ກ່ຽວກັບຄ.ກ.ຊ

ປະຫວັດຄວາມເປັນມາຂອງກິລາລາວ

ກອງປະຊຸມໃຫຍ່ ຄັ້ງທີ່ III ຂອງຄະນະກຳມະການ ກິລາແຫ່ງຊາດ ໄດ້ມີມະຕິຕົກລົງ ຮອງຮັບເອົາ ວັນທີ່13 ກໍລະກົດ 1966 ເປັນວັນສ້າງຕັ້ງກິລາລາວ, ໂດຍແມ່ນ ພົນເອກ ສີສະຫວາດ ແກ້ວບຸນພັນ ຫົວໜ້າ ເສນາທິການ ສູງສຸດ ກອງທັບປົດປ່ອຍ ປະຊາຊົນລາວ oldsport.jpgໃນສະໄໝນັ້ນ ເປັນຜູ້ປະກາດ ແລະ ນັ້ນຄື ຂີດໝາຍແຫ່ງ ການກຳເນີດ ກິລາລາວ ກ່າວສູ່ຍຸກສະໄໝ. ໃນປີດຽວກັນນັ້ນ, ກອງກິລາ ທີ່ໄດ້ສ້າງຕັ້ງມາໄດ້ພຽງ ຫ້າເດືອນ ກໍ່ໄດ້ຮັບກຽດເຊື່ອເຊີນ ຈາກປະເທດ ກຳປູເຈຍ ທີ່ເປັນເຈົ້າພາບ ຈັດງານແຂ່ງຂັນ ກິລາການີໂຟ ( GANEFO) (GA) GAMES (NE) NEW (FO) FORCE ( ກິລາພະລັງໃໝ່) ໂດຍມີ ບັນດາປະເທດ ທີ່ກຳລັງ ຕໍ່ສູ້ປົດປ່ອຍຊາດ ແລະ ບັນດາປະເທດ ທີ່ຮັກຫອມ ເອກະລາດ ແລະ ແລະ ສັນຕິພາບ ຂົງເຂດ 30 ກວ່າປະເທດ ເຂົ້າຮ່ວມ, ກອງກິລາ ທີ່ໜຸ່ມນ້ອຍ ຂອງລາວ ກໍ່ໄດ້ສົ່ງນັກກິລາ ຈຳນວນ 22 ຄົນ, 2 ປະເພດກິລາ ເຂົ້າຮ່ວມເຊັ່ນ: ຍີງປືນ ແລະ ບານສົ່ງ ແລະ ນັ້ນນັບເປັນເທື່ອທຳອິດ ທີ່ການກິລາລາວ ໄດ້ອອກສູ່ເວທີສາກົນ,

ສິດ ແລະ ໜ້າທີ່ ຂອງ ຄະນະກຳມະການ ກິລາ-ກາຍຍະກຳ ແຫ່ງຊາດ

ຄະນະ ກຳມະການ ກິລາ-ກາຍ​ຍະ​ກຳ ແຫ່ງຊາດ ມີສິດ ແລະ ໜ້າທີ່ ດັ່ງນີ້ :

1. ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ, ແຜນການ ແລະ ໂຄງການພັດທະນາການກິລາ -ກາຍຍະກຳ ໃນຂອບເຂດ ທົ່ວປະເທດ ເພື່ອສະເໜີ ຕໍ່ ລັດຖະບານ ພິຈາລະນາ;

2. ຈັດຕັ້ງ ປະຕິບັດແນວ ທາງນະໂຍບາຍ, ລະບຽບກົດໝາຍ, ມະຕິຄຳສັ່ງຂອງລັດຖະບານກ່ຽວກັບວຽກ ງານກິລາ-ກາຍຍະກຳ;

3. ​ຊີ້ນຳ​ການ ປັບປຸງ, ບູລະນະກົງຈັກ ການຈັດຕັ້ງ ຂອງຂະແໜງ ການ ກິລາ-ກາຍ​ຍະ​ກຳ ແຕ່ ສູນກາງ ຮອດທ້ອງຖິ່ນ. ຄຸ້ມຄອງ, ກໍ່ສ້າງຖັນ ແຖວພະນັກງານ, ຄູຝຶກ, ກຳມະການ ຕັດສິນ, ນັກກິລາ ປະເພດຕ່າງໆ ນັບທັງນັກກິລາ ຄົນພິການຕາມ ລະບຽບກົດໝາຍ;

4. ແຕ່ງຕັ້ງ, ປັບປຸງ, ສັບຊ້ອນ, ເລືອກເຟັ້ນ, ຍົກຍ້າຍ, ປະຕິບັດນະໂຍບາຍ ຕໍ່ພະນັກງານ, ລັດຖະກອນ ແລະ ນັກກິລາ ທີ່​ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ຕົນ;

5. ສ້າງສູນ ຝຶກກິລາ, ສະໂມສອນ ແລະໂຮງຮຽນ ພອນສະຫວັນ ກິລາ-ກາຍຍະກຳ ລະດັບຊາດ;

6. ອະນຸມັດການ ຈັດຕັ້ງ ການ ແຂ່ງຂັນ ແລະ ເຂົ້າຮ່ວມ ການແຂ່ງຂັນ ກິລາ-ກາຍຍະກຳ ປະເພດຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດ ຕາມຄວາມຮັບຜິດ ຊອບ ຂອງຕົນ;

7. ຄົ້ນຄວ້າ, ນຳສະເໜີ ຂໍອະນຸມັດ ຈາກລັດຖະບານ ເພື່ອການ ຈັດງານມະຫາກຳ ກິລາ-ກາຍ ຍະກຳແຫ່ງຊາດ, ເຂົ້າຮ່ວມງານ ມະຫາກຳກິລາຊີເກມ, ເອຊຽນເກມ, ໂອແລມປິກເກມ;

8. ສ້າງ, ຄຸ້ມ​ຄອງ, ນຳ​ໃຊ້ພື້ນຖານໂຄງລ່າງ, ສະຖານທີ່ຝຶກແອບ, ການແຂ່ງຂັນ, ພາຫະນະ, ອຸປະກອນການກິລາ, ງົບປະມານ ຂອງ​ຕົນ​ໃຫ້​ມີ​  ປະສິດທິ​ຜົນ, ພ້ອມກັນນັ້ນ ກໍປຸກລະດົມ, ຍາດແຍ່ງ ທຶນຮອນ ຈາກສັງຄົມ ທີ່ຖືກ ຕ້ອງຕາມ ກົດໝາຍ ເພື່ອພັດ ທະນາ ກິລາ-ກາຍ ຍະກຳ;

9. ຄົ້ນຄວ້າ, ວິໄຈ ວິທະຍາສາດ, ເຕັກນິກ, ຍຸດທະວິທີ, ການແພດ, ເກັບກຳຂໍ້ມູນ, ຂ່າວ ສານ ກ່ຽວກັບ ກິລາ-ກາຍຍະກຳ ​ແລະ ​ແນ​ະນຳ, ​ເຜີຍ​ແຜ່ ໃຫ້ແກ່ ສັງຄົມ ເປັນຕົ້ນ ຢູ່ ໂຮງຮຽນ, ສູນ ແລະ ສະຖາບັນ ການ​ກິລາ-ກາຍຍະກຳ​ຕ່າງໆ​;

10. ຊີ້ນຳ​, ​​ແນະນຳ, ​ເຜີຍ​ແຜ່ ດ້ານ​ວິຊາ​ການ​ໃຫ້ ​ແກ່​ຂະ​ແໜງ​ ການ​ກິລາ-ກາຍຍະກຳ​ໃນ​ທົ່ວປະ​ເທດ;

11. ອະນຸມັດ​ ການ​ສ້າງ​ຕັ້ງ, ປັບປຸງ ຫຼື ຍົກ​​ເລີກ ສະ​ໂມ​ສອນ, ສະຫະພັນ​ ກິລາ-ກາຍຍະກຳລະດັບຊາດ;

12. ສະເໜີ ລັດຖະບານ​ ເພື່ອຮັບຮອງ ການສ້າງຕັ້ງ, ປັບປຸງ ຫຼື ຍົກເລີກ ຄະນະກຳ ມະການ ໂອແລມປິກ ແຫ່ງຊາດລາວ;

13. ເຊັນສັນຍາ, ອະນຸສັນຍາກັບ ຕ່າງປະເທດ, ອົງການ ຈັດຕັ້ງສາກົນ ເພື່ອຍາດແຍ່ງການ ຊ່ວຍເຫຼືອ, ການຮ່ວມມື ດ້ານວຽກງານກິລາ-ກາຍຍະກຳ ບົນພື້ນຖານການ ເຫັນດີຂອງ ລັດຖະບານ.

14. ຮຽກໂຮມ ປະຊຸມ, ເຂົ້າຮ່ວມປະຊຸມ, ສະຫລຸບ, ລາຍງານການ ປະຕິບັດໜ້າທີ່ວຽກງານ ຂອງ​ຕົນ​ໃຫ້​ລັດ ຖະບານຊາບຢ່າງ ເປັນປົກກະຕິ;

15. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດ​ໄວ້ ໃນກົດໝາຍ ຫຼື ຕາມການມອບໝາຍ ຂອງລັດຖະບານ.