ຂໍ້ມູນກ່ຽວກັບກິລາແຫ່ງຊາດ
ປະຫວັດຄວາມເປັນມາຂອງງານມະຫະກຳກິລາແຫ່ງຊາດນັບແຕ່ ຄັ້ງທີ 1 ຫາ ຄັ້ງທີ 7
ງານມະຫະກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາລະດັບທົ່ວປະເທດ ຊື່ງຈັດຂຶ້ນ ທຸກໆ 3 ປີ ເພື່ອສົ່ງເສີມ, ຊຸກຍູ້ຂະບວນການກິລາຢູ່ພາຍໃນປະເທດຢ່າງຕໍ່ເນື່ອງ, ທັງເປັນການ ປຸກລະດົມມະຫາຊົນເຂົ້າຣ່ວມວຽກງານກິລາໃຫ້ນັບມື້ກ້ວາງຂວາງ, ເພື່ອສົ່ງເສີມສຸຂະພາບຈິດ, ສຸ ຂະພາບຮ່າງກາຍ, ສ້າງພົນລະເມືອງລາວທຸກຄົນໃຫ້ມີສຸຂະພາບແຂງແຮງ. ປະຕິບັດທິດຊີ້ນຳທີ່ ວ່າ: “ ຫັນກິລາກາຍເປັນທົ່ວປວງຊົນ, ກາຍເປັນຄວາມຮັບຜິດຊອບຂອງສັງຄົມ “
ງານມະຫະກຳກິລາແຫ່ງຊາດແຕ່ລະຄັ້ງ ມີຄວາມສຳຄັນຫຼາຍ ເພາະວ່າມັນເປັນການປຸກ ລະດົມຈິດໃຈຟົດຟື້ນປະຕິວັດ, ນ້ຳໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມເຊື່ອໝັ້ນຂອງມະຫາ ຊົນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ລະບອບໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິ ວັດລາວ ຢ່າງໜັກແໜ້ນ.
ງານມະຫະກຳກິລາແຫ່ງຊາດແຕ່ລະຄັ້ງ ແມ່ນການປຸກລະດົມຊາວໜຸ່ມ ເຍົາວະຊົນ, ນັກ
ຮຽນ, ນັກສຶກສາ, ທະຫານ, ພະນັກງານ ແລະ ປະຊາຊົນບັນດາເຜົ່າ ໃຫ້ຫັນມາຫລີ້ນກິລາ, ໃຊ້ ເວລາຫວ່າງໃຫ້ເປັນປະໂຫຍດ, ຝຶກຝົນຮ່າງກາຍໃຫ້ສົມບູນແຂງແຮງ ເພື່ອສືບຕໍ່ພາລະກິດປ່ຽນແປງໃໝ່ອັນມີກຽດສະຫງ່າຂອງພັກ.
ງານມະຫະກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາ ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ, ນັກກິລາທີ່ດີເດັ່ນ, ນັກກິລາທີ່ມີຜົນສຳເລັດຈາກການຝຶກຊ້ອມ ເພື່ອເປັນຕົວແທນ
ທີມຊາດ ເຂົ້າຮ່ວມແຂ່ງຂັນລາຍການສຳຄັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ກໍ່ຄື ເວທີສາ ກົນ ເພື່ອສ້າງຊື່ສຽງມາໃຫ້ປະເທດຊາດ.
ການພັດທະນາກິລາກາຍະກຳຂອງລາວໃນໄລຍະຜ່ານ ມາ ກໍ່ຄື ປະຈຸບັນ ພັກ ແລະ ລັດ ຖະບານ ໄດ້ເອົາໃຈໃສ່ຊີ້ນຳບັນດາຂະແໜງການຕ່າງໆນັບແຕ່ສູນກາງຈົນຮອດ ທ້ອງຖິ່ນ ໂດຍມີການຜັດປ່ຽນກັນເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດທຸກໆ 3 ປີ ເຊີ່ງມີລາຍລະອຽດ ດັ່ງນີ້:
# ຄັ້ງທີ 1:
ງານມະຫະກຳກິລາແຫ່ງຊາດ ຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນປີ 1985 ໂດຍແຂ່ງຂັນກັນໃນ 10 ປະເພດກິລາ, ມີ 5 ເຂດ ແລະ 8 ກະຊວງເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 620 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
# ຄັ້ງທີ 2:
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 2 ໄດ້ຈັດຂຶ້ນຢູ່ ແຂວງ ສະຫວັນນະເຂດ ໃນປີ 1987 ໂດຍແຂ່ງຂັນກັນໃນ 12 ປະເພດກິລາ, ມີ 7 ເຂດ ແລະ 9 ກະຊວງເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 1,376 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
# ຄັ້ງທີ 3:
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 3 ໄດ້ຈັດຂຶ້ນຢູ່ ແຂວງ ຄຳມ່ວນ ໃນປີ 1991 ໂດຍແຂ່ງຂັນກັນໃນ 11 ປະເພດກິລາ, ມີ 9 ເຂດ ເຂົ້າຮ່ວມແຂ່ງຂັນ, ມີນັກິລາເຂົ້າຮ່ວມແຂ່ງຂັນທັງ ໝົດ 950 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
# ຄັ້ງທີ 4:
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 4 ໄດ້ຈັດຂຶ້ນຢູ່ ແຂວງ ຈຳປາສັກ ໃນປີ 1994 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ, ມີ 9 ເຂດ ເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 1,600 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
# ຄັ້ງທີ 5:
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 5 ໄດ້ຈັດຂຶ້ນຢູ່ ແຂວງ ຫຼວງພະບາງ ໃນປີ 1997 ໂດຍແຂ່ງຂັນກັນໃນ 14 ປະເພດກິລາ, ມີ 9 ເຂດ ເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງ ໝົດ 1,668 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
# ຄັ້ງທີ 6:
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 6 ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນປີ 2000 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ, ມີ 18 ແຂວງ ແລະ 16 ກະຊວງເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 3,210 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
# ຄັ້ງທີ 7:
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 7 ໄດ້ຈັດຂຶ້ນຢູ່ ແຂວງ ສະຫວັນນະເຂດ ໃນປີ 2005 ໂດຍແຂ່ງຂັນກັນໃນ 22 ປະເພດກິລາ, ມີ 17 ແຂວງ ແລະ 13 ກະຊວງເຂົ້າຮ່ວມ, ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 3,257 ຄົນ. ໂດຍແມ່ນນະຄອນຫຼວງວຽງຈັນເປັນເຈົ້າຫຼຽນຄຳ.
ຫລັງຈາກສະແດງໝົດທັງ 8 ລາຍການແລ້ວ ຈະມີການຈູດບັ້ງໄຟດອກຢ່າງຈົບງາມ.
ປະເພດກິລາທີ່ຈະແຂ່ງຂັນ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 8 ທີ່ ແຂວງ ຈຳປາສັກ ແຕ່ວັນທີ 13 ຫາ 22 ທັນວາ 2008
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 8 ທີ່ ແຂວງ ຈຳປາສັກ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນ ແຕ່ ວັນທີ 13 ຫາ 22 ທັນວາ 2008 ຈະແຂ່ງຂັນກັນ 24 ປະເພດກິລາ ຄື:
01. ແລ່ນ - ລານ ( ຊາຍ - ຍິງ ) 02. ລອຍນ້ຳ ( ຊາຍ - ຍິງ )
03. ລົດຖີບ ( ຊາຍ - ຍິງ ) 04. ບານສົ່ງໃນຮົ່ມ ແລະ ບານສົ່ງຫາດຊາຍ ( ຊາຍ - ຍິງ )
05. ບານບ້ວງ ( ຊາຍ - ຍິງ ) 06. ເຕະບານ ( ຊາຍ - ຍິງ )
07. ດອກປີກໄກ່ ( ຊາຍ - ຍິງ ) 08. ປິ໋ງປ໋ອງ ( ຊາຍ - ຍິງ )
09. ເຕັນນິສ ( ຊາຍ - ຍິງ ) 10. ກະຕໍ້ ( ຊາຍ - ຍິງ )
11. ເປຕັງ ( ຊາຍ - ຍິງ ) 12. ໂບລິ່ງ ( ຊາຍ - ຍິງ )
13. ກ໊ອຟ ( ຊາຍ - ຍິງ ) 14. ສະນຸກເກີ່ ( ຊາຍ - ຍິງ )
15. ຍິງປືນ ( ຊາຍ ) 16. ໝາກຂ່າງ ( ຊາຍ )
17. ໜ້າເກັກ ( ຊາຍ - ຍິງ ) 18. ເຮືອຊ່ວງ 12 – 22 ສີພາຍ ( ຊາຍ - ຍິງ )
19. ມວຍລາວ ( ຊາຍ - ຍິງ ) 20. ມວຍສາກົນ ( ຊາຍ - ຍິງ )
21. ປັນຈະສີລັດ ( ຊາຍ - ຍິງ ) 22. ເທຄວັນໂດ່ ( ຊາຍ - ຍິງ )
23. ຢູໂດ່ ( ຊາຍ - ຍິງ ) 24. ຄາຣາເຕ່ໂດ່ ( ຊາຍ - ຍິງ )
ລາຍການສະແດງໃນພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 8 ທີ່ ແຂວງ ຈຳປາສັກ ໃນ ວັນທີ 13 ທັນວາ 2008
ຄະນະກຳມະການເປີດ - ປິດ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 8 ທີ່ ແຂວງ ຈຳປາສັກ ຈະສະແດງທັງໝົດ 8 ລາຍການ ໃນໂອກາດເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 8 ຊື່ງຈະໃຊ້ເວລາໃນການສະແດງປະມານ 2 ຊົ່ວໂມງ, ໃຊ້ນັກສະແດງ 4,000 ກ່ວາຄົນ ເຊີ່ງມີລາຍລະອຽດ ຄື:
- ລາຍການທີ 1: ແມ່ນລາຍການຮ້ອງເພັງປະສານຟ້ອນ ເພື່ອຕ້ອນຮັບເຂົ້າສູ່ງານມະຫະ ກຳກິລາແຫ່ງຊາດ ຄັ້ງທີ 8. ລາຍການນີ້ໃຊ້ນັກສະແດງ 2,000 ຄົນ. ມີເນື້ອໃນເວົ້າເຖີງິດໃຈຂອງ
ປະຊາຊົນບັນດາເຜົ່າພາຍໃນ ແຂວງ ຈຳປາສັກ ທີ່ມີຄວາມພ້ອມ ແລະ ຄວາມພາກພູມໃຈຕ້ອນ ຮັບແຂກພາຍໃນ ແລະ ຕ່າງປະເທດ ທີ່ໄດ້ເດີນທາງມາຮ່ວມຊົມການແຂ່ງຂັນໃນງານມະຫະກຳກິ ລາແຫ່ງຊາດ ຄັ້ງທີ 8.
- ລາຍການທີ 2: ແມ່ນລາຍການຟ້ອນຄູ່ຂວັນຕາບສູ່ຟ້າດິນ. ລາຍການນີໃຊ້ນັກສະແດງ 400 ຄົນ. ມີເນື້ອໃນເວົ້າເຖີງຄວາມອຸດົມສົມບູນຂອງ ແຂວງ ຈຳປາສັກ ຊື່ງເປັນແຂວງໜຶ່ງ ຂອງລາວເຮົາທີ່ເຕັມໄປດ້ວຍຊັບໃນດິນສິນໃນນ້ຳ ແລະ ຊັບພະຍາກອນທຳມະຊາດຕ່າງໆ, ເປັນແຂວງທີ່ມີທ່າແຮງບົ່ມຊ້ອນທາງດ້ານທຳມະຊາດຢ່າງອຸດົມສົມບູນ.
- ລາຍການທີ 3: ແມ່ນລາຍການຟ້ອນອັບປະສອນເຜີຍໂສມ, ລາຍການນີ້ໃຊ້ນັກສະແດງ 400 ຄົນ. ມີເນື້ອໃນເວົ້າເຖີງອະລິຍະທຳທີ່ດີງາມພາຍໃນ ແຂວງ ຈຳປາສັກ ທີ່ມີມາແຕ່ດົນນານ ຊື່ງປະເທດໃກ້ຄຽງ ກໍ່ຄື ປະເທດອື່ນໆໃນໂລກຮູ້ຈັກກັນດີ ໂດຍສະເພາະແມ່ນ ວັດພູຈຳປາສັກ ທີ່ໄດ້ຖືກຮັບຮອງຈາກອົງການອຸຍເນສໂກ່ ໃຫ້ເປັນມໍລະດົກໂລກແຫ່ງທີ 2 ຂອງລາວ ຊື່ງມັນໄດ້ສ້າງຊື່ສຽງອັນດີໃຫ້ແກ່ປະເທດລາວ ເວົ້າລວມ, ເວົ້າສະເພາະກໍ່ຄື ປະຊາຊົນບັນດາເຜົ່າພາຍໃນ ແຂວງ ຈຳປາສັກ.
- ລາຍການທີ 4: ແມ່ນລາຍການຟ້ອນຊີວິດໃໝ່ແດນດົງ. ລາຍການນີ້ໃຊ້ນັກສະແດງ 400 ຄົນກ ມີເນື້ອໃນເວົ້າເຖີງວິຖີຊີວິດການເປັນຢູ່ຂອງຊົນເຜົ່າລາວເທີງທີ່ ມີຢູ່ພາຍໃນ ແຂວງ ຈຳ ປາສັກ. ເນື່ອງຈາກ ຈຳປາສັກ ເປັນແຂວງໜຶ່ງທີ່ມີຊົນເຜົ່າລາວເທີງອາໃສຢູ່ຢ່າງຫຼວງຫຼາຍສົມ ຄວນ. ປະຈຸບັນ ວິຖີຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງດີຂື້ນເປັນ ກ້າວໆ ຊື່ງມັນ
ແຕກຕ່າງກັນຢ່າງຂາດຂັ້ນກັບການດຳລົງຊີວິດຂອງເຂົາເຈົ້າໃນເມື່ອກ່ອນ.
- ລາຍການທີ 5: ແມ່ນລາຍການຟ້ອນອອນຊອນສີພັນດອນ. ລາຍການນີ້ໃຊ້ນັກສະແດງ 400 ຄົນ. ມີເນື້ອໃນເວົ້າເຖີງຄວາມອຸດົມສົມບູນຂອງ ແຂວງ ຈຳປາສັກ ທີ່ເຕັມໄປດ້ວຍສັດ
ນ້ຳ ໂດຍສະເພາະແມ່ນປານາໆຊະນິດ ຊື່ງເປັນອາຫານທີ່ສຳຄັນຕົ້ນຕໍ່ຂອງປະຊາຊົນບັນດາເຜົ່າພາຍໃນ ແຂວງ ຈຳປາສັກ. ນອກຈາກນີ້ ລາຍການນີ້ ໄດ້ສ່ອງແສງໃຫ້ເຫັນເຖີງວິຖີດຳລົງຊີວິດ ເປັນຕົ້ນແມ່ນ ການຫາປາຂອງປະຊາຊົນບັນດາເຜົ່າພາຍໃນ ແຂວງ ຈຳປາສັກ ຊື່ງໃນໄລຍະ
ຜ່ານມາ ກໍ່ຄື ປະຈຸບັນ ຈຳປາສັກ ເປັນແຂວງໜຶ່ງທີ່ມີການສົ່ງປາອອກໄປຂາຍປະເທດໃຫ້ຄຽງ
ເປັນຈຳນວນຫຼາຍໃນແຕ່ລະປີ ຊື່ງມັນສາມາດສ້າງລາຍຮັບໃຫ້ປະຊາຊົນາຍໃນແຂວງໄດ້ເປັນຢ່າງດີ.
- ລາຍການທີ 6: ແມ່ນລາຍການຟ້ອນຊາຍຊະກັນລາວ. ລາຍການນີ້ໃຊ້ນັກສະແດງທັງ
ໝົດ 400 ຄົນ. ມີເນື້ອໃນເວົ້າເຖີງຊາວໜຸ່ມລາວທີ່ປຽບເໝືອນແຂນຂົວຂອງພັກ ແລະ ເປັນກຳລັງ
ແຮງທີ່ສຳຄັນທີ່ສຳຄັນຕົ້ນຕໍຂອງຊາດ. ຊາວໜຸ່ມມີສ່ວນສຳຄັນທີ່ສຸດສຳລັບວຽກງານສ້າງສາ ແລະ
ພັດທະນາປະເທດຊາດ, ປະເທດຊາດຈະຈະເລີນຮຸ່ງເຮືອງຕໍ່ໄປຖ້າຊາວໜຸ່ມປະກອບສ່ວນເຂົ້າໃນ ທຸກໆວຽກງານທີ່ພັກ ແລະ ລັດມອບໝາຍໃຫ້, ຊາວໜຸ່ມຕ້ອງຕັ້ງໃຈສຶກສາຮໍ່າຮຽນ ເພື່ອເປັນຄົນຮູ້ຜູ້ດີ ແລະ ກຽມພ້ອມຮັບໃຊ້ຊາດ.
- ລາຍການທີ 7: ແມ່ນລາຍການຟ້ອນເຍົາວະຊົນຍຸກໃໝ່. ລາຍການນີ້ໃຊ້ນັກສະແດງ 400 ຄົນ. ມີເນື້ອໃນເວົ້າເຖີງເຍົາວະຊົນລາວ ເຊີ່ງຈະເປັນຜູ້ສືບທອດພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນອະນາຄົດ, ເຍົາວະຊົນຕ້ອງເປັນຜູ້ທີ່ມີການຮຽນຮູ້ ແລະ ພັດທະນາ
ຕົນເອງຢ່າງຕໍ່ເນື່ອງ ເພື່ອໃຫ້ກາຍເປັນເຍົາວະຊົນທີ່ດີຂອງຊາດ ແລະ ກຽມພ້ອມທີ່ຈະແບກຫາບ
ພາລະກິດທີ່ສຳຄັນຂອງຊາດໃນອະນາຄົດ.
- ລາຍການທີ 8: ແມ່ນລາຍການຟ້ອນໃຈປະສານໃຈກ້າວສູ່ອະນາຄົດ. ລາຍການນີ້ໃຊ້
ນັກສະແດງ 2,400 ຄົນ. ມີເນື້ອໃນເວົ້າເຖີງຄວາມສາມັກຄີຂອງປວງຊົນລາວບັນດາເຜົ່າໃນຂອບ ເຂດທົ່ວປະເທດທີ່ຢູ່ພາຍໃຕ້ການຊີ້ນຳໆພາອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ ຍ້ອນປວງຊົນລາວບັນດາເຜົ່າ ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ຈິ່ງເຮັດໃຫ້ພາລະກິດຕໍ່ສູ້
ກູ້ຊາດຕ້ານຈັກກະພັດລ່າເມືອງຂຶ້ນທັງເກົ່າ ແລະ ໃໝ່ຂອງລາວປະສົບຜົນສຳເລັດ ແລະ ສາມາດສາຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ ປີ 1975 ຊື່ງມາຮອດປີນີ້ ຄົບຮອບ 33 ປີພໍດີ. ລາຍການນີ້ ສະແດງໃຫ້ເຫັນວ່າ ບໍ່ວ່າໃນອະດີດ ກໍ່ຄື ປະຈຸບັນ ປວງຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ແມ່ນມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນໃນທຸກໆຂົງເຂດວຽກງານ
ທີ່ພັກ ແລະ ລັດຖະບານໄດ້ວາງໄວ້.
ຈຳນວນ ແຂວງ, ກະຊວງ ແລະ ອົງການທຽບເທົ່າ ທີ່ເຂົ້າຮ່ວມງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ 8 ທີ່ ແຂວງ ຈຳປາສັກ
ງານມະຫະກຳກິລາແຫ່ງຊາດ ຄັ້ງທີ 8 ທີ່ ແຂວງ ຈຳປາສັກ ໄດ້ຮັບກຽດເປັນເຈົ້າພາບ ຈະມີນັກກິລາຈາກບັນດາແຂວງ, ກະຊວງ ແລະ ອົງການທຽບເທົ່າເຂົ້າຮ່ວມແຂ່ງຂັນ ທັງໝົດ 6,918 ຄົນ ທີ່ມາຈາກ 17 ແຂວງ, 10 ກະຊວງ ແລະ 2 ອົງການທຽບເທົ່າ ຄື:
01. ກະຊວງປ້ອງກັນຄວາມສະຫງົບ 02. ກະຊວງໂຍທາທິການ ແລະ ຂົນສົ່ງ
03. ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ 04. ກະຊວງສຶກສາທິການ
05. ກະຊວງສາທາລະນະສຸກ 06. ກະຊວງປ້ອງກັນປະເທດ
07. ກະຊວງການເງິນ 08. ກະຊວງແຜນການ ແລະ ການລົງທຶນ
09. ກະຊວງອຸດສະຫະກຳ ແລະ ການຄ້າ 10. ກະຊວງພະລັງງານ ແລະ ບໍ່ແຮ່
11. ທະນາຄານແຫ່ງປະເທດລາວ 12. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ
13. ນະຄອນຫຼວງວຽງຈັນ 14. ແຂວງ ຫຼວງນ້ຳທາ
15. ແຂວງ ຜົ້ງສາລີ 16. ແຂວງ ໄຊຍະບູລີ
17. ແຂວງ ອຸດົມໄຊ 18. ແຂວງ ບໍ່ແກ້ວ
19. ແຂວງ ຫຼວງພະບາງ 20. ແຂວງ ຊຽງຂວາງ
21. ແຂວງ ຫົວພັນ 22. ແຂວງ ວຽງຈັນ
23. ແຂວງ ບໍລິຄໄຊ 24. ແຂວງ ຄຳມ່ວນ
25. ແຂວງ ສະຫວັນນະເຂດ 26. ແຂວງ ສາລະວັນ
27. ແຂວງ ອັດຕະປື 28. ແຂວງ ເຊກອງ
29. ແຂວງ ຈຳປາສັກ
ຊົມເຊີຍການເປັນເຈົ້າພາບຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ 8 ທີ່ ແຂວງ ຈຳປາສັກ “
ງານມະຫະກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາລະດັບທົ່ວປະ ເທດ ໂດຍຈັດຂຶ້ນທຸກໆ 3 ປີ ເພື່ອຊຸກຍູ້ສົ່ງເສີມຂະບວນການກິລາຢູ່ພາຍໃນປະເທດເຮົາຢ່າງ ຕໍ່ເນື່ອງ, ທັງເປັນການ ປຸກລະດົມມະຫາຊົນເຂົ້າຮ່ວມວຽກງານກິລາໃຫ້ນັບມື້ກ້ວາງຂວາງ, ພ້ອມທັງສົ່ງເສີມໃຫ້ປວງຊົນມີສຸຂະພາບຈິດ ແລະ ສຸຂະພາບຮ່າງກາຍທີ່ແຂງແຮງ. ປະຕິບັດທິດຊີ້ນຳ ທີ່ ວ່າ: “ ຫັນກິລາກາຍເປັນທົ່ວປວງຊົນ, ກາຍເປັນຄວາມຮັບຜິດຊອບຂອງສັງຄົມ “
ງານມະຫະກຳກິລາແຫ່ງຊາດ ແມ່ນການແຂ່ງຂັນກິລາ ເພື່ອຄັດເລືອກເອົານັກກິລາທີ່ມີຄວາມສາມາດ, ນັກກິລາທີ່ດີເດັ່ນ ແລະ ນັກກິລາທີ່ມີຜົນສຳເລັດຈາກການຝຶກຊ້ອມ ເພື່ອເປັນຕົວແທນທີມຊາດ ເຂົ້າຮ່ວມແຂ່ງຂັນລາຍການສຳຄັນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ກໍ່ຄື ເວທີສາກົນ ເພື່ອສ້າງຊື່ສຽງມາໃຫ້ປະເທດຊາດ.
ງານມະຫະກຳກິລາແຫ່ງຊາດ ມີຄວາມໝາຍສຳຄັນທີ່ສຸດ ເພາະວ່າມັນເປັນການປຸກລະ ດົມນ້ຳໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມເຊື່ອໝັ້ນຂອງມະຫາຊົນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ລະບອບໃໝ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດ ລາວຢ່າງໜັກແໜ້ນ.
ໃນໄລຍະຜ່ານມາ ງານມະຫະກຳກິລາແຫ່ງຊາດ ເຄີຍຈັດຂຶ້ນມາແລ້ວ 7 ຄັ້ງ ຄື: ຄັ້ງທີ 1 ຈັດຢູ່ ນະຄອນຫຼວງວຽງຈັນ ໃນປີ 1985 ມີ 10 ປະເພດກິລາ, ມີນັກກິລາຈາກ 5 ເຂດ ແລະ 8 ກະຊວງເຂົ້າຮ່ວມແຂ່ງທັງໝົດ 620 ຄົນ. ຄັ້ງທີ 2 ຈັດຂຶ້ນຢູ່ ແຂວງ ສະຫວັນນະເຂດ ໃນປີ 1987 ມີ 12 ປະເພດກິລາ, ມີນັກກິລາຈາກ 7 ເຂດ ແລະ 9 ກະຊວງເຂົ້າຮ່ວມແຂ່ງຂັນທັງໝົດ 1,376 ຄົນ. ຄັ້ງທີ 3 ຈັດຂຶ້ນຢູ່ ແຂວງ ຄຳມ່ວນ ໃນປີ 1991 ມີ 11 ປະເພດກິລາ, ມີນັກກິລາຈາກ 9 ເຂດ ເຂົ້າຮ່ວມແຂ່ງຂັນໝົດ 950 ຄົນ, ຄັ້ງທີ 4 ຈັດຂຶ້ນຢູ່ ແຂວງ ຈຳປາສັກ ໃນປີ 1994 ມີ 14 ປະເພດກິລາ, ມີນັກກິລາຈາກ 9 ເຂດ ເຂົ້າຮ່ວມແຂ່ງຂັນທັງໝົດ 1,600 ຄົນ. ຄັ້ງທີ 5 ຈັດຂຶ້ນຢູ່ ແຂວງ ຫຼວງພະບາງ ໃນປີ 1997 ມີ 14 ປະເພດກິລາ, ມີນັກກິລາຈາກ 9 ເຂດ ເຂົ້າຮ່ວມແຂ່ງຂັນທັງໝົດ 1,668 ຄົນ. ຄັ້ງທີ 6 ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ໃນປີ 2000 ມີ 22 ປະເພດກິລາ, ມີນັກກິລາຈາກ 18 ແຂວງ ແລະ 16 ກະຊວງເຂົ້າຮ່ວມແຂ່ງຂັນທັງໝົດ 3,210 ຄົນ. ຄັ້ງທີ 7 ຈັດຂຶ້ນຢູ່ ແຂວງ ສະຫວັນນະເຂດ ໃນປີ 2005 ມີ 22 ປະເພດກິລາ, ມີນັກກິລາຈາກ 17 ແຂວງ ແລະ 13 ກະຊວງເຂົ້າຮ່ວມແຂ່ງຂັນທັງໝົດ 3,257 ຄົນ.
ສຳລັບງານມະຫະກຳກິລາແຫ່ງຊາດ ຄັ້ງທີ 8 ທີ່ ແຂວງ ຈຳປາສັກ ໄດ້ຮັບກຽດເປັນເຈົ້າ ພາບ ຊື່ງໄດ້ຈັດພິທີໄຂງານຢ່າງຍີ່ງໃຫຍ່ໃນຕອນຄໍ່າວານນີ້ ຈະແຂ່ງຂັນກັນໃນ 24 ປະເພດກິລາ ຄື: ແລ່ນ - ລານ, ລອຍນ້ຳ, ມວຍສາກົນ, ເທຄວັນໂດ່, ມວຍລາວ, ຢູໂດ່, ດອກປີກໄກ່, ເຕະ ບານ, ບານສົ່ງໃນຮົ່ມ ແລະ ຫາດຊາຍ, ບານບ້ວງ, ເຕັນນິສ, ຍິງປືນ, ກະຕໍ້, ເປຕັງ, ປິງປ໋ອງ, ເຮືອຊ່ວງ, ສະນຸກເກີ່, ກ໊ອຟ, ລົດຖີບ, ໝາກ ຂ່າງ, ໜ້າເກັກ, ປັນຈະສີລັດ, ຄາຣາເຕ່ໂດ່ ແລະ ໂບລິ່ງ ຊື່ງຈະຊີງໄຊກັນທັງໝົດ 2,062 ຫຼຽນ, ໃນນີ້ມີຫຼຽນຄຳ 623 ຫຼຽນ, ຫຼຽນເງິນ 623 ຫຼຽນ ແລະ ຫຼຽນທອງ 810 ຫຼຽນ
ຕາຕະລາງຈຳນວນພົນ ແລະປະເພດກິລາຂອງແຕ່ລະແຂວງ, ກະຊວງ ແລະ ອົງການທຽບເທົ່າ
ທີ່ຈະເຂົ້າຮ່ວມແຂ່ງຂັນໃນການເຂົ້າຮ່ວມກິລາແຫ່ງຊາດ ຄັ້ງທີ 8
1. ກະຊວງການເງິນ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 22 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
2. ແຂວງ ຄຳມ່ວນ
ຄຳຂວັນປະຈຳແຂວງ: ຄຳມ່ວນດິນແດນທຳມະຊາດ ປະຫວັດສາວິລະຊົນ
ຕົ້ນກຳເນີດລຳພະຫຍາມະຫາໄຊ ກິນຊຸບໜໍ່ໄມ້
ແກງໄກ່ໃສ່ສານ ນະມັດສະການພະທາດສີໂຄດຕະບອງ
ເປັນເຈົ້າຂອງເຂົ້າໜົມປ່ານ ປະສານປວງປະຊາ
ເລັ່ງລັດພັດທະນາ ຊ່ວຍປະຊາໃຫ້ມີສຸກ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 12 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
3. ແຂວງ ສະຫວັນນະເຂດ
ຄຳຂວັນປະຈຳແຂວງ: ສະຫວັນນະເຂດຜືນແຜ່ນດິນຄຳ ພະທາດອີງຮັງສະຖານບູຮານງາມສະຫງ່າ
ສັດໂລກໄດໂນເຊົາຮ້ອຍລ້ານປີ ປະເພນີວັດທະນະທຳລ້ຳເລີດ ກຳເນີດຂັບລຳ 4 ຈັງຫວະ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 2 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
4. ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 13 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
5. ກະຊວງສຶກສາ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 11 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
6. ກະຊວງສາທາລະນະສຸກ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບທີສຸດທ້າຍຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
7. ແຂວງ ສາລະວັນ
ຄຳຂວັນປະຈຳແຂວງ: ໝາກພ້າວນາໄຊ ປີ້ງໄກ່ນາປົ່ງ
ເຫຼົ້າຂາວເມືອງຄົງ ລຳວົງສາລະວັນ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 21 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
8. ກະຊວງຖະແຫຼງຂ່າວ ແລະ ວັດທະນະທຳ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບທີສຸດທ້າຍຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
9. ທະນາຄານແຫ່ງປະເທດລາວ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 14 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
10. ນະຄອນຫຼວງວຽງຈັນ
ຄຳຂວັນປະຈຳແຂວງ: ມາວຽງຈັນ ຊົມຂົວມິດຕະພາບ ກາບໄຫ້ວຫໍພຼະແກ້ວ
ຊົມສວນປະຕູໄຊ ໄຫ້ວພຼະທາດຫຼວງມິ່ງຂວັນ
ຊົມວີວທີວທັດແຄມຂອງ ຫາດຊາຍສີທອງດອນຈັນ
ຊີມລົດອາຫານນາໆຊາດ ເທີງຫໍຜາສາດສີ່ສິບຊັ້ນ
ພັກຜ່ອນເທີງວິມານສະຫວັນ ໂຮງແຮມດອນຈັນພາເລດ ລືນາມ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 1 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
11. ແຂວງ ຊຽງຂວາງ
ຄຳຂວັນປະຈຳແຂວງ: ພູກູດມີໄຊ ທົ່ງໄຫຫີນລືນາມ
ສາວງາມເມືອງພສນ ເຊີນຊວນທ່ຽວຊົມແຂວງວິລະຊົນ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 26 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
12. ແຂວງ ໄຊຍະບູລີ
ຄຳຂວັນປະຈຳແຂວງ: ງາມທາດປວກ ເມືອງ ຄອບ ປະນົມນ້ອມພະທາດມັດຄຳ ເມືອງ ເງິນ
ແສນເພີດເພີນພະທາດຊຽງລົມ ເມືອງ ຊຽງຮ່ອນ ອອນຊອນບຸນບັ້ງໄຟ ເມືອງ ປາກລາຍ ງາມເຫຼືອຫຼາຍ
ສາວດອກຝ້າຍຈັນເມືອງ ແກ່ນທ້າວ ຫວານນ້ຳໝາກພ້າວ ເມືອງ ບໍ່ແຕນ
ແດນພູເຂົາຊ້າງ ເມືອງ ຫົງສາ - ເມືອງ ທົ່ງ ຮວງເຂົ້າກົ່ງເມືອງພຽງ
ສຽງຂັບລຳລ່ອງຮຸ່ງ ເມືອງ ໄຊຍະບູລີ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 18 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
13. ແຂວງ ເຊກອງ
ຄຳຂວັນປະຈຳແຂວງ: ເອກະລັກພູນາງລາວ ແວວວາວຄ່ານ່າຊື່ນໃຈ
ທ່ຽວວັງໄງດື່ມເຫົ້ຼາໄຫ ເມືອງ ດາກຈຶງ ຄະນຶງຫາ
ສາຍທາລາຕົກຕາດແສກ ແປດພະໄທຢ່າລືມໄປຂໍປັນກອບ
ບອກຄວາມສາມັກຄີ ໄປຮູ້ຈັກບຸນປະເພນີບັນດາເຜົ່າ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 26 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
14. ກະຊວງໂຍທາທິການ ແລະ ຂົນສົ່ງ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 17 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
15. ແຂວງ ບໍ່ແກ້ວ
ຄຳຂວັນປະຈຳແຂວງ: ບໍ່ແກ້ວມະນີລ້ຳຄ່າ ຊົມປ່າດອກງີ້ວບານ
ເທດສະການບັນດາເຜົ່າ ຖິ່ນເມືອງເກົ່າສຸວັນນະໂຄມຄຳ
ຊົມຖ້ຳນ້ຳຍູ້ ອູ້ສາວລາວຢວນ
ຊວນຊົມວັດຈອມເຂົາມະນີລັດ ໄຫວ້ພະທາດສຸວັນນະຜາຄຳ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 16 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
16. ແຂວງ ບໍລິຄຳໄຊ
ຄຳຂວັນປະຈຳແຂວງ: ຖິ່ນອາໃສສາວເມີ້ຍຜູ້ໂສພາ ຖິ່ນຢູ່ໂຕເສົາຫຼາ
ໄມ້ເກດສະໜາຄ່າແພງ ທົ່ງນາແຊງກ້ວາງໃກ
ພະບາດໃຫຍ່ໂພນສັນ ຄົນຊ່າລືກ່າວເອີ້ນ ແດນກຸຫຼາບປາກຊັນ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 3 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
17. ກະຊວງປ້ອງກັນປະເທດ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 4 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
18. ກະຊວງປ້ອງກັນຄວາມສະຫງົບ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 7 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
19. ແຂວງ ຜົ້ງສາລີ
ຄຳຂວັນຂອງແຂວງ: ຜົ້ງສາລີ ປຽບຄືດັ່ງສະຫວັນສັ່ງ ວິມານດ່ານແດນພູດອຍ
ເປັນດິນແດນວິລະຊົນ ຮັກຄອນພົງພັນເຊື້ອ
ງາມເຫຼືອຫຼາຍພູຟ້າ ທະເລຫຼວງໝອກໃຫຍ່
ເຊີນຊີມປາພູຟ້າ ດື່ມເຫຼົ້າຂຽວເອ່ວສະຖານທີ່
ເບີ່ງຮີດຄອງປະເພນີ ເອກະລັດຫຼາຍເຜົ່າເຊື້ອ ເປັນຂອງຕ້ອນທ່ານຜູ້ຊົມ!
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 19 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
20. ກະຊວງແຜນການ ແລະ ການລົງທຶນ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
21. ກະຊວງພະລັງງານ ແລະ ບໍ່ແຮ່
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
22. ແຂວງ ຫຼວງນ້ຳທາ
ຄຳຂວັນປະຈຳແຂວງ: ບັ້ນຮົບຫຼວງນ້ຳທາ ພະທາດໃຫຍ່ຊຽງເປງ
ຊາບຊື້ງກັບວັດທະນະທຳຫຼາຍເຜົ່າ ເຂົ້າຊອຍແຊບເມືອງສິງ
ລີງລາຍແພໄໝມ້ອນ ເມືອງ ຫຼວງນ້ຳທາ ທ່ຽວປ່າສະຫງວນແຫ່ງຊາກນ້ຳຮ່າ
ເຂດພັດທະນາເສດຖະກິດພິເສດບໍ່ເຕັນແດນຄຳ ຮ່ວມເຕັ້ນແຊນຳສາວໄຕດຳ ງາມແທ້ລະກ໋າ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 15 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
23. ແຂວງ ຫຼວງພະບາງ
ຄຳຂວັນປະຈຳແຂວງ: * ຫຼວງພະບາງເມືອງງາມ ອາຮາມຮຸ່ງເຮືອງ * ງາມພູຕັ້ງຢູ່ກາງເມືອງ ເລືອງລືວັດທະນະທຳ
ເມືອງນຸ່ງສິ້ນໄໝ ຂວັນໃຈນັກທ່ອງທ່ຽວ ເອາະຫຼາມໃສ່ສະຂ່ານ ງານຊ່ວງເຮືອເດືອນ 9
ເມືອງກ້ຽວຄຳຫວານ ຕຳນານເມືອງຂຳທຸ່ມ ວັດເກົ່າແກ່ມາກມີ ຕາດກວາງຊີ ແລະ ຖ້ຳຕີ່ງ
ເປັນເມືອງມໍລະດົກໂລກ.
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 8 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
24. ແຂວງ ວຽງຈັນ ຄຳຂວັນປະຈຳແຂວງ: ເມືອງເກົ່າໄຜ່ໜາມ ລືນນາມອ່າງນ້ຳງື່ມ
ຕຳນານເດີນລາຍງ້າວ ອູ່ເຂົ້າຊາວເມືອງ
ຄົນເຮືອງຂັບງື່ມ ດື່ມດຳທຳມະຊາດ ປະຊາລາດສາມັກຄີ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 6 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
25. ແຂວງ ຫົວພັນ
ຄຳຂວັນປະຈຳແຂວງ: ງົດງານມພູຜາ ນ້ຳມ້າສ່ອງໃສ
ວຽງໄຊປະຫວັດສາດ ຜ້າໃໝຊຳໃຕ້
ຫີນຕັ້ງຫົວເມືອງ ຖິ່ນພູສາມເຊົ່າ
ຄົກເຂົ້ານ້ຳລິນ ແຜ່ນດິນວິລະຊົນ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 24 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
26. ກະຊວງອຸດສະຫະກຳ ແລະ ການຄ້າ ( ແຕ່ກ່ອນແມ່ນ ກະຊວງອຸດສະຫະກຳ ແລະ ຫັດຖະກຳ )
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 5 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
27. ແຂວງ ອຸດົມໄຊ
ຄຳຂວັນຂອງແຂວງ: ທ່ຽວອຸດົມໄຊ ໄປຊົມທຳມະຊາດ
ນ້ຳຕົກຕາດຫົວນ້ຳກັດ ຊົມວັດທະນະທຳຊົນເຜົ່າ
ໄຫ້ວພຼະເຈົ້າສິງຄຳ ດື່ມນ້ຳຊາພັນປີ
ຂີ່ເຮືອທ່ອງທ່ຽວ ຊົມທຳມະຊາດແຄມຂອງ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
28. ແຂວງ ອັດຕະປື
ຄໍາຂວັນປະຈຳແຂວງ: ລຳນ້ຳໃສປ່າໄມ້ຂຽວ ທ່ອງທ່ຽວໜອງຟ້າ
ຊົມຜາຮຽງຊານໄຊ ໄຫ້ວພະອົງແສນ ພັກແດນສາມັກຄີ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບທີສຸດທ້າຍຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
29. ແຂວງ ຈຳປາສັກ ເຈົ້າພາບ
ຄຳຂວັນປະຈຳແຂວງ: ເອກະລັກວັດພູ ກຸຫລາບປາກເຊ
ກະເຟປາກຊ່ອງ ນ້ຳຂອງໂຕນຄອນ ສີພັນດອນລືນາມ
|
ນັກກິລາ ແລະ ຄະນະນຳ |
ປະເພດກິລາທີ່ສົ່ງ ເຂົ້າຮ່ວມ |
ຄວາມຫວັງ |
ງົບປະມານທີ່ນຳໃຊ້ ເຂົ້າໃນການແຂ່ງຂັນ |
ຜົນງານໃນກິລາແຫ່ງຊາດ ຄັ້ງທີ 7 |
|||
|
ຫຼຽນຄຳ |
ຫຼຽນເງິນ |
ຫຼຽນທອງ |
|||||
|
ຢູ່ອັນດັບ 9 ຂອງຕາຕະລາງສະຫລຸບຫຼຽນການແຂ່ງຂັນ. |
|||||||
View in English site




