໂມງ (ສາຍ ງ) ຈະມີການແຂ່ງຂັນລະຫວ່າງ ຈຳປາສັກ ກັບ ປ້ອງກັນປະເທດ ເພື່ອຊີງອັນດັບທີ 1 ຂອງສາຍ ສ່ວນຜົນຈະແຈ້ງມາໃຫ້ຊາບຕາມພາຍຫລັງ

ສຳລັບຜົນການແຂ່ງຂັນເຕະບານຊາຍ-ຍິງ ຮອບທີໜຶ່ງ ໃນງານ ມະຫະກຳກິລາ ແຫ່ງຊາດຄັ້ງທີ VIII ທີ່ແຂວງຈຳປາສັກ  ຫຼື ຈຳປາສັກ ເກມ 2008 ນັບແຕ່ວັນທີ 9 ຫາຕອນບ່າຍວັນທີ 12 ທັນວາ ມີດັ່ງນີ້:

                              9/12/2008

ກະຊວງໂຍທາ         #     ຫົວພັນ 4-3
ຈຳປາສັກ                  #     ອັດຕະປື 5-0
ນະຄອນຫຼວງ           #     ບໍລິຄຳໄຊ 1-1
ທະນາຄານ             #     ສາລະວັນ 3-0

                              10/12/2008

ຄຳມ່ວນ                 #     ນະຄອນຫຼວງ (ຍິງ) 0-5
ສະຫວັນນະເຂດ     #     ຫຼວງພະບາງ 1 -1
ແຂວງວຽງຈັນ        #     ຄຳມ່ວນ 0-1
ກະຊວງ ປກສ        #     ເຊກອງ 2-2

                              11/12/2008

ຈຳປາສັກ          #     ສະຫວັນ (ຍິງ) 2-1
ບໍລິຄຳໄຊ           #     ສາລະວັນ 2-3
ນະຄອນຫຼວງ     #     ທະນາຄານ 1-1

                              12/12/2008

ຫົວພັນ               #     ຄຳມ່ວນ 4-3
ກະຊວງໂຍທາ     #     ແຂວງວຽງຈັນ 7-0

                              14/12/2008

  ນະຄອນຫຼວງ     #     ກະຊວງສຶກສາ (ຍິງ) 2-1

ຕາຕະລາງການແຂ່ງຂັນໃນຮອບ 2

ນະຄອນຫລວງ ພົບ (ທີ 2 ຂອງ ສາຍ ງ)
ທະນາຄານ ພົບ ທີ 1 ຂອງ ສາຍ ງ
ກະຊວງໂຍທາ ທິການ ແລະ ຂົນສົ່ງ ພົບ ປກສ
ສະຫວັນນະເຂດ ພົບ ຫົວພັນ
ເຊິ່ງການແຂ່ງຂັນໃນຮອບ 8 ທີມ ຈະມີຂຶ້ນ ໃນວັນທີ 18 ທັນວາ 2008 ນີ້
ສຳລັບການແຂ່ງຂັນເຕະບານຍິງ ກໍ່ກຳລັງດຸເດືອດເຊັ່ນກັນ ເພາະເປັນການແຂ່ງຂັນແບບພົບກັນຫມົດ ເຊິ່ງ ໃນວັນທີ 19 ທັນວາ ຈະມື້ ແຂ່ງຂັນຮອບ 8 ທີມສຸດທ້າຍ

ເຈົ້າພາບ ປະເດີມສະຫນາມ ປະທັບໃຈກອງເຊຍ ຫລັງຈາກຖະຫລົ່ມ ອັດຕະປື 5-0 ໃນຈຳປາສັກ ເກມ!

chskj15.gifທີມເຕະບານເຈົ້າພາບ (ແຂວງຈຳປາສັກ) ລົງປະເດີມສະຫນາມນັດທຳອິດ ໃນຈຳປາ ສັກ ເກມ ໄດ້ຢ່າງງົດງາມ ແລະ ປະທັບໃຈກອງເຊຍເຈົ້າບ້ານ ຫລັງຈາກຖະຫລົ່ມທີມຮ່ວມພາກ ດຽວກັນ ອັດຕະປື” ໄປຢ່າງຂາດຮອຍ 5 ປະຕູຕໍ່ 0 ໂດຍ ດາວ ໂຄດໄຊຍາ ແລະ ວິໄລສັກ ໂພທິ ລາດ ຍິງ ຄົນລະສອງປະຕູ ຂະນະທີ່ ນະຄອນຫລວງ ແຊ໋ມເກົ່າ” ຟອມຝືດ ເຮັດໃຫ້ພຽງສະເຫມີ ບໍລິຄຳໄໍຊ 1-1.

ການແຂ່ງຂັນນັດເປີດສະຫນາມ ຢ່າງບໍ່ເປັນທາງການ ໃນກິລາປະເພດບານເຕະ ໄດ້ ເລີ່ມເປີດສາກຂຶ້ນໃນຕອນບ່າຍຂອງມື້ວານນີ້ (ວັນທີ 09 ທັນວາ) ເຊິ່ງມີທັງຫມົດ 4 ຄູ່ ແຕ່ໄຮໄລ ຫລື ຄູ່ທີ່ໄດ້ຮັບຄວາມສົນໃຈຫລາຍ ຕ້ອງຍົກໃຫ້ທີມເຈົ້າພາບ ພົບກັບທີມຮ່ວມເຂດດຽວກັນ ອັດ ຕະປື” ເຊິ່ງທັງສອງຢູ່ໃນສາຍງໍ ຫລື (D).

ເລີ່ມການແຂ່ງຂັນໃນເຄິ່ງເວລາທຳອິດ ຈຳປາສັກໄດ້ປະຕູຂຶ້ນໄວໄປກອ່ນ 1-0 ເມື່ອ ສຸບັນດິດ ທຳມະວົງ ເຕະເປີດຍາວມາແຕ່ເຄິ່ງສະຫນາມ ເຂົ້າຫນ້າເຂດໂທດ  ຂອງອັດຕະປື ກອ່ນທີ່ ດາວ ໂຄດໄຊຍາ” ນັກເຕະຈາກສະໂມສອນ ລາວ-ອາເມລິກາ ທີ່ແລ່ນແຊງກອງຫລັງ ອັດຕະປືຂຶ້ນມາ ກອ່ນຈະເອົາບານລົງຈັງຫວະຫນຶ່ງ ແລ້ວຍິງເຕັມຕີນຂວາ ບານຟົ້ງເຂົ້າກົ້ນປະຕູ ອັດຕະປື ໄປຢ່າງສວຍງາມ. ຫລັງຈາກເສຍປະຕູໄວ, ອັດຕະປື ບໍ່ຍອມຖອດໃຈ ຍັງສາມາດ ຫລິ້ນກັນໄດ້ດີ ແລະກໍມີໂອກາດສ້າງຄວາມຫວາດສຽວຕື່ນເຕັ້ນ ໃຫ້ກັບກອງເຊຍເຈົ້າພາບ ຫລາຍຄັ້ງ ແຕ່ກອງຫນ້າຂາດຄວາມຄົມ ກໍເລີຍໄດ້ແຕ່ວືດໄປວືດມາເທົ່ານັ້ນ. ຈົນມາເຖິງນາທີໆ 25 ກອງເຊຍຈຳປາສັກ ກໍໄດ້ໂຮລັ່ນສະຫນາມ ເມື່ອ ວິໄລສັກ ໂພທິລາດ”, ນັກເຕະອີກຄົນ ທີ່ມາຈາກສະໂມສອນ ລາວ-ອາເມລິກາ ລາກບານຈາກເຄິ່ງສະຫນາມມາທາງດ້ານຊ້າຍ ເກືອບ ເຖິງເສັ້ນຫລັງ ແລ້ວຜ່ານເຂົ້າມາຫນ້າປະຕູ ອັດຕະປື ແລະກໍເປັນ ດາວ ໂຄດໄຊຍາ ຄົນເດີມ ທີ່ ເຕີມມາຈາກດ້ານຫລັງ ແລ້ວອັດເຂົ້າໄປເສົາສອງຢ່າງສວຍງາມ ພາຈຳປາສັກ ຫນີໄປເປັນ 2-0.

ຫລັງຈາກເສຍສອງປະຕູທີສອງ, ນັກເຕະອັດຕະປື ເລີ່ມຄວບຄຸມເກມບໍ່ໄດ້ ເຮັດໃຫ້ ຈຳປາສັກ ຍັງສືບຕໍ່ສ້າງສັນເກມ ແລະ ຫາໂອກາດຍິງປະຕູເພີ່ມອີກ. ຈົນມາເຖິງໄລຍະທົດເວລາ ຈຳປາສັກກໍມາໄດ້ປະຕູທີສາມ ຈາກວິໄລສັກ ໂພທິລາດ. ຈົບເຄິ່ງເວລາທຳອິດ ຈຳປາສັກ ນຳໄປກອ່ນ 3-0.

ໃນເຄິ່ງເວລາທີສອງ ຍັງເປັນເກມຂອງຈຳປາສັກ ທີ່ຄວບຄຸມສະຖານະການໄດ້ທັງຫມົດ ເຮັດໃຫ້ຈຳປາສັກ ສາມາດຍິງໄດ້ອີກສອງປະຕູ ຈາກທັນວາ ພັນທະວົງ ໃນນາທີໆ 66 ແລະ ຈາກວິໄລສັກ ໂພທິລາດ ນາທີໆ 84. ຈົບເກມ ຈຳປາສັກ ຖະຫລົ່ມ ອັດຕະປື ໄປຢ່າງຂາດຮອຍ 5-0 ມີຄະແນນຂຶ້ນນຳເປັນທີຫນຶ່ງໃນສາຍງໍ ທັນທີ.

chskj2.gifສຳລັບຜົນການແຂັ່ງຂັນ ຄູ່ກອ່ນເຈົ້າພາບ ໃນສາຍກໍ ປະກົດວ່າ ກະຊວງໂຍທາທິການ ສອຍຊະນະແຂວງຫົວພັນ ໄປແບບບີບຫົວໃຈກອງເຊຍທັງສອງຝ່າຍ ດ້ວຍປະຕູ 4-3 ເຖິງ ວ່າໃນເຄິ່ງເວລາທຳອິດ ໂຍທາທິການ ຈະນຳໄປກອ່ນເຖິງ 3 ປະຕູຕໍ່ 0 ກໍຕາມ. ໃນຂະນະທີ່ ຜົນຂອງການແຂ່ງຂັນອີກສອງຄູ່ ໃນສະຫນາມວິທະຍາໄລສ້າງຄູປາກເຊ ປະກົດວ່າ ໃນສາຍຂໍ ແຊ໋ມເກົ່າ ນະຄອນຫລວງ” ປະເດີມສະຫນາມໄດ້ຢ່າງຫນ້າຜິດຫວັງກອງເຊຍ ຫລັງຈາກສາ ມາດເຮັດໄດ້ ພຽງສະເຫມີບໍລິຄຳໄຊ 1-1. ສ່ວນອີກຄູ່ໃນສາຍດຽວກັນ ທະນາຄານ ກໍເອົາຊະນະ ສາລະວັນ ໄປຕາມຟອມ 3 ຕໍ່ 0.

ສຳລັບຕາຕະລາງແຂ່ງຂັນເຕະບານໃນມື້ນີ້ ວັນທີ 10 ທັນວາ ຍັງມີການແຂ່ງຂັນກັນອີກ 4 ຄູ່ ເຊັ່ນເຄີຍ ແຕ່ເປັນເຕະບານຍິງຫນຶ່ງຄູ່ ຄືໃນຕອນເຊົ້າເວລາ 08:00 ໂມງ ແຂວງຄຳມ່ວນ ພົບ ນະຄອນຫລວງ; ສ່ວນເຕະບານຊາຍ ເວລາ 13:30 ໂມງ ສະຫວັນນະເຂດ ພົບ ຫລວງ ພະບາງ, 15:30 ໂມງ ແຂວງວຽງຈັນ ພົບ ແຂວງຄຳມ່ວນ ແລະ ກະຊວງ ປ.ກ.ສ ພົບ ແຂວງເຊກອງ.

               ຜົນການແຂ່ງຂັນກິລາບານສົ່ງຮອບຄັດເລືອກໃນກຸ່ມວັນຜ່ານມາ

chskj27.gif

       ບານສົ່ງຫາດຊາຍ ເພດຊາຍ ສາຍງໍ  ແຂວງສະຫວັນນະເຂດ   ເສຍ       ແຂວງບໍລິຄຳໄຊ 0-2  ເຊັດ,ສາຍຂໍ  ແຂວງອັດຕະປື  ເສຍ  ແຂວງຊຽງຂວາງ 0-2  ເຊັດ, ສາຍຄໍ    ແຂວງຈຳປາສັກ  ຊະນະ   ແຂວງຫລວງນ້ຳທາ  2-0          ເຊັດ. ຂະນະທີ ເພດຍິງ ສາຍຂໍ             ແຂວງບໍລິຄຳໄຊ  ເສຍ   ກະຊວງປ້ອງກັນປະເທດ 0-2       ເຊັດ       ແລະ  ແຂວງສະຫວັນນເຂດ  ຊະນະ ກະຊວງສາທາ2-1   ເຊັດ., ສາຍກໍ ແຂວງຈຳປາສັກເສຍ        ທະນາຄານ0-2       ເຊັດ ສ່ວນບານສົ່ງໃນຮົ່ມ ເພດຍິງ ສາຍຂໍ ທະນາຄານ   ຊະນະ  ກະຊວງສາທາ  3-0  ເຊັດ ຂະນະທີ   ກະຊວງປອ້ງກັນ ປະເທດ  ຊະນະ                ແຂວງວຽງຈັນ    3-0        ເຊັດ ສາຍກໍ        ແຂວງຈຳປາສັກ ຊະນະ ແຂວງຄຳມວນ 3-0   ເຊັດ ,  ສຳລັບ   ເພດຊາຍ ສາຍຂໍ ແຂວງ ສະຫວັນນະເຂດ ຊະນະ  ແຂວງອັດຕະປື 3-0    ເຊັດ,   ສາຍກໍ  ແຂວງຊຽງຂວາງ      ນະຄອນຫລວງວຽງຈັນ        ເຊັດ,  ຜົນການແຂ່ງຂັນທີຕົກຄ້າງໃນວັນທີ10 ທັນວາ ຜ່ານມາສຳລັບບານສົ່ງໃນຮົ່ມ ເພດຊາຍ ສາຍຂໍ  ແຂວງສະຫວັນນະເຂດ ຊະນະ    ແຂວງສາລະວັນ 3-0   ເຊັດ  ,ເພດຍິງ ສາຍກໍ   ນະຄອນຫລວງ ເສຍ      ແຂວງສະຫວັນນະເຂດ 1-3      ເຊັດ.

            ໂປຣແກຣມແຂ່ງຂັນວັນ 12ທັນວາ2008 ທີ່ເດີນພາສີ

       ບານສົ່ງຫາດຊາຍ , ເພດຊາຍ ສາຍຄໍ ເວລາ 10:00ໂມງ ແຂວງ ຫລວງນ້ຳທາ ພົບ         ແຂວງວຽງຈັນ       , ສາຍກໍ ເວລາ 11:00 ໂມງ ນະຄອນຫລວງ   ພົບ          ແຂວງຄຳມ່ວນ          ,  ສາຍຂໍ ເວລາ14:00  ໂມງ ແຂວງຊຽງຂວາງ  ພົບ      ສູນກາງຊາວໜຸມ       ,ເພດຍິງ   

ສາຍກ  ເວລາ 8: 00ໂມງແຂວງຄຳມ່ວນ ພົບ  ພົບ ທະນາຄານ ແລະ ເວລາ9:00ໂມງ ກະຊວງ ປກສ ພົບແຂວງວຽງຈັນ ,   ສາຍຂໍ  ເວລາ15:00ໂມງ ນະຄອນຫລວງ ພົບ ກະຊວງສາທາ, ແລະ ເວລາ16:00ໂມງ ແຂວງ ບໍລິຄຳໄຊ ພົບ ແຂວງສະຫວັນນະເຂດ

            ສຳລັບບານສົ່ງໃນຮົ່ມ  ເພດຍິງ ສາຍກໍ ເວລາ8:00ໂມງ ແຂວງ ຄຳມວນ ພົບ ແຂວງສະຫວັນນະເຂດ .ເພດຊາຍ ສາຍກໍ ເວລາ9:30ໂມງ ກະຊວງສາທາ ພົບແຂວງຄຳມ່ວນ ແລະເວລາ 11:00 ໂມງ ແຂວງ ຊຽງຂວາງ ພົບ ກະຊວງ ປ້ອງກັນປະເທດ,ສາຍຂໍ ເວລາ14:00ໂມງ ແຂວງ ສາລະວັນ ພົບແຂວງວຽງຈັນ ແລະເວລາ15:30ໂມງ ແຂວງຈຳປາສັກ ພົບ ກະຊວງປກສ

            ສ່ວນຜົນການແຂ່ງຂັນຈະເປັນແນວໃດນັ້ນທີມງານ ຂ່າວກິລາຈະລາຍງານໃຫ້ຊາບໃນສະບັບຕໍ່ໄປ

chskj28.gif