ຂ່າວທົ່ວໄປ

ເລົ່າ​ສູ່​ກັນ​ຟັງ“​ເກັບ​ມາ​ຝາກ ຈາກ​ຂອບສະຫນາມ ຈຳປາ​ສັກ ​ເກ​ມ!”

ຜ່ານ​ພົ້ນ​ໄປ​ແລ້ວ ​ເປັນ​ມື້ທີ 4 ສຳລັບງານ​ມະຫາ​ກຳ ຈຳປາ​ສັກ ​ເກ​ມ ຫລາຍ​ຫລຽນ​ຄຳ ຖືກ​ຍາດ​ແຍ່ງ​ກັນ​ຢ່າງ​ສະຫນຸກ​ຕື່ນ​ເຕັ້ນ ​ໂດຍ​ສະ​ເພາະ​ແຂວງ​ເຈົ້າພາບ ມາ​ແຮງ​ປານ​ກັບ ນ້ຳມັນ​ຊຸບ​ເປ​ີ້ແອັດ​ຊັງ ​ມາ​ຮອດ​ຊົ່ວ​ໂມງ​ນີ້ ​ກວາດ​ໄປ​ແລ້ວ​ກວ່າ 20 ຫລຽນ​ຄຳ ຈົນ​ເຮັດ​ໃຫ້​ແຊ໋ມ​ເກົ່າ 7 ສະ​ໄຫມ ​​ເຊັ່ນ: ນະຄອນ​ຫລວງ​ວຽງ​ຈັນໄດ້​ແຕ່​ຢືນ​​ແກ່ວ​ງຫົວ ​ແລະ ເປົ່າ​ປາກບອກ​ວ່າ   “​ແຊ໋ມສະ​ໄຫມ​ນີ້ ຄົງ​ຈະ​ຫລຸດ​ມື​ແນ່ນອນ!” ​ເພາະວ່າ​ຍ່າງ​ເຂົ້າ​ມື້ທີ 5 ​ແລ້ວ ນະຄອນຫລວງ ຫາ​ກໍ​ໄດ້​ມາ​ພຽງ 4 ຫລຽນ​ຄຳ ຍ່າງຕາມ​ຫລັງ​ທັງ​ບໍລິ​ຄຳ​ໄຊ ທີ່​ເອົາ​ໄປ​ແລ້ວ​ເຖິງ 10 ກວ່າຫລຽນຄຳ ​ແລະ ​ທະນາຄານ ສປປລາວ 4 ຫລຽນ​ຄຳ. ​ແຕ່​ແນວ​ໃດ​ກໍ​ຕາມ, ທີ​ມງານຂອງ​ເພິ່ນບາງ​ຄົນ ​ກໍ​ປອບ​ໃຈ​ຕົນ​ເອງ​ວ່າ      “​ເປັນ​ທຳ​ມະ​ດາ ນ້ຳມັນ​ກາ​ຊວນ ​ເຄື່ອງມັນ​ຮ້ອນ​ຊ້າ ວ່າ​ຊັ້ນ! ​ແນວ​ໃດ​ກະ​ຢາກ​ໃຫ້ຂ້ຽວ​ເລັ່ງ ຂ້ຽວ​ຮ້ອນ​ແດ່​ກໍ​ດີ​ເນາະ ​ເພາະ​​ໄລຍະນີ້ອາກາດ​ມັນ​ຫນາວ​ ຢ້ານ​ແຕ່​ເຄື່ອງ​ມັນ​ຈະບໍ່​ຕິດ ຫລື ຕິດ​ຊ້າ​ເກີນ​ເວລາ​ອັນ​ຄວນ ຊັ້ນຫນາ?

ເຖິງ​ຈະ​ເປັນຄັ້ງທີ VIII ​ແລ້ວ​ກໍ​ຕາມ​ ສຳລັບ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ, ​ແຕ່ວ່າ ຫລາຍສິ່ງ​ຫລາຍ​ຢ່າງ​ຍັງ​ຕ້ອງ​ສຶກສາ ​ແລະ ຖອດ​ຖອນ​ບົດຮຽນ​ກັນ​ອີກ​ຕໍ່​ໄປ. ພິທີ​ເປີດ ງານ​ຈຳປາ​ສັກ ​ເກມ ຄັ້ງນີ້ ​​ເຖິງ​ວ່າ​ຈະໄດ້​ຮັບ​ຄຳ​ຍ້ອງຍໍ​ຊົມ​ເຊີຍ ​ຈາກ​ພໍ່​ແມ່​ປະຊາຊົນ ທົ່ວ​ປະ​ເທດ​ພໍ​ສົມຄວນ ຫລັງ​ຈາກ​ໄດ້​ຊົມ​ການຖ່າຍ​ທອດ​ສົດ ທາງ​ໂທລະພາບ​ແຫ່ງ​ຊາດ ​ໂດຍ​ສະ​ເພາະພີ່ນ້ອງ​ຊາວ​​ແຂວງ​ຈຳປາສັກ ທີ່​ຕ້ອງ​ຈົດ​ຈຳ​ໄປ​ອີກ​ດົນ ກັບ​ພາບ​ແຫ່ງ​ຄວາມ​ປະ​ທັບ​ໃຈ ທັງຫລາຍ​ທັງ​ປວງ​ໃນ​ຄັ້ງນີ້ ​ແຕ່ກໍ​ມີ​ຫລາຍ​ເຫດການ​ທີ່​ຖືກຖາມ​ຫາ ​ແລະ ​ໃຫ້​ເວົ້າ​ເຖິງ. ຮື​ຮາ​ທີ່​ສຸດຕ້ອງ​ຍົກ​ໃຫ້ບັນຫາ ນັກ​ກິ ລານຳ​ເຂົ້າ!” ​ ທີ່​ຫລາຍ​ພາກສ່ວນສົງ​ໃສ ​ແລະ ທັກ​ທ້ວງ​ແຂວງ​ເຈົ້າພາບ​ວ່າ ​ນຳ​​ເຂົ້ານັກ​ກິລາ​ຕ່າງ​ຊາດ ​​​ເຊິ່ງຖ້າ​ຫາກ​ເປັນຄວາມ​ຈິງ ກໍ​ຈະຜິດ​ຕໍ່ກົດ​ລະບຽບ​ການ​ແຂ່ງຂັນ. ​ແຕ່?ຫລັງ​ການກວດ​ສອບ ກໍ​ປ​າກົດ​ວ່າ “​ບໍ່​ເປັນຄວາມ​ຈິງ!” ກຳມະການ​ຝ່າຍ​ເຕັກນິກ ຈັດການ​ແຂ່ງຂັນ​ຢືນຢັນ​ວ່າ ນັກ​ກິລາ​ທຸກ​ຄົນ ທີ່​ອະນຸຍາດ​ໃຫ້ລົງ​ແຂ່ງ ​ແມ່ນ​ຖືກຕ້ອງລະບຽບ​ຂັ້ນຕອນ​ທຸກ​ຢ່າງ. ອັນ​ທີ່​ວ່າ​ແປກຫູ​ແປກ​ຕານັກ​ກິລາ​ຈຳປາ​ສັກ ນັ້ນ ກໍ​ຍ້ອນ​ເພິ່ນ​ເອົາ​ໄປ​ເຊື່​ອງ​ເກັບ​ໂຕ​ຢູ່​ຕາມປະ​ເທດ​ອ້ອມ​ແອ້ມ ວ່າ​ຊັ້ນ! ​(ສົງ​ໃສ​ຄຳ​ເວົ້າ​ກໍ​ອາດ​ຈະ​ຜິດ​ພ້ຽນ​ໄປ​ແດ່​ເນາະ!) ​ແຕ່ສຸດ​ທ້າຍ​ກໍ​ບໍ່​ມີ​ຫຍັງ​ໃນ​ກໍ່​ໄຜ່! ຈຳປາ​ສັກ ​ເກ​ມ ຍັງ​ດຳ​ເນີນ​ໄປ​ຢ່າງ​ຄຶກຄື້ນ ຕາມ​ເດີມ!

?ຫລາຍຄົນ ຫລາຍ​ທ່ານ ທີ່​ມີ​ໂອກາດ​ລົງ​ມາ​ຈຳປາ​ສັກ ​ໄລຍະ​ນີ້ ​ໂດຍ​ສະ​ເພາະ​ມື້​ເປີດ​ການ​ແຂ່ງຂັນ ຕ້ອງ​ຫນັກ​​ໃຈ​ສົມຄວນ​ກັບການ​ເລາະ​ຫາ​ໂຮງ​ແຮມ​ບ້າ​ນພັກ ​ເພາະວ່າ​ຢູ່​ໃສ​ກໍເຕັມ​ອື້ຕື້. ຈົນ​ຕ້ອງ​ໄປ​ຊອກ​ຫາ​ພີ່​ຫາ​ນ້ອງ ​ເພື່ອ​ຂໍ​ພັກ​ອາ​ໃສ. ​ແຕ່​ກໍ​ບໍ່​ມີ​ບັນຫາ ​ເພາະຮູ້​ທັງ​ຮູ້​ວ່າ ພີ່ນ້ອງ​ໄທ​ໃຕ້​ເຮົາ ​ໃຈ​ໃຫຍ່ກວ່າ​ຄອນ​ພະ​ເພັງອີກ!” ວ່າ​ຊັ້ນ! ​ແຕ່ທີ່​ຕ້ອງ​ຕົບມື​ໃຫ້ ກໍ​ຄື​ການ​ຄວບ​ຄຸມ​ລາຄາ​ສິນຄ້າ ​ເຫັນ​ວ່າ​ເຮັດ​ໄດ້​ດີ ​ໂດຍ​ສະ​ເພາະ​ອາຫານ​ການ​ກິນ ຖື​ວ່າ​ໂອ​ເຄ. ​ເຝີ​ຖ້ວຍ​ໃຫຍ່ 15.000 ກີບ ຖ້ວຍ​ນ້ອຍ 12.000 ກີບ. ຖ້າ​ຢາກ​ປະຢັດ​ແດ່ ກໍ​ຍ່າງ​ເຂົ້າ​ຕະຫລາດສົດດາວ​ເຮືອງ ຫາ​ກິນ​ໄດ້​ຢ່າງ​ຈຸ​ໃຈ ​ເອົາ​ຕັ້ງ​ແຕ່​ຊຸບ​ໜໍ່​ໄມ້ ​ໄປ​ເຖິງ​ພິດ​ຊາ ກໍ​ມີ. ນອກຈາກ​ນັ້ນ ລາຄາ​ລົດ​ສາມ​ລໍ້, ຕຸກໆ ຫລື ຈຳ​ໂບ້ ກໍ​ປະຕິບັດ​ຕາມ​ລາຄາ​ທີ່​ທາງ​ການ​ເພິ່ນ​ກຳນົດ​ໃຫ້. ຂໍ​ຊົມ​ເຊີຍ! ​ແລະ ສືບຕໍ່!

?ຖ້າ​ຢາກ​ສຳຜັດ​ກັບ​ບັນຍາກາດ ທຳ​ມະ​ຊາດໆ ​ແລະ ​ເປັນກັນ​ເອງ, ​​​ໂດຍ​ສະ​ເພາະ ຍາມ​ຕາ​ເວັນ​ຕົກ​ດິນ ແນະນຳ​ໃຫ້​ໄປ​ນັ່ງ​ຈິບ​ເບຍ​ລາວ ​ເບຍ​ຂອງ​ຄົນ​ລາວ​ ຄົນ​ຈິງ​ໃຈ, ຟັງ​ລຳ​ກອນ, ລຳ​ເຕີ້ຍ?ສາລະພັດ​ລຳພື້ນບ້ານ ​ພຽງ​ແຕ່​ຂີ່​ລົດ​ຂ້າມ​ຂົວ​ໄປ​​ທາງເມືອງ​ໂພນ​ທອງ ຫວິດສົ້ນ​ຂົວ ກໍ​ຈະ​ເຫັນ​ປ້າຍ​ທັນທີ ຮ້ານ​ອາຫານ ລະບຽງ​ພູ   ຮ້ານ​ອາຫານ 1 ​ໃນ 5 ທີ່​ໄດ້​ຖືກຮັບຮອງ​​ເປັນ​ຮ້ານ​ອາຫານ​ວັດທະນະທຳ ​ໃນ​ທົ່ວ​ປະ​ເທດ ຮັບຮອງ​ວ່າບັນຍາກາດ​ແບບ​ນີ້ ​ໃຜ​ໄດ້​ໄປ​ສຳຜັດຕ້ອງ​ປະ​ທັບ​ໃຈອາ​ຫລີ!

?​​​ເນື່ອງ​ຈາກ​ກອງ​ເລ​ຂາ ຕັ້ງຢູ່​ຫ່າງ​ໄກ​ຈາກ​ສະຫນາມ​ໃຫຍ່ ​ເຊິ່ງ​ເປັນ​ຖານ​ທັບ​ກອງກຳລັງ ສື່​ມວນ​ຊົນ​ພວກ​ເຮົາ ບໍ່​ວ່າ​ຈະ​ເປັນ​ສູນ​ຂ່າວ, ສູນ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ​ແລະ ວິ​ທະ​ຍຸ ຈຶ່ງ​ເຮັດ​ໃຫ້ການ​ຕິດຕໍ່​ປະສານ​ງານ ​ໂດຍ​ສະ​ເພາະ​ການ​ສະຫລຸບ​ຫລຽນ​ປະຈຳ​ວັນ ຢ່າງ​ເປັນ​ທາງ​ການ ຈຶ່ງ​ຊັກ​ຊ້າ. ຍິ່ງ​ໄປ​ກວ່າ​ນັ້ນ ​ເຄື່ອງມື​ສື່ສານ​ (​ແຟ໋ກ) ຂອງ​ຄະນະ​ກຳມະການ​ເຕັກນິກ ກໍ​ປາກົດ​ວ່າ ມີ​ບັນຫາ. ດັ່ງນັ້ນ, ກອງທັບ​ນັກ​ຂ່າວ ກໍ​ຕ້ອງນຳ​ໃຊ້​ຄຳ​ວ່າ ອັດຕະຮິ ອັດຕະ​ໂນ​ນາ​ໂຖ ຫລື ຕົນ​ເປັນ​ທີ່​ເພິ່ງຂອງ​ຕົນ​ ແລະ ຕ້ອງ​​ແບ່ງປັນ​ກຳລັງກັນ ​ເພື່ອ​ໄປ​ເກັບ​ຜົນ​ຫລ້າ​ສຸດ ​ແລະ ອັບ​ເດດ​ກັນ​ເອົາ​ເອງ ​ຈຶ່ງ​ເຮັດ​ໃຫ້​ຜົນ​ສະຫລຸບ​ຫລຽນ ຂອງ​ສື່​ແຕ່​ລະ​ສຳນັກ ອາດ​ຈະ​ບໍ່​ກົງກັນ ຄວາມ​ໄວ-ຊ້າ ຂຶ້ນກັບ​ການ​ປິດ​ຂ່າວ ຂອງ​ແຕ່​ລະ​ສຳນັກ​ໃຜລາວ.

ສ່ວນ​ຫ້ອງປະຕິບັດ​ງານ ​​ໃນສູນຂ່າວ​ພວກ​ເຮົາ ​ເຖິງ​ວ່າ​ຈະຄັບ​ແຄບ​ໄປ​ແດ່ ​ແຕ່​ການ​ເຮັດ​ວຽກ​ແບບ​ລວມການສະ​ເພາະ​ກິດ ກໍ​ຄື​ການ​ແຊ​ໄອ​ເດຍນຳ​ກັນ ກໍ​ເຮັດ​ໃຫ້ສູນ​ຂ່າວ​ພວກ​ເຮົາ ປະ ສົບ​ຜົນສຳ​ເລັດ​ພໍ​ສົມຄວນ ​​ໂດຍ​ສະ​ເພາະ​ການ​ສະຫລຸບ​ຫລຽນ​ທີ່​ວ່ອງ​ໄວ ແມ່ນ​ແຕ່​ໂຄສົກ​ສະ ຫນາມ ຫລື ຄະນະກິລາ​ຫລາຍ​ພາກສ່ວນ ກໍ​ໄດ້​ອາ​ໄສ​ສູນ​ຂ່າວ​ພວກ​ເຮົາ ​ເພື່ອ​ຕິດຕາມ​ຫລຽນ​ປະຈຳ​ວັນ.

?​ເຫລືອອີກ​ພຽງຫນຶ່ງ​ສັບປະດາ​ເທົ່າ​ນັ້ນ, ຈຳປາ​ສັກ ​ເກ​ມ ກໍ​ຈະ​ໂບກ​ມື​ອຳ​ລາ​ກັນ​ແລ້ວ, ​​ເຫັນ​ໃຈ​ແຕ່ນັກຂ່າວ ​ເອີ​ຫລົງ! (ນັກ​ກິລາ​) ຫນຸ່ມໆ​-ສາວໆ ທີ່​ມາ​ຈາກ​ທຸກ​ສາລະ​ທິດ ​​ໃນ​ທົ່ວ​ປະ​ເທດ ຫາ​ກໍໄດ້​ມາ​ຮູ້ຈັກ​ຮັກ​ແພງ​ກັນ​ໃນ​ງານ​ຄັ້ງນີ້ ​ແຕກໍ​ຕ້ອງຈະ​ມາ​ລາ​ຈາກ​ກັນສາ​ແລ້ວ. ​ແຕ່​ກໍ​ບໍ່​ເປັນ​ຫຍັງ ​ເພາະຍຸກ​ນີ້​ເປັນ​ຍຸກ​ໄອ​ທີ​ແລ້ວ?​ຂໍ​​​ໄດ້​ພຽງ​ເບີໂທລະສັບ, ອີ​ເມລ ກໍ​ເປັນ​ວ່າ​ ໂລກນີ້ມັນ​ກໍ​ບໍ່​ກວ້າງ​ດັ່ງ​ທີ່​ຄິດ?ອັນ​ແຫລະ!

ພົບ​ກັນ​ໃຫມ່

ຄົນ​ຂ້າງ​ສະຫນາມ

 ​ນັກ​ກິລາ ກະຊວງ ຖ/ວ ​​ໄດ້​ຮັບ​ກຳລັງ​​ໃຈ​ຈາກ​ການ​ນຳ

ຄະນະນຳ, ຄູ​ຝຶກ ​ແລະ ນັກ​ກິລາ​ຂອງ ກະຊວງ ຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ ທັງ 7 ປະ​ເພດ ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ການ​ນຳ ກ່ອນ​ຈະ​ເຂົ້າ​ຮ່ວ​ມ​ແຂ່ງຂັນ ໃນ​ງານ​ມະຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງທີ 8 ທີ່ ​ແຂວງ ຈຳປາ​ສັກ, ​ໃນ​ທ້າຍ​ອາທິດ ຜ່ານ​ມາ ທ່ານ ຫມູນ​ແກ້ວ ອໍລະ​ບູນ, ລັດຖະມົນຕີ ວ່າການ​ກະຊວງ ຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ ​ພ້ອມ​ຄະນະ ​ໄດ້​ເດີນທາງ​ມາ​ແຂວງ ຈຳປາ​ສັກ ​ເພື່ອ​ໂອ້​ລົມ ​ແລະ ​ໃຫ້​ກຳລັງ​ໃຈ​ແກ່​ນັກ​ກິລາ ​ເພື່ອ​ສ້າງ​ຜົນງານໃນ​ ຈຳປາ​ສັກ​ເກ​ມ ​ໃຫ້​ໄດ້​ຮັບ​ຫມາກຜົນ​ຕາມຄວາມ​ຄາດ​ຫວັງ, ​ມີ​ບາງຕອນ​ຂອງ​ການ​ໂອ​ລົມ​ວ່າ: ຄະນະ​ນຳ ກໍ່​ຄື​ນັກ​ກິລາ​ທຸກ​ຄົນ ຈົ່ງ​​ເອົາ​ໃຈ​ໃສ່​ຕໍ່​ການ​ແຂ່ງຂັນ ແລະ ສູ້​ຊົນ​ໃຫ້​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ທີ່​ມີ​ຢູ່​ ​ເພື່ອ​ເຮັດ​ໃຫ້​ມວນ​ຊົນ​ເຫັນ​ໄດ້​ຄວາມ​ຕັ້ງ​ໃຈ​ ​ແລະ ທຸ້ມ​ເທໃນ​ເວລາ​ລົງ​ແຂ່ງຂັນ​ຕົວ​ຈິງ​ໂດຍ​ບໍ່​ຫວັ່ນ​ຕໍ່​ອຸປະສັກ, ​ເຖິງ​ແມ່ນ​ວ່າ ຈະ​ພົບກັບ​ຄວາມຫຍຸ້ງ​ຍາກ​​ໃນ​ການ​ຍາດ​ແຍ່ງ​ໄຊຊະນະ ກໍ່​ຄື​ຍາດ​ຫລຽນ​ມາ​ຄອງກໍ່ຕາມ, ​ແຕ່​ຂໍຮຽກຮ້ອງ​ໃຫ້​ທຸກ​ຄົນ​ຈົ່ງ​​ເຮັດ​ສຸດ​ຄວາມ​ສາມາດ​ກໍ່​ຖື​ວ່າ​ດີ​ແລ້ວ, ຖ້າ​ຫາກ​ວ່າ​ເປັນ​ໄປ​ໄດ້​ກໍ່​ຢາກ​ໃຫ້​ນັກ​ກິລາ​ສ້າງ​ຜົນງານ​ດ້ວຍ​ການ​ຍາດ​ ຫລຽນ​ໃດ​ຫລຽນ​ຫນຶ່ງ​ມາ​ສ້າງ​ຊື່​ສຽງ​ໃຫ້​ແກ່​ກະຊວງ. ຄຽງຄູ່​ກັບ​ການ​ຍາດ​ແຍ່ງ​ເອົາ​ໄຊຊະນະ​ນັ້ນ ນັກ​ກິລາ ກໍ່​ຄື​ຄະນະ​ນຳ​ນັກ​ກິລາ ຈົ່ງ​ຮັກສາ​ມູນ​ເຊື້ອນ້ຳ​ໃຈ​ນັກ​ກິລາ​ໃຫ້​ສູງ ​ເພື່ອ​ສ້າງ​ຄວາມ​ປະ​ທັບ​ໃຈ​ແກ່​ກອງ​ເຊຍ​ທີ່​ມາ​ຮ່ວມ​ງານ.

            ສຳລັບ​ປະ​ເພດ​ກິລາ​ທີ່ ກະຊວງ ຖະ​ແຫລ​ງຂ່າວ ​ແລະ ວັດທະນະທຳ ສົ່ງ​ເຂົ້າ​ຮ່ວມ ປະກອບ​ມີ 7 ປະ​ເພດ​ຄື: ຍິງ​ປືນ, ​ແລ່ນ-ລານ, ຫນ້າ​ເກັກ, ​ເປ​ຕັງ, ກະຕໍ້, ຫມາກ​ຂ່າງ ​ແລະ ປິ່ງປ່ອງ. ໂດຍ​ມີ​ຄວາມ​ຫວັງ​ຄື​ຍາດ​ໃຫ້​ໄດ້​ຫລຽນ​ໃດ​ຫລຽນ​ຫນຶ່ງ.

  ຮອງຜູ້​ວ່າ​ການ​ທະນາຄານ ສ້າງ​ຂັວນກຳລັງ​ໃຈ​ແກ່​ນັກ​ກິລາ

ທ່ານ ບຸນ​ສົງ ສົມ​ມາລາ​ວົງ, ຮອງ​ຜູ້​ວ່າການທະນາຄານ​ແຫ່ງ ສປປ ລາວ ພ້ອມ​ຄະນະ​ໄດ້​ເດີນທາງ​ມາ​ໂອ້​ລົ​ມ ຄະນະ​ນຳ, ຄູ​ຝຶກ ​ແລະ ນັກ​ກິລາ ຂອງ ທະນາຄານ​ທີ່​ໄດ້ ເດີນທາງ​ມາ​ຮ່ວມ​ແຂ່ງຂັນ ງານ​ມະ​ຫາ​ກຳ​ກິລາ​ແຫ່ງ​ຊາດ ຄັ້ງທີ 8 ທີ່ ​ແຂວງ ຈຳປາ​ສັກ ​ໃນ​ທ້າຍ​ອາທິດ​ຜ່ານ​ມາ. ໃນ​ໂອກາດ​ນີ້ ທ່ານ ບຸນ​ສົງ ສົມ​ມາລາ​ວົງ ກໍ່​ໄດ້​ເນັ້ນຫນັກ​ໃຫ້​ນັກ​ກິລາ​ທຸກ​ຄົນ ຈົ່ງ​ຮັກສາ​ນ້ຳ​ໃຈ​ນັກ​ກິລາ​ໃຫ້​ສູງ​ເປັນອັນ​ດັບ​ຫນຶ່ງ ຄຽງ​ຄູ່​ກັບ​ການ​ຍາດ​ແຍ່ງ​ເອົາ​ໄຊຊະນະ​​ໃນ​ໄລຍະ​ແຂ່ງຂັນ​ກິລາ. ກໍ່​ເປັນ​ທີ່​ຮັບ​ຮູ້​ກັນ​ແລ້ວ​ວ່າ ທຸກ​ຄົນ​ເມື່ອ​ເວລາ​ລົງ​ແຂ່ງຂັນ​ກໍ່​ຕ້ອງການ​ໄຊຊະນະ​ສະ​ເຫມີ ເຊິ່ງອາດ​ຈະ​ເຮັດ​ໃຫ​້​ເກີດ​ມີການສະ​ແດງ​ທ່າ​ທີ​ທີ່​ບໍ່​ເຫມາະ​ສົມ​ເມື່ອ​ ເວລາ​ບໍ່ພໍ​ໃຈ​ຕໍ່​ການ​ຕັດສິນ ກໍ່​ຄືເຫດການ​ອື່ນໆ​ລະຫວ່າງ​ນັກ​ກິລາທີ​ມັກ​ເກີດ​ຂຶ້ນ​ໃນ​ເວລາ​ແຂ່ງຂັນ, ດັ່ງນັ້ນ ເພື່ອ​ຫລີກ​ເວັ້ນ​ເຫດການ​ດັ່ງກ່າວ ຮຽກຮ້ອງ​ໃຫ້​ນັກ​ກິລາ​ທຸກ​ຄົນ ກໍ່​ຄື​ບັນດາ​ຄູ​ຝຶກ ຈົ່ງ​ໄດ້​ມີ​ຄວາມ​ອົດທົນ ຫລີກ​ຫລ່ຽງການ​ປະ​ທະ​ກັນ ເຊິ່ງຈະ​ເຮັດ​ໃຫ້​ເກີດ​ຜົນ​ດີ​ຕາມມາ ​ໃຫ້​ສົມ​ກັບ​ວ່າ ນັກ​ກິລາ ຄວນ​ມີ​ນ້ຳ​ໃຈ​ນັກ​ກິລາ​ສູງ ຮູ້ໄດ້ ຮູ້​ເສຍ ​ແລະ ຮູ້​ໃຫ້​ອາ​ໄພ.

​ໃນ​ໂອກາດ​ນີ້ ທ່ານ ມິ່ງ​ແກ້ວ ສະຫວັດດີ, ຄະນະ​ທີ່​ປຶກສາ​ສະ​ໂມ​ສອນ ທະນາຄານ ກໍ່​ສະ​ແດງ​ຄວາມ​ເພິ່ງພໍ​ໃຈ​ຕໍ່​ນັກ​ກິລາ​ທຸກ​ຄົນທີ່​ໄດ້​ທຸ້ມ​ເທ​ທັງ​ແຮງ​ ກາຍ ​ແລະ ​ແຮງ​ໃຈ​ເຂົ້າ​ໃສ່​ການ​ແຂ່ງຂັນ ອັນ​ໄດ້​ເຮັດ​ໃຫ້​ຜົນງານ​ປະກົດ​ອອກ​ມາ​ດີ​ຕາມ​ລະດັບ​ຄາດຫມາຍ. ສຳລັບທະນາຄານ​ແຫ່ງ ສປປ ລາວ ສົ່ງ​ນັກ​ກິລາ​ເຂົ້າ​ຮ່ວມ ທັງ​ຫມົດ 6 ປະ​ເພດ ຄື: ​ເຕະ​ບານ, ບານ​ສົ່ງ​ໃນ​ຮົ່ມ, ກະຕໍ້, ​ແລ່​ນ-ລານ, ​ເປ​ຕັງ ​ແລະ ດອກ​ປີກ​ໄກ່, ​ໂດຍ​ຕັ້ງຄວາມ​ຫວັງ ​ໃຫ້​ໄດ້ 10 ຫລຽນ​ ​ໃນ​ນີ້ 4 ຫລຽນ​ຄຳ, 2 ຫລຽນ​ເງິນ ແລະ 4 ຫລຽນ​ທອງ.  

ມາ​​ເຖິງ​ວັນ​ທີ 15 ທັນວາ ທະນາຄານ ແຫ່ງ ສປປ ລາວ ສາມາດ ຍາດ​ໄດ້ 2 ຫລຽນ​ຄຳ ຈາກ ດອກ​ປີກ​ໄກ່​ທີ​ມຊາຍ, ​ເຕັ້ນ 3 ກ້າວ​ຍິງ, 1 ຫລຽນ​ເງິນ ຈາກ ​ເຕັ້ນ 3 ກ້າວ​ຊາຍ ​ແລະ 3 ຫລຽນທອງ ຈາກ​ກະຕໍ້ ຊຸດ​ຊາຍ, ​ແກ່ວ​ງຈານ​ຍິງ ​ແລະ ​ເຕັ້ນ 3 ກ້າວ​ຍິງ, ສ່ວນ​ເຕະບານ​ຊາຍ ທະນາຄານ ​ໄດ້​ເຂົ້າ​ຮອບ 8 ທີ​ມສຸດ​ທ້າຍ ​ເຊິ່ງ​ເປັນ​ທີ 2 ຂອງ​ສາຍ ຂ: ​

ຄະນະ​ກຳ​ມະ​ການ​ທີ່​ຮັບຜິດຊອບ​ການ ຈັດ​ງານ​ມະຫະກຳ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ 8 ປະກອບ​ມີ 12 ຄະນະ​ກຳ​ມະ​ການ ຄື:

1.     ຄະນະ​ກຳມະການ​ກອງ​ເລຂາ                                            2.     ຄະນະ​ກຳມະການ​ເຕັກນິກ      

 3.     ຄະນະ​ກຳມະການ​ພິທີ​ເປີດ - ປິດ​ການ​ແຂ່ງຂັນ                  4.     ຄະນະ​ກຳມະການ​

5.     ຄະນະ​ກຳມະການ​ໂຄສະນາ​ປະຊາສຳພັນພິທີການ​ຍ້ອງຍໍ    6.     ຄະນະ​ກຳມະການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ

7.     ຄະນະ​ກຳມະການ​ເສດຖະກິດ                                            8.     ຄະນະ​ກຳມະການ​ຂົນ​ສົ່ງ       

9.     ຄະນະ​ກຳມະກາ​ນສະຖານ​ທີ່                                             10.   ຄະນະ​ກຳມະການ​ການ​ແພດ ​ແລະ ສຸຂະພາບ 

11. ຄະນະ​ກຳມະການ​ຄ້າຍ​ເຍົາວະ​ຊົນ                                        12.   ຄະນະ​ກຳມະການ​ພື້ນຖານ​ໂຄງ​ລ່າງ

   ສູນ​ຂ່າວ​ຈຳປາ​ສັກ​ເກ​ມ ​ເປີດ​​ໃຫ້ບໍລິການ ຢ່າງ​ເປັນ​ທາງ​ການ

chskj19.gifສູນ ​ຂ່າວ ຫລື MPC ​ປະຈຳ​ງານ ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ VIII  ຫລື ຈຳປາ​ສັກ ​ເກ​ມ ​ໄດ້​ເປີດ​ໃຫ້​ນຳ​ໃຊ້ ​ແລະ ​ໃຫ້ບໍລິການ​ແກ່ສື່​ມວນ​ຊົນ​ ທຸກຂະ​ແຫນງ​ ທັງ​ສູນ​ກາງ ​ແລະ ທ້ອງຖິ່ນ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 09 ທັນວາ​ຜ່ານ​ມາ ຂະນະ​ທີ່ຜູ້​ຮັບຜິດຊອບສູນ​ຂ່າວ ຫມັ້ນ​ໃຈກັບ​ລະບົບ ສິ່ງອຳນວຍ​ຄວາມ​ສະດວກ ຂອງ​ສູນ​ຂ່າວ​ ຈະ​ສາມາດສະຫນອງ ​ຂໍ້​ມູນ​ຂ່າວສານ ​ແລະ ​ເຜີຍ​ແຜ່​ໂຄສະນາ​ ງານ​ແຂ່ງຂັນ ​ໄດ້​ຢ່າງ​ທົ່ວ​ເຖິງ ​ແລະ ມີ​ປະສິດທິພາບ.

ອີງ​ຕາມ​ການ​ໃຫ້ສຳພາດ ຂອງ​ທ່ານ ສຸກ​ສາຄອນ ສີ​ປະ​ເສີດ, ຫົວຫນ້າ​ພະ​ແນ​ກ​ໂຄສະນາ​ຂ່າວສານ ຂອງ​ຄະນະ​ກຳມະການ​ກິລາ​ແຫ່ງ​ຊາດ ທັງ​ເປັນຫົວຫນ້າ​ສູນ​ຂ່າວ ປະ ຈຳງານຈຳປາ​ສັກ ​ເກ​ມ ໄດ້​ເປີ​ດ​ເຜີຍ​ໃຫ້​ຮູ້​ໃນ​ເຊົ້າ​ວານ​ນີ້ (10 ທັນວາ) ວ່າ: “​ເນື່ອງ​ ຈາກ​ທາງ​ຂັ້ນ​ເທີ​ງ ກໍ​ຄື​ຄະນະ​ປະທານ​ຈັດ​ງານ ​ເຫັນ​ໄດ້​ຄວາມ​ສຳຄັນ ​ຂອງ​ວຽກ​ງານ​ສື່​ມວນ​ຊົນ ​ໂດຍ​ສະ​ເພາະ​ສູນ​ຂ່າວ ຕ້ອງ​ເປັນ​ເສນາ​ທິການ​ໃຫ້​ກັບ ກອງ​ເລຂາ​ຄະນະ​ຈັດ​ງານ ​ໂດຍ​ສະ​ເພາະສູນ​ຂ່າວ​ ຕ້ອງ​ເຮັດ​ຫນ້າ​ທີ່​ໃນ​ການຊ່ວຍ​ປະສານ​ງານ, ຕິດ​ຕໍ່​ພົວພັນ ​ລະຫວ່າງ ສື່​ມວນ​ຊົນ ກັບ​ການ​ເຄື່ອນ​ໄຫວ​ທີ່ປິ່ນ​ອອ້ມງານ ​ແຂ່ງຂັນ ບໍ່​ວ່າ​ຈະ​ເປັນ​ການຕິດ​ຕໍ່​ສຳພາດ ຄະນະ​ນຳ, ຄະນະ​ຮັບຜິດຊອບ​ທີ​ມ, ຄະນະ​ຈັດການ​ແຂ່ງຂັນ, ຄູ​ຝຶກ, ນັກ​ກິລາ ຫລື ລວມ​ເຖິງ​ນິຕິບ​ຸກ ຄົນ​ ທີ່​ສື່​ມວນຊົນຈາກ​ຂະ​ແຫນງ​ການ​ຕ່າງໆ ທັງ​ໃນ ​ແລະ ຕ່າງປະ​ເທດ. ປັດຈຸບັນ ສູນ​ຂ່າວ ຈຳປາ​ສັກ ​ເກ​ມ ​ໄດ້​ເປີດ​ໃຫ້ບໍລິການ ​ແກ່​ສື່​ມວນ​ຊົນ ຢ່າງ​ເປັນ​ທາງ​ການ​ ມາ​ແຕ່​ວັນ​ທີ 09 ທັນວາ ຜ່ານ​ມາ ຫລັງ​ຈາກ​ທາງ​ຄະນະ​ກຳມະການ​ໂຄສະນາ ປະຊາ ສຳພັນ ​ໄດ້​​ໃຫ້​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຫ້າງ​ຫາ​ກະກຽມ ​ທັງ​ດ້ານ​ສະຖານ​ທີ່ ​ແລະ ອຸປະ ກອນ​ສິ່ງ​ອຳນວຍ​ຄວາມ​ສະດວກ ​ໃສຳລັບ​ສູນ​ຂ່າວ ​ເຊັ່ນ: ການ​ຕິດ​ຕັ້ງ​ໂທ​ລະ​ສັບ, ​ແຟ໋ກ ລວມ​ເຖິງ​ອິນ​ເທີ​ເນັດ ຄວາມ​ໄວ​ສູງ ​ເຊິ່ງສາມາດ​ຕອບ​ສະຫນອງ​ໃຫ້​ແກ່​ການ​ລາຍ​ງານ​ຂ່າວ, ສົ່ງ​ຮູບ​ພາບ ​ທັງ​ນິ້ງ ​ແລະ ​ເຫນັງ ​ໄດ້​ຢ່າງມີ​ປະສິດທິພາບ”.chskj18.gif

ທ່ານ ສຸກ​ສາຄອ​ນ ສີ​ປະ​ເສີດ ຍັງ​ເປີດ​ເຜີຍອີກ​ວ່າ: “ເຖິງ​ ວ່າງານ​ກິລາ​ແຫ່ງ​ຊາດ ຄັ້ງ​ທີ VIII ຈະ​ຍັງ​ບໍ່​ທັນ​ໄດ້ມີ​ພິທີ​ເປີດ ຢ່າງ​ເປັນ​ທາງ​ການ ກໍ​ຕາມ, ​ແຕ່​ເນື່ອງ​ຈາກ​ບາງ​ປະ​ເພດ​ກິລາ ​ເຊັ່ນ: ​ເຕະບານ, ​ເຕະ​ຕໍ້, ບານ​ສົ່ງ ກໍ​ໄດ້​ມີ​ການ​ເປີດ​ການ​ແຂ່ງຂັນ​ກັນ​ແລ້ວ, ດັ່ງ​ນັ້ນ ສູນ​ຂ່າວຕ້ອງ​ມີ​ຄວາມ​ພ້ອມທີ່​ຈະ​ຮອງ​ຮັບ ​ໃຫ້​ກັບງານ​ຄັ້ງ​ນີ້. ​ແລະ ມາ​ເຖິງ​ເວລາ​ນີ້ ກໍ​ໄດ້​ມີ​ສື່​ມວນ​ຊົນ​ບາງ​ຂະ​ແຫນງ ທີ່​ມາ​ຈາກ​ສູນ​ກາງ ​ແລະ ທ້ອງ​ຖິ່ນ ​ເຂົ້າ​ມາ​ນຳ​ໃຊ້ ​ແລະ ບໍລິການ ຢ່າງ​ເປັນ​ປົກກະຕິ”. 

ສູນ​ຂ່າວຈຳປາ​ສັກ ​ເກ​ມ ຕັ້ງ​ຢູ່ກ້ອງ​ອັດທະຈັນ​ເບື້ອງ​ຊ້າຍ ​ຂອງ​ສະຫນາມກິລາ​ແຂວງ (ສະຫນາມ​ເປີດ-ປິດ) ນອກຈາກ​ຈະ​ມີການ​ຕິດ​ຕັ້ງລະບົບ​ອິນ​ເທີ​ເນັດ​ຄວາມ​ໄວ​ສູງ, ​ໂທລະສັບ ​ແລະ ​ແຟ໋ກ ທີ່​ພຽງພໍ ສຳລັບ​ການລາຍ​ງານ​ຂ່າວ ຂອງ​ສື່​ມວນ​ຊົນ​ຈາກ​ຂະ​ແຫນງ​ ຕ່າງໆ​ ແລ້ວ ສູນ​ຂ່າວ​ຍັງ​ເປັນ​ບ່ອນ​ສັງ​ລວມ ຜົນ​ການ​ແຂ່ງຂັນ, ສະຖິຕິ, ຕາຕະລາງ​ການ ​​ແຂ່ງຂັນ, ​ແລະ ການ​ເຄື່ອນ​ໄຫວ​ອື່ນໆ ທີ່​ປິ່ນ​ອອ້ມ ງານ​ຄັ້ງ​ນີ້ ສຳລັບ​ສື່​ມວນຊົນ.

ເຈົ້າພາບ ປະເດີມສະຫນາມ ປະທັບໃຈກອງເຊຍ ຫລັງຈາກຖະຫລົ່ມ ອັດຕະປື 5-0 ໃນຈຳປາສັກ ເກມ!

ທີມເຕະບານເຈົ້າພາບ (ແຂວງຈຳປາສັກ) ລົງປະເດີມສະຫນາມນັດທຳອິດ ໃນຈຳປາ ສັກ ເກມ ໄດ້ຢ່າງງົດງາມ ແລະchsk21.gif ປະທັບໃຈກອງເຊຍເຈົ້າບ້ານ ຫລັງຈາກຖະຫລົ່ມທີມຮ່ວມພາກ ດຽວກັນ ອັດຕະປື” ໄປຢ່າງຂາດຮອຍ 5 ປະຕູຕໍ່ 0 ໂດຍ ດາວ ໂຄດໄຊຍາ ແລະ ວິໄລສັກ ໂພທິ ລາດ ຍິງ ຄົນລະສອງປະຕູ ຂະນະທີ່ ນະຄອນຫລວງ ແຊ໋ມເກົ່າ” ຟອມຝືດ ເຮັດໃຫ້ພຽງສະເຫມີ ບໍລິຄຳໄໍຊ 1-1.

ການແຂ່ງຂັນນັດເປີດສະຫນາມ ຢ່າງບໍ່ເປັນທາງການ ໃນກິລາປະເພດບານເຕະ ໄດ້ ເລີ່ມເປີດສາກຂຶ້ນໃນຕອນບ່າຍຂອງມື້ວານນີ້ (ວັນທີ 09 ທັນວາ) ເຊິ່ງມີທັງຫມົດ 4 ຄູ່ ແຕ່ໄຮໄລ ຫລື ຄູ່ທີ່ໄດ້ຮັບຄວາມສົນໃຈຫລາຍ ຕ້ອງຍົກໃຫ້ທີມເຈົ້າພາບ ພົບກັບທີມຮ່ວມເຂດດຽວກັນ ອັດ ຕະປື” ເຊິ່ງທັງສອງຢູ່ໃນສາຍງໍ ຫລື (D).

ເລີ່ມການແຂ່ງຂັນໃນເຄິ່ງເວລາທຳອິດ ຈຳປາສັກໄດ້ປະຕູຂຶ້ນໄວໄປກອ່ນ 1-0 ເມື່ອ ສຸບັນດິດ ທຳມະວົງ ເຕະເປີດຍາວມາແຕ່ເຄິ່ງສະຫນາມ ເຂົ້າຫນ້າເຂດໂທດ  ຂອງອັດຕະປື ກອ່ນທີ່ ດາວ ໂຄດໄຊຍາ” ນັກເຕະຈາກສະໂມສອນ ລາວ-ອາເມລິກາ ທີ່ແລ່ນແຊງກອງຫລັງ ອັດຕະປືຂຶ້ນມາ ກອ່ນຈະເອົາບານລົງຈັງຫວະຫນຶ່ງ ແລ້ວຍິງເຕັມຕີນຂວາ ບານຟົ້ງເຂົ້າກົ້ນປະຕູ ອັດຕະປື ໄປຢ່າງສວຍງາມ. ຫລັງຈາກເສຍປະຕູໄວ, ອັດຕະປື ບໍ່ຍອມຖອດໃຈ ຍັງສາມາດ ຫລິ້ນກັນໄດ້ດີ ແລະກໍມີໂອກາດສ້າງຄວາມຫວາດສຽວຕື່ນເຕັ້ນ ໃຫ້ກັບກອງເຊຍເຈົ້າພາບ ຫລາຍຄັ້ງ ແຕ່ກອງຫນ້າຂາດຄວາມຄົມ ກໍເລີຍໄດ້ແຕ່ວືດໄປວືດມາເທົ່ານັ້ນ. ຈົນມາເຖິງນາທີໆ 25 ກອງເຊຍຈຳປາສັກ ກໍໄດ້ໂຮລັ່ນສະຫນາມ ເມື່ອ ວິໄລສັກ ໂພທິລາດ”, ນັກເຕະອີກຄົນ ທີ່ມາຈາກສະໂມສອນ ລາວ-ອາເມລິກາ ລາກບານຈາກເຄິ່ງສະຫນາມມາທາງດ້ານຊ້າຍ ເກືອບ ເຖິງເສັ້ນຫລັງ ແລ້ວຜ່ານເຂົ້າມາຫນ້າປະຕູ ອັດຕະປື ແລະກໍເປັນ ດາວ ໂຄດໄຊຍາ ຄົນເດີມ ທີ່ ເຕີມມາຈາກດ້ານຫລັງ ແລ້ວອັດເຂົ້າໄປເສົາສອງຢ່າງສວຍງາມ ພາຈຳປາສັກ ຫນີໄປເປັນ 2-0.

ຫລັງຈາກເສຍສອງປະຕູທີສອງ, ນັກເຕະອັດຕະປື ເລີ່ມຄວບຄຸມເກມບໍ່ໄດ້ ເຮັດໃຫ້ ຈຳປາສັກ ຍັງສືບຕໍ່ສ້າງສັນເກມ ແລະ ຫາໂອກາດຍິງປະຕູເພີ່ມອີກ. ຈົນມາເຖິງໄລຍະທົດເວລາ ຈຳປາສັກກໍມາໄດ້ປະຕູທີສາມ ຈາກວິໄລສັກ ໂພທິລາດ. ຈົບເຄິ່ງເວລາທຳອິດ ຈຳປາສັກ ນຳໄປກອ່ນ 3-0.

ໃນເຄິ່ງເວລາທີສອງ ຍັງເປັນເກມຂອງຈຳປາສັກ ທີ່ຄວບຄຸມສະຖານະການໄດ້ທັງຫມົດ ເຮັດໃຫ້ຈຳປາສັກ ສາມາດຍິງໄດ້ອີກສອງປະຕູ ຈາກທັນວາ ພັນທະວົງ ໃນນາທີໆ 66 ແລະ ຈາກວິໄລສັກ ໂພທິລາດ ນາທີໆ 84. ຈົບເກມ ຈຳປາສັກ ຖະຫລົ່ມ ອັດຕະປື ໄປຢ່າງຂາດຮອຍ 5-0 ມີຄະແນນຂຶ້ນນຳເປັນທີຫນຶ່ງໃນສາຍງໍ ທັນທີ.

ສຳລັບຜົນການແຂັ່ງຂັນ ຄູ່ກອ່ນເຈົ້າພາບ ໃນສາຍກໍ ປະກົດວ່າ ກະຊວງໂຍທາທິການ ສອຍຊະນະແຂວງຫົວພັນ ໄປແບບບີບຫົວໃຈກອງເຊຍທັງສອງຝ່າຍ ດ້ວຍປະຕູ 4-3 ເຖິງ ວ່າໃນເຄິ່ງເວລາທຳອິດ ໂຍທາທິການ ຈະນຳໄປກອ່ນເຖິງ 3 ປະຕູຕໍ່ 0 ກໍຕາມ. ໃນຂະນະທີ່ ຜົນຂອງການແຂ່ງຂັນອີກສອງຄູ່ ໃນສະຫນາມວິທະຍາໄລສ້າງຄູປາກເຊ ປະກົດວ່າ ໃນສາຍຂໍ ແຊ໋ມເກົ່າ ນະຄອນຫລວງ” ປະເດີມສະຫນາມໄດ້ຢ່າງຫນ້າຜິດຫວັງກອງເຊຍ ຫລັງຈາກສາ ມາດເຮັດໄດ້ ພຽງສະເຫມີບໍລິຄຳໄຊ 1-1. ສ່ວນອີກຄູ່ໃນສາຍດຽວກັນ ທະນາຄານ ກໍເອົາຊະນະ ສາລະວັນ ໄປຕາມຟອມ 3 ຕໍ່ 0.

ສຳລັບຕາຕະລາງແຂ່ງຂັນເຕະບານໃນມື້ນີ້ ວັນທີ 10 ທັນວາ ຍັງມີການແຂ່ງຂັນກັນອີກ 4 ຄູ່ ເຊັ່ນເຄີຍ ແຕ່ເປັນເຕະບານຍິງຫນຶ່ງຄູ່ ຄືໃນຕອນເຊົ້າເວລາ 08:00 ໂມງ ແຂວງຄຳມ່ວນ ພົບ ນະຄອນຫລວງ; ສ່ວນເຕະບານຊາຍ ເວລາ 13:30 ໂມງ ສະຫວັນນະເຂດ ພົບ ຫລວງ ພະບາງ, 15:30 ໂມງ ແຂວງວຽງຈັນ ພົບ ແຂວງຄຳມ່ວນ ແລະ ກະຊວງ ປ.ກ.ສ ພົບ ແຂວງເຊກອງ.